ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການເລືອນຊັ້ນ ແລະ ຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ ທົ່ວກອງພັນໃຫຍ່ 301
ເວລາອອກຂ່າວ: 2021-05-06 14:10:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ກອງພັນໃຫຍ່ 301 ທີ່ຂຶ້ນກັບ ກອງພົນທີ 3 ຈັດພິທີປະກາດຍົກຂັ້ນເງີນເດືອນ ແລະ ປະກາດການເລື່ອນຊັ້ນ,ເລື່ອນທຽບຊັ້ນໃຫ້ນາຍທະຫານ ທົ່ວກົມກອງ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ທອງສຸກ ຈັນມະນີ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 301 ມີສະຫາຍ ພັນໂທ ຄຳຫຼ້າ ພັນທະຈັກ ຄະນະພັກ ຫົວໜ້າພະແນກການເມືອງ, ມີຄະນະພັກ-ຄະນະບັນຊາ 5 ພະແນກການ ກົມກອງອ້ອມຂ້າງຕະຫຼອດຮອດຜູ້ທີ່ໄດ້ຮັບການເລືອນຊັ້ນ-ເລືອນທຽບຊັ້ນເຂົ້າຮ່ວມ. ໃນພິທີ ສະຫາຍ ພັນຕີ ອ່ອນແກ້ວ ເພັດຊ່ອງໃສ ຫົວໜ້າຂະແໜງພະນັກງານ ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການຍົກຂັ້ນເງິນເດືອນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 301, ກະຊວງປ້ອງກັນປະເທດຕົກລົງຍົກຂັ້ນເງີນເດືອນຈາກຊັ້ນພັນໂທ ຂຶ້ນຮັບຊັ້ນ ພັນເອກ ຈຳນວນ 1 ສະຫາຍ ແລະ ຂໍ້ຕົກລົງເລືອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 301, ກະຊວງປ້ອງກັນປະເທດ ຕົກລົງ ເລືອນຊັ້ນ ຮ້ອຍໂທ ຂື້ນຊັ້ນ ຮ້ອຍເອກ ຈຳນວນ 5 ສະຫາຍ ແລະ ຮ້ອຍຕີ ຂື້ນຊັ້ນ ຮ້ອຍໂທ 12 ສະຫາຍ, ກົມໃຫຍ່ການເມືອງກອງທັບ ຕົກລົງເລື່ອນທຽບຊັ້ນ ໃຫ້ນາຍທະຫານຮຽນຈົບວິຊາສະເພາະ ປະລີນຍາຕີ ແລະ ຊັ້ນສູງຈາກສາຍລັດ ຄືປະດັບທຽບຊັ້ນ ຮ້ອຍໂທ ຈຳນວນ 3 ສະຫາຍ ທຽບຊັ້ນ ຮ້ອຍຕີ 1 ສະຫາຍ. ໃນຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພັນໂທ ທອງສຸກ ຈັນມະນີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃນຄັ້ງນີ້, ພ້ອມທັງເນັ້ນໜັກ ໃຫ້ເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງນຳພາ-ແນວຄິດ ພ້ອມກັນບຸກບືນໃນໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍ, ຮັກສາມູນເຊື້ອອັນດີງາມ ຂອງສະມາຊິກພັກ-ພະນັກງານໃຫ້ສູງຂື້ນ, ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ ມີຫົວຄິດປະດິດສ້າງສາພັດທະນາກົມກອງ, ພ້ອມກັນເຊີດຊູນ້ຳໃຈຮັກຊາດ ປັບປຸງກຳລັງໃຫ້ໜັກແໜ້ນ ເຂັ້ມແຂງທາງດ້ານການຈັດຕັ້ງ, ເຮັດສຳເລັດທຸກໜ້າທີ່ ທີ່ການຈັດຕັ້ງ-ຂັ້ນເທິງມອບໝາຍໃຫ້. ຂຽນໂດຍ: ເທບພະກອນ ລັດຕະນະສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ