ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງໝໍສູນກາງ 103 ກອງທັບ ຈັດຕັ້ງປະຕິບັດບັນດາມາດຕະການ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງມີປະສິດທິພາບສູງ
ເວລາອອກຂ່າວ: 2021-05-06 14:40:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ໂດຍປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ປະຕິບັດຕາມແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2151/ກປທ, ລົງວັນທີ 22 ເມສາ 2021. ຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບໄດ້ຈັດຕັ້ງປະຕິບັດບັນດາມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ທີ່ສຳຄັນທາງໂຮງໝໍໄດ້ເອົາໃຈໃສ່ກວດກາດ້ານພື້ນຖານໂຄງລ່າງ, ສະຖານທີ່ບໍລິການ ແລະ ບັນດາເຄື່ອງມືອຸປະກອນການແພດຮັບໃຊ້ປິ່ນປົວ ແລະ ເຊີດຊູຄົນເຈັບ ໃຫ້ຢູ່ໃນສະພາບດີທີ່ສຸດ ແລະ ໄດ້ກະກຽມ 60 ຕຽງນອນ ເພື່ອຮັບຄົນເຈັບທີ່ຕິດເຊື້ອໂຄວິດ-19 ໃນນັ້ນມີ 6 ຕຽງນອນໄວ້ສຳລັບມໍລະສຸມຄົນເຈັບໜັກ, ມີເຄື່ອງຫາຍໃຈທຽມ 6 ເຄື່ອງ, ເຄື່ອງຕິດຕາມອາການຊີວິດ 6 ເຄື່ອງ, ເຄື່ອງລັງສີເຄື່ອນທີ່ 1 ເຄື່ອງ. ໄດ້ຈັດຕັ້ງຄະນະຊີ້ນຳຈຳນວນ 6 ທ່ານ ແລະ 18 ໜ່ວຍງານ ເຊິ່ງແຕ່ລະໜ່ວຍງານມີໜ້າທີ່ລະອຽດຄື ໜ່ວຍງານປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ມີ 3 ຈຸ; ແຕ່ລະຈຸ ມີ 10 ສະຫາຍ ເຮັດໜ້າທີ່ 2 ອາທິດ ແລະ ອອກມາກັກບໍລິເວນ 2 ອາທິດ. ໜ່ວຍງານສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ມີ 35 ສະຫາຍ; ແບ່ງເປັນ 4 ຈຸດ ຄື ຈຸດສຳລັບສັກໃຫ້ພະນັກງານການນຳ, ຈຸດສຳລັບສັກໃຫ້ຄອບຄົວພະນັກງານການນຳ ແລະ ຜູ້ມາສັກເຂັມທີສອງ, ຈຸດສຳລັບສັກໃຫ້ນາຍ ແລະ ພົນທະຫານ, ຈຸດສຳລັບສັກໃຫ້ພໍ່ແມ່ປະຊາຊົນ ແລະ ບຸກຄົນທົ່ວໄປ. ສຳລັບໜ່ວຍງານກວດກັ່ນກອງຄົນເຂົ້າ-ອອກໂຮງໝໍ ລວມມີ 9 ຈຸ; ແຕ່ລະຈຸມີ 10 ສະຫາຍ ເຮັດໜ້າທີ່ກວດ ແລະ ວັດແທກອຸນຫະພູມ ຕະຫຼອດ 24 ຊົ່ວໂມງ. ໜ່ວຍງານກວດຄົນເຈັບກຸ່ມສ່ຽງ ມີ 4 ຈຸ; ແຕ່ລະຈຸມີ 2 ສະຫາຍ. ໜ່ວຍງານເກັບຕົວຢ່າງວິໄຈຊອກຫາເຊື້ອພະຍາດໂຄວິດ-19 ມີ 3 ຈຸ; ແຕ່ລະຈຸມີ 8 ສະຫາຍ. ໜ່ວຍງານຜ່າຕັດໃນກໍລະນີຄົນເຈັບໂຄວິດ-19 ໄດ້ຈັດຕັ້ງໄວ້ມີ 3 ຈຸ; ແຕ່ລະຈຸ ມີ 12 ສະຫາຍ. ໜ່ວຍງານກວດ ແລະ ປິ່ນປົວພະຍາດຫົວໃຈເສັ້ນເລືອດໃຫ້ຄົນເຈັບໂຄວິດ-19 ມີ 3 ຈຸ; ແຕ່ລະຈຸມີ 2 ສະຫາຍ. ໜ່ວຍງານກວດລັງສີ-ເອໂກ ສຳລັບຄົນເຈັບໂຄວິດ-19ມີ 3 ຈຸ; ແຕ່ລະຈຸມີ 2 ສະຫາຍ. ໜ່ວຍງານນະໂຍບາຍ ແລະ ມ້ຽນສົບຄົນເສຍຊີວິດໂຄວິດ-19 ມີ 3 ຈຸ; ແຕ່ລະຈຸມີ 2 ສະຫາຍ. ໜ່ວຍງານຮັບປະກັນພະລາທິການ ມີ 15 ສະຫາຍ; ຮັບປະກັນການກິນດື່ມ, ການຂົນສົ່ງ ແລະ ສິ່ງອຳນວຍຄວາມສະດວກສຳລັບຄົນເຈັບໂຄວິດ-19. ໜ່ວຍງານຮັບເຄື່ອງບໍລິຈາກຂອງສັງຄົມ ມີ 12 ສະຫາຍ. ໜ່ວຍງານປ້ອງກັນຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ມີ 15 ສະຫາຍ. ຜ່ານການຈັດຕັ້ງປະຕິບັດມາ ນັບແຕ່ວັນທີ 18 ເມສາ 2021 ຮອດປະຈຸບັນ ໂຮງໝໍສູນກາງ 103 ກອງທັບ ສາມາດຍາດໄດ້ບາງຜົນງານ ຄື: ໄດ້ຮັບຄົນເຈັບ 60 ກໍລະນີຕິດເຊື້ອໂຄວິດ-19, ປິ່ນປົວຫາຍດີ 22 ກໍລະນີ ແລະ ສືບຕໍ່ປິ່ນປົວ 38 ກໍລະນີ. ກວດກັ່ນຕອງຄົນເຂົ້າ-ອອກໂຮງໝໍທັງໝົດ 18.267 ຄົນ. ເກັບຕົວຢ່າງໄປວິໄຈ ໄດ້ 1.282 ກໍລະນີ. ສັກວັກຊີນປ້ອງກັນໂຄວິດ-19 ໄດ້ 4.979 ກໍລະນີ. ຈັດສົ່ງພະນັກງານແພດໝໍໄປປະຈຳການທີ່ໂຮງໝໍພາກສະໜາມຫຼັກ 27 ຈຳນວນໜຶ່ງ. ນີ້ແມ່ນບາງຜົນງານໃນເບື້ອງຕົ້ນ ຂອງໂຮງໝໍສູນກາງ 103 ກອງທັບທີ່ປະກອບສ່ວນອັນແຮງກ້າໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໂດຍ: ດຣ ສະແຫວງໄຊ ດາລາສາດ. ພາບ: ເລີດວິໄລ ວົງຈຳປາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ