ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມຄືບໜ້າ ການສືບສວນ-ສອບສວນບຸກຄົນທີ່ເປັນຕົ້ນເຫດໃນການແພ່ເຊື້ອພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-05 20:11:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



+ ວັນທີ 5 ພຶດສະພາ 2021, ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງ ກັນຄວາມສະຫງົບ ໄດ້ລາຍ ງານຄວາມຄືບໜ້າໃນການສືບສວນ-ສອບສວນບຸກຄົນ, ກຸ່ມຄົນຊຶ່ງລວມ ຄົນລາວ ແລະ ຄົນຕ່າງປະເທດ ທີ່ເປັນຕົ້ນເຫດໃນການແພ່ເຊື້ອໂຄວິດ-19, ກໍລະນີກຸ່ມຄົນຈໍານວນໜຶ່ງ ຊຶ່ງມີຄົນລາວ, ຄົນຕ່າງປະເທດໄດ້ເຄື່ອນໄຫວລະເມີດລະບຽບກົດໝາຍ; ຈໍານວນໜຶ່ງລັກລອບເຂົ້າ-ອອກຕາມຊາຍແດນລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ຊຶ່ງເປັນພື້ນທີ່ ທີ່ມີການລະບາດຂອງໂຄວິດ-19 ລະບາດ ຈົນເຮັດໃຫ້ ໂຄວິດກັບມາລະບາດຮອບໃໝ່ຢູ່ ສປປ ລາວ ເປັນວົງກວ້າງ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ;ສົ່ງຜົນສະທ້ອນ ເຖິງການພັດທະນາເສດຖະກິດ-ສັງຄົມ ຕະຫຼອດການດໍາລົງຊີ ວິດຂອງປະຊາຊົນບັນດາເຜົ່າ. + ຜ່ານການສືບສວນ-ສອບສວນເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ຈຶ່ງຮູ້ໄດ້ວ່າກຸ່ມຄົນດັ່ງກ່າວຈໍານວນໜຶ່ງກໍເປັນປະຊາຊົນລາວ ແລະ ຈໍານວນໜຶ່ງ ກໍເປັນຄົນຕ່າງປະເທດ ທີ່ເປັນປະເທດໃກ້ຄຽງມີຊາຍແດນຕິດຈອດກັນ, ການກະທໍາຂອງພວກກ່ຽວເປັນການ ລະເມີດຕໍ່ກົດໝາຍຂອງ ສປປ ລາວ, ເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍ ການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ, ກົດໝາຍວ່າດ້ວຍການກັນ ເເລະ ຄວບຄຸມພະຍາດຕິດຕໍ່ ຊຶ່ງແນ່ ນອນທີ່ສຸດເປົ້າໝາຍດັ່ງກ່າວຈະຕ້ອງຖືກດໍາເນີນຄະດີຕາມຂະບວນການຍຸຕິທໍາ, ໝາຍຄວາມ ວ່າອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດປະກອບສໍານວນຄະດີ ສົ່ງໄອຍະການສັ່ງຟ້ອງສານ ເເລະ ຕັດສິນລົງໂທດຕາມສະຖານຄວາມຜິດໜັກ ຫຼື ເບົາຂອງເເຕ່ລະຄົນ (ກໍລະນີຄົນຕ່າງປະເທດ ກໍຕ້ອງດໍາເນີນການຕາມກົນໄກສົ່ງ ຕົວຜູ້ຮ້າຍຂ້າມແດນຕາມສົນທິສັນຍາ 2 ຝ່າຍ). + ແຕ່ເນື່ອງຈາກໃນປັດຈຸບັນນີ້, ການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວຢູ່; ກຸ່ມຄົນດັ່ງກ່າວຈໍານວນໜຶ່ງຢູ່ໃນໄລຍະກັກຕົວຢູ່ສູນກັກບໍລິເວນ, ຈໍານວນໜຶ່ງກໍຢູ່ໃນໄລຍະປິ່ນປົວພະຍາດຢູ່ຕາມໂຮງໝໍເເຫ່ງຕ່າງໆ ສະນັ້ນ, ຈຶ່ງບໍ່ສາມາດນໍາຕົວມາສືບສວນ-ສອບສວນ ຕາມຂັ້ນຕອນ ຂອງການດໍາເນີນຄະດີໄດ້ຢ່າງເຕັມສ່ວນ, ເຖິງແມ່ນວ່າຈະມີຈໍານວນໜ້ອຍໜຶ່ງໄດ້ປິ່ນປົວຫາຍດີ ແຕ່ກໍຍັງຕ້ອງໄດ້ຕິດຕາມໄປຕື່ມອີກໄລຍະໜຶ່ງ ເພື່ອປະຕິບັດຕາມມາດຕະການປ້ອງກັນ-ຄວບຄຸມ ຂອງຄະນະສະເພາະກິດ ຂັ້ນສູນກາງໄດ້ກໍານົດ, ເມື່ອໃດພວກກ່ຽວທັງໝົດປິ່ນ ປົວຫາຍຂາດຈາກພະຍາດໂຄວິດ-19, ເຈົ້າໜ້າທີ່ ກໍຈະສືບຕໍ່ນໍາຕົວມາດໍາເນີນຄະດີຕາມຂະບວນການຍຸຕິທໍາ,ຕາມສະຖານຄວາມຜິດໜັກ - ເບົາທີ່ກົດໝາຍກໍານົດ, ຈະບໍ່ມີການລະເວັ້ນເດັດຂາດເຖິງກຸ່ມຄົນດັ່ງກ່າວຈະເປັນເຈົ້າໜ້າທີ່ລັດ, ເປັນກໍາມະກອນຮັບຈ້າງ, ເປັນນັກຮຽນ-ນັກສຶກສາ, ເປັນປະຊາຊົນທົ່ວໄປ; ຈະເເມ່ນຄົນລາວ ຫຼື ຄົນຕ່າງປະເທດ ກໍຕ້ອງໄດ້ປະຕິບັດຕາມລະ ບຽບກົດໝາຍຂອງ ສປປ ລາວ ເພື່ອໃຫ້ຄວາມເປັນທໍາແກ່ສັງຄົມ. + ນອກຈາກນີ້, ຂໍຮຽກຮ້ອງໃຫ້ຄົນລາວທຸກຄົນຕິດ ຕາມຂ່າວສານທີ່ເປັນທາງການອອກຈາກຊ່ອງຕ່າງໆຂອງລັດ ແລະ ເອກະຊົນທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຕາມກົດໝາຍ ເພື່ອຫຼີກເວັ້ນການເສບຂ່າວປອມ, ຂ່າວບໍ່ຖືກຕ້ອງຕາມຂໍ້ມູນຄວາມຈິງທີ່ກຸ່ມຄົນບໍ່ຫວັງດີສ້າງ ຂຶ້ນມາເພື່ອບິດເບືອນ, ປັ່ນປ່ວນ, ໂຄສະນາໃສ່ຮ້າຍປ້າຍສີການນໍາພັກ-ລັດ ຖະບານ ແລະ ກ່ອນທີ່ຈະໂພສ, ແຊຂໍ້ມູນຂ່າວສານລົງຜ່ານສື່ສັງຄົມອອນລາຍຂໍໃຫ້ບັນດາທ່ານພິຈາລະ ນາຢ່າງລະອຽດຖີ່ຖ້ວນກ່ອນ ເປັນຄວາມຈິງ, ຖືກຕ້ອງເເລ້ວຈຶ່ງໂພສ, ແຊຂໍ້ມູນລົງ ເພາະຖ້າວ່າ ເປັນຂ່າວປອມ ເເມ່ນຈະມີຄວາມຜິດຕາມປະ ມວນກົດໝາຍອາຍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ