ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄຳຖະແຫຼງ ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ
ເວລາອອກຂ່າວ: 2021-05-05 17:43:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດ ຊາວຕ່າງປະເທດ ທີ່ ພວມປະຕິບັດໜ້າທີ່ ແລະ ພັກເຊົາ ຢູ່ ສປປ ລາວ ທີ່ເຄົາລົບ ຮັກແພງ ທັງຫຼາຍ ! ມື້ນີ້ວັນທີ 05 ພຶດສະພາ 2021 ຍັງອີກບໍ່ເທົ່າໃດຊົ່ວໂມງ ກໍ່ຮອດ 24 ໂມງ ຊຶ່ງເຖິງກຳນົດເວລາສຸດທ້າຍຂອງການຈັດຕັ້ງປະຕິບັດ ຄຳສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 15 ວ່າດວ້ຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19, ຊຶ່ງມີຜົນບັງຄັບໃຊ້ແຕ່ເວລາ 06ໂມງເຊົ້າຂອງວັນທີ 22 ເມສາ 2021 ເຖິງ 24 ໂມງ ຂອງວັນທີ 05 ພຶດສະພາ 2021. ໃນມື້ວານນີ້ (ວັນອັງຄານ, ວັນທີ 04 ພຶດສະພາ 2021) ຄະນະສະເພາະກິດ ໄດ້ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ມາດຕະການຕ່າງໆ ທີ່ ກຳນົດໃນຄຳສັ່ງເລກທີ 15/ນຍ, ລວມທັງແຈ້ງການເພິ່ມເຕີມ, ຄຳແນະນຳ ຂອງ ຄະນະສະເພາະກິດ ຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ກໍ່ຄືການປະເມີນທ່າອ່ຽງຂອງການລະບາດ ໃນຂອບເຂດທົ່ວປະເທດ ໃຫ້ລັດຖະບານຊາບ ຊຶ່ງສາມາດຕີລາຄາໄດ້ວ່າ ຜ່ານການປະຕິບັດເນື້ອໃນນິຕິກຳຕ່າງໆດັ່ງກ່າວຂ້າງເທິງ ມີຜົນສຳເລັດດີ ພໍສົມຄວນ ລາຍລະອຽດຄະນະສະເພາະກິດ ກໍ່ໄດ້ສະຫຼຸບຕີລາຄາ ແລະ ຖະແຫຼງຕໍ່ສັງຄົມແລ້ວ ມື້ວັນທີ 04 ພຶດສະພາ 2021 ທີ່ຜ່ານມາ. ໂອກາດນີ້ຂ້າພະເຈົ້າຂໍເນັ້ນຕືມບາງຈຸດເຊັ່ນ: - ການຈັດຕັ້ງທຸກພາກສ່ວນທຸກຂັ້ນ ໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບ ຜິດຊອບສູງຢ່າງບໍ່ຮູ້ອິດຮູ້ເມື່ອຍ, ໃນນີ້ ລວມທັງການຊີ້ນຳບັນຊາ ຂອງອົງການປົກຄອງ, ຄະນະສະເພາະກິດທຸກຂັ້ນ, ການປະຕິບັດໜ້າທີ່ວິຊາສະເພາະ ຂອງກຳລັງປະກອບອາວຸດ ແລະ ພະນັກງານແພດໝໍ ທຸກຂັ້ນ. ພໍ່ແມ່ປະຊາຊົນສ່ວນຫຼວງຫຼາຍກໍ່ໃຫ້ການຮ່ວມມືຈັດຕັ້ງປະຕິບັດເປັນຢ່າງດີ. - ສຳລັບວິຊາການແພດ:  ແມ່ນໄດ້ເລັ່ງລັດເກັບຕົວຢ່າງຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ, ຜູ້ທີ່ມີຄວາມສ່ຽງ ມາກວດຫາເຊື້ອໄດ້ ກວ່າ 4 ໝື່ນຕົວຢ່າງ; ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອຢູ່ບັນດາໂຮງໝໍຕ່າງໆທີ່ກຳນົດໄວ້ເປັນຢ່າງດິີ.  ເລັ່ງລັດສັກວັກຊີນ ໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນທົ່ວໄປ ໄດ້ເພີ່ມຂຶ້ນຫຼາຍ ຖ້າທຽບໃສ່ໄລຍະເວລາກ່ອນມີຄຳສັ່ງ 15/ນຍ.  ໄດ້ກະກຽມໂຮງໝໍຢູ່ພາກສະໜາມຫຼາຍແຫ່ງ ໃນຂອບເຂດທົ່ວປະເທດ ສຳເລັດພາຍໃນເວລາ ບໍ່ເຖິງ 10 ວັນ, ສະເພາະຢູ່ນະຄອນຫຼວງວຽງຈັນ ມີ 3 ແຫ່ງ (1.200 ຕຽງ), ສ່ວນ ຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ ແລະ ແຂວງອື່ນໆ ແມ່ນມີຫຼາຍຮ້ອຍຕຽງ ເພື່ອຮອງຮັບຈຳນວນຜູ້ຕິດເຊື້ອທີ່ຈະເພີ່ມຂຶ້ນ. - ສິ່ງສຳຄັນນັ້ນ ແມ່ນ ວ່າ ການຈັດຕັ້ງທຸກພາກສ່ວນ, ບຸກຄົນ, ນິຕິບຸກຄົນ ໄດ້ມີຄວາມຕື່ນຕົວ ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໂດຍ ທາງກົງ ແລະ ທາງອ້ອມ ຄິດເປັນມູນຄ່າຫຼາຍຕື້ກີບ. ສະເພາະຢູ່ຂັ້ນສູນກາງ ແມ່ນໄດ້ຮັບ ເປັນເງິນ ສຳລັບຊື້ຢາວັກຊີນ ແລະ ອຸປະກອນຕ່າງໆ ລວມເປັນເງິນ ຈຳນວນ 9,5 ຕື້ກີບ, 13,18 ລ້ານໂດລາ ສະຫະລັດ ແລະ 4,68 ລ້ານບາດ. ນອກນັ້ນ ຍັງໄດ້ຮັບການຊ່ວຍເຫຼືອເປັນ ອຸປະກອນການແພດທີ່ສຳຄັນ ເຊັ່ນ: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຕິດຕາມອາການຄົນເຈັບ, ເຄື່ອງສ່ອງລັງສີ ແລະ ອຸປະກອນ ອື່ນໆ ຈາກປະເທດເພື່ອນມິດ ຄິດເປັນມູນຄ່າຫຼາຍກວ່າ 100 ຕື້ກີບ ດັ່ງໄດ້ຮັບຊາບຂ່າວມາແລ້ວນັ້ນ. ພ້ອມກັນນັ້ນ ພໍ່ແມ່ພີ່ນ້ອງປະຊາຊົນ ຫຼາຍຄົນກໍ່ຍັງມີຈິດໃຈດີງາມ ສະມັກໃຈຕື່ນຕົວປະກອບສ່ວນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຕໍ່ກັບຜູ້ມີຄວາມຫຍຸ້ງຍາກ ເຊັ່ນ: ແຈກຢາຍອາຫານນໍ້າດື່ມ, ການຢືດເວລາການຊຳລະໜີ້, ຄ່າເຊົ່າຕ່າງໆ ໃຫ້ແກ່ກັນ ແລະ ອື່ນໆ... ການປະກອບສ່ວນທັງໝົດນັ້ນ ສະແດງໃຫ້ເຫັນເຖິງຄວາມເປັນນໍ້າໜຶ່ງໃຈດຽວກັນຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທັງເປັນການຢັ້ງຢືນໃຫ້ເຫັນເຖິງ ຄວາມໂອບເອຶ້ອອາລີ ຄວາມສາມັກຄີຮັກແພງ ອັນເປັນມູນເຊື້ອດີງາມຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ພາຍໃນຊາດ. - ໂດຍລວມແລ້ວພວກເຮົາສາມາດຄວບຄຸມການແຜ່ລະບາດ ໄດ້ໃນລະດັບໜຶ່ງ ອັດຕາຜູ້ຕິດເຊື້ອ ຄອ່ຍຫຼຸດລົງເມື່ອທຽບໃສ່ໄລຍະຕົ້ນ. ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ກໍ່ຄືໃນນາມສ່ວນຕົວ, ຕີລາຄາສູງ ແລະ ຍ້ອງຍໍສັນລະເສີນ ຢ່າງຈິງໃຈຕໍ່ກັບການປະກອບສ່ວນດັ່ງກ່າວ. ເຖິງຢ່າງໃດກໍ່ດີ ພວກເຮົາກໍ່ມີບັນຫາຈຳນວນໜຶ່ງ ທີ່ຍັງຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນ: - ການຜັນຂະຫຍາຍຄຳສັ່ງ 15/ນຍ ຢູ່ບາງທ້ອງຖິ່ນ ບາງຂັ້ນ ຍັງບໍ່ທັນຖືກຕ້ອງ ແລະ ເອກະພາບ ໂດຍສະເພາະແມ່ນການຂົນສົ່ງສິນຄ້າຕ່າງໆ. - ສະຕິຄວາມຮັບຜິດຊອບຄົນຈຳນວນໜຶ່ງ ຍັງບໍ່ທັນສູງ, ບາງບ່ອນ ບາງບຸກຄົນ ຍັງມີການລວງລະເມີດ ຊຶ່ງເຮັດໃຫ້ມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ. - ການວິເຄາະກວດຫາເຊື້ອ ສະຖານທີ່ປິ່ນປົວບາງບ່ອນ ຍັງຈໍາກັດ ຍັງບໍ່ທັນກັບສະພາບການ. - ການໃຫ້ຂໍ້ມູນຂອງເປົ້າໝາຍກ່ຽວຂ້ອງ ທີ່ມີຄວາມສ່ຽງ ບໍ່ຊັດເຈນ ຈໍານວນໜຶ່ງຍັງບໍ່ໃຫ້ການຮ່ວມມື ເຮັດໃຫ້ການຕິດຕາມເອົາຄົນເຈັບມາປິ່ນປົວລ່າຊ້າ; ແລະມີຄວາມສ່ຽງຕໍ່ການແຜ່ເຊື້ອຕໍ່. - ຈຳນວນໜຶ່ງ ໃນເມື່ອກວດພົບເຊືຶ້ອແລ້ວ ບໍ່ຍອມປິ່ນປົວ, ຍັງເອົາຕົວລົບລີ້ ອັນໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ວິຊາການ ກໍຄືສັງຄົມບໍ່ໜ້ອຍ ແລະ ກໍ່ຍັງເປັນທີ່ມາຂອງຄວາມສ່ຽງທີ່ຈະເຮັດໃຫ້ການແຜ່ເຊື້ອລະບາດຄືນໄດ້ງ່າຍໆ. ຈາກສະພາບດັ່ງກ່າວ ແລະ ອີງຕາມການຕີລາຄາຂອງຄະນະສະເພາະກິດ, ເຖິງວ່າອັດຕາສ່ວນຈຳນວນຜູ້ຕິດເຊື້ອບາງເຂດ ໄດ້ມີທ່າອ່ຽງຫຼຸດລົງກໍ່ຕາມ, ແຕ່ປະເທດພວກເຮົາກໍ່ຍັງບໍ່ທັນຫຼຸດພົ້ນອອກຈາກຄວາມສ່ຽງໃນລະດັບແນ່ນອນໄດ້ເທື່ອ. ສະນັ້ນ, ໂດຍເຫັນໄດ້ເຖິງຄວາມອັນຕະລາຍດັ່ງກ່າວ, ພັກ-ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ຈຶ່ງໄດ້ພ້ອມກັນຕົກລົງ ສືບຕໍ່ປະຕິບັດມາດຕະການຕ່າງໆ ແຕ່ລະລະດັບ ຕາມຄຳສັ່ງຂອງຄະນະເລຂາທິ ການສູນກາງພັກ ສະບັບເລກທີ 87/ຄລສພ, ຄຳສັ່ງ ສະບັບເລກທີ 15/ນຍ, ຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງ, ແຈ້ງການຂອງ ຫສນຍ ສະບັບເລກທີ 406/ຫສນຍ ອອກໄປຕື່ມ 15 ວັນ ຈົນຮອດ ວັນທີ 20 ພຶດສະພາ 2021 ໃນນີ້ ສຳລັບທ້ອງຖິ່ນຕ່າງໆ ແມ່ນໃຫ້ອີງຕາມສະພາບຕົວຈິງຂອງຕົນ ເພື່ອກຳນົດມາດຕະການຕ່າງໆ ທີ່ແທດເໝາະ. ການຕັດສິນໃຈນີ້ນອກຈາກຈະອີງໃສ່ຜັນຂອງການຈັດຕັ້ງປະຕິບັດທີ່ຜ່ານມາ ດັ່ງໄດ້ກ່າວໄປແລ້ວນັ້ນ ລັດຖະບານຍັງໄດ້ຟັງຄວາມຄິດຄວາມເຫັນ ຄຳສະເໜີຂອງພໍ່ແມ່ພີ່ນ້ອງປະຊາຊົນ, ບົດຮຽນຂອງປະເທດເພື່ອມິດ ແລະ ຂອງສາກົນ (ສິ່ງນີ້ພວກເຮົາກໍ່່ໄດ້ເຫັນຂ່າວສານຂອງສື່ທົ່ວໂລກຮ່ວມກັນມາແລ້ວ). ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ, ລັດຖະບານ ຮັບຮູ້ວ່າ ການສືບຕໍ່ແກ່ຍາວເວລາຂອງການປະຕິບັດມາດຕະການຕ່າງໆ ທີ່ວາງອອກ ແນ່ນອນວ່າ ຈະສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການດຳລົງຊີວິດປະຈຳວັນ, ແຕ່ຂໍໃຫ້ພ້ອມກັນເຂົ້າໃຈ ແລະ ອົດທົນຜ່ານຜ່າ ໄປນຳກັນ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຄັ້ງນີ້ ໃຫ້ໄດ້. ໃນໄລຍະທີ່ປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍຈະພະຍາຍາມສ້າງເງື່ອນໄຂອຳນວຍຄວາມສະດວກ ດ້ານຕ່າງໆ ເພື່ອໃຫ້ທຸກຄົນໃນສັງຄົມ ໄດ້ດຳລົງຊີວິດເປັນປົກກະຕິແບບໃໝ່ ໃຫ້ໄດ້ດີເທົ່າທີ່ຈະເຮັດໄດ້, ໄປພ້ອມກັບການປັບປຸງບັນດານະໂຍບາຍ ແລະ ມາດຕະການຕ່າງໆທາງດ້ານເສດຖະກິດ. ແນ່ນອນວ່ານະໂຍບາຍເຫຼົ່ານັ້ນ ຈະບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງທຸກພາກສ່ວນກໍຄືທຸກຄົນກໍ່ຕາມ, ແຕ່ກໍ່ເປັນຄວາມພະຍາຍາມ ຂອງລັດຖະບານ ໃນທ່າມກາງສະພາບທີ່ຫຍຸ້ງຍາກ ຄືຢູ່ໃນປັດຈຸບັນ. ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ, ໃນໄລຍະປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍ່ຄືຄະນະສະເພາະກິດ ແຕ່ລະຂັ້ນ ຈະສືບຕໍ່ ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ຈະພະຍາຍາມປັບຄວາມສົມດູນດ້ານມາດຕະການທາງການແພດ, ມາດຕະການບໍລິຫານ ແລະ ອຳນວຍຄວາມສະດວກດ້ານຊີວິດການເປັນຢູ່ຂອງປະຊາຊົນໄປຄວບຄູ່ກັນ. ຖ້າຢູ່ທ້ອງຖິ່ນໃດ ຫາກສະພາບການດີຂຶ້ນ ກໍ່ໃຫ້ທ້ອງຖິ່ນນັ້ນ ພິຈາລະນາ ແລະ ອອກມາດຕະການຜ່ອນຄາຍ ຕາມຄວາມເໝາະສົມ ພ້ອມທັງເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດ ຢ່າງເປັນເຈົ້າການ. ແຕ່ກົງກັນຂ້າມ, ທ້ອງຖິ່ນໃດຫາກມີການລະບາດ ເພິ່ມຂຶ້ນ ກໍ່ຈະໄດ້ໃຫ້ນຳໃຊ້ມາດຕະການເຂັ້ມງວດຕື່ມອີກ. ໃນໂອກາດນີ້ຂ້າພະເຈົ້າຂໍຮຽກຮອງມາຍັງ ພໍ່ແມ່ພີນ້ອງປະຊາຊົນ ຕະຫຼອດຮອດພະນັກງານ ທະຫານ ຕຳຫຼວດ ທຸກຖ້ວນໜ້າ ຈົ່ງເຊີດຊູຄວາມຮັບຜິດຊອບສູງຕໍ່ ປະເທດຊາດຂອງພວກເຮົາ, ຮ່ວມແຮງຮ່ວມໃຈສາມັກຄີກັນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຜ່ານຜາໄພອັນຕະລາຍນີ້ໄປດວ້ຍກັນ ກ້າວສູ່ໄຊຊະນະຮ່ວມກັນ ຢ່າງຕະຫຼອດປອດໄພ. (ຂໍຂອບໃຈ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ