ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 101 ປະກາດຊັບຊ້ອນໜ້າທີ່ນາຍທະຫານ ແລະ ວິຊາສະເພາະທີ່ຂື້ນກັບ
ເວລາອອກຂ່າວ: 2021-05-06 14:11:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ວັນທີ 06 ພຶດສະພາ 2021 ກອງພັນໃຫຍ່ 101 ທີ່ຂື້້ນກັບກອງພົນທີ 1 ໄດ້ຈັດພິທີປະກາດຊັບຊ້ອນໜ້າທີ່ນາຍທະຫານ ແລະ ວິຊາສະເພາະທີ່ຂື້ນກັບ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 101, ມີຄະນະພັກ-ຄະນະບັນຊາອົງການ, ກົມກອງ ແລະ ບັນດາສະຫາຍທີ່ຖືກຊັບຊ້ອນໜ້າທີ່ໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ຈັນສະໝອນ ອອນລະດີ ຫົວໜ້າຂະເເໜງພະນັກງານ ກອງພັນໃຫຍ່ 101 ໄດ້ຂື້ນຜ່ານຂໍຕົກລົງຂອງກອງພົນທີ 1 ວ່າດ້ວຍການເເຕ່ງຕັ້ງໜ້າທີ່ນາຍທະຫານ ຢູ່ກອງພັນໃຫຍ່ 101 ໂດຍປະຕິບັດຕາມກົດ ໝາຍນາຍທະຫານ ກອງທັບປະຊາຊົນລາວໃນພາກທີ 2 ໝວດທີ 4 ມາດຕາ 26 ວ່າດ້ວຍການເເຕ່ງຕັ້ງ-ຍົກຍ້າຍນາຍທະຫານ ແລະ ທິດທາງປັບປຸງ ບູລະນະກົງຈັກການຈັດຕັ້ງ ນຳພາ-ບັນຊາ ໃນຖັນເເຖວກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມເເຂງ, ໜັກແໜ້ນ ແລະ ທັນສະໄໝຮອບດ້ານ. ຄະນະພັກ-ຄະນະບັນຊາກອງພົນທີ 1 ໄດ້ຕົ້ກລົງເຫັນດີ ເເຕ່ງຕັ້ງ ສະຫາຍ ພັຕ ໄມສິນ ເມືອງວົງ ເປັນຊ່ວຍວຽກຂະເເໜງຈັກຕັ້ງພັກ , ສະຫາຍຮ້ອຍເອກ ເສີມທອງ ທອງມະນີ ເປັນຫົວໜ້າການເມືອງ ກອງຮ້ອຍ 251, ສະຫາຍຮ້ອຍເອກ ເເພງເພັດສະໝອນ ເປັນຮອງການເມືອງ ກອງຮ້ອຍ 251 , ສະຫາຍຮ້ອຍເອກ ສົມລິດ ເເກ້ວຄຳມີ ເປັນຊ່ວຍວຽກຂະເເໜງບໍລິຫານ ພະເເນກບໍລິຫານ ກອງພັນໃຫຍ່ 101, ສະຫາຍ ຮ້ອຍຕີ ເພັງໄຊ ລໍວິໄລ ເປັນຫົວໜ້າການເມືອງ ກອງຮ້ອຍ1, ກອງພັນ 596, ສະຫາຍ ຮ້ອຍຕີ ພອນຄຳ ເເກ້ວຄຳມີ ເປັນຮອງການເມືອງ ກອງຮ້ອຍ2, ກອງພັນ 596 ນອກນີ້ຍັງໄດ້ປະກາດຊັບຊ້ອນໜ້າທີ່ ວິຊາສະເພາະສາຍພະລາ ທີຂື້ນກັບອິກຈຳນວນໜຶ່ງ. ໂອກາດນີ້ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 101 ຍັງໄດ້ໂອລົມ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການເເຕ່ງຕັ້ງ ແລະ ຊັບຊ້ອນໜ້າທີ່ ເຊິງເເມ່ນກົດເກນ ແລະ ຄວາມຈຳເປັນອັນພາວະວິໄສ ຂອງທັນເເຖວກັບລັງປະກອບອາວຸດ ເວົ້າລວມ ເວົ້າສະເພາະກໍ່ເພື່ອປັບປຸງບູລະນະ ກົງຈັກການຈັດຕັ້ງຢູ່ກົມກອງໃຫ້ມີຄວາມເຂັ້ມເເຂງ, ໜັກແໜ້ນ ແລະ ທ່ວງທັນກັບໜ້າທີ່ວຽກງານຂອງກົມກອງ. ພ້ອມດຽວກັນນີ້ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການປະຕິບັດໜ້າທີ່ວຽກງານຕາມການມອບໝາຍ, ດຸໝັ່ນຄົ້ນຄວ້າຮ່ຳຮຽນ ແລະ ມີຄວາມສາມະຄີເປັນເອກະພາບ, ເຮັດວຽກເເບບມີວິທະຍາສາດ ບຸກຄົນຮັບຜິດຊອບ ແລະ ກຽມພ້ອມເຮັດສຳເລັດທຸກໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ. ໂດຍ: ສິບເອກ ສິນໄຊ ເພັດລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ