ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງຫຼວງນໍ້າທາ ເອົາໃຈໃສ່ຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-05 10:10:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ:



ໂດຍຈັດຕັ້ງປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 15/ນຍ, ວ່າດ້ວຍການເພີ່ມທະວີມາດຕະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ອີງຕາມການແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ2151/ ກປທ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດລະບາດ ໂຄວິດ-19, ອີງຕາມຄໍາສັ່ງ ຂອງທ່ານເຈົ້າແຂວງຫຼວງນໍ້າທາ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງທຸກພາກສ່ວນ ເພື່ອສະກັດກັ້ນ, ປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ອີງຕາມແຈ້ງການຄະນະສະເພາະກິດຂັ້ນກອງບັນຊາການທະຫານແຂວງ ເພື່ອປ້ອງກັນຄວບຄຸມ ແລະ ຕອບຕ້ານການລະບາດພະຍາດ ໂຄວິດ-19 ທີ່ກໍາລັງລະບາດໃນປັດຈຸບັນ ຍ້ອນເຫັນໄດ້ຄວາມສ່ຽງຂອງບັນດາ ນາຍ ແລະ ພົນທະຫານ ໃນໄລຍະແຕ່ວັນທີ 22 ເມສາ ນີ້ ຈົນຈະມີການປ່ຽນແປງກອງບັນຊາການທະຫານແຂວງ ຫຼວງນໍ້າທາ ຈຶ່ງໄດ້ຈັດຕັ້ງໜ່ວຍງານແພດໝໍປະຈໍາກົມກອງ ໄດ້ນໍາເອົາອຸປະກອນກວດກາ ວັດແທກອຸນຫະພູມຮ່າງກາຍ ເຈວລ້າງມື ລົງເຮັດໜ້າທີ່ກວດກາວັດແທກອຸນຫະພູມ ລ້າງມືໂດຍເຈວ ໃຫ້ພະນັນງານ-ນັກຮົບ ທີ່ເຂົ້າ- ອອກຄ້າຍຢູ 2 ຈຸດ ຢ່າງເຄັ່ງຄັດໂດຍຜ່ານປະຕູໂຂງ ເພື່ອຕ້ານ ແລະ ສະກັດກັ້ນບໍ່ໃຫ້ພະນັກງານ-ນັກຮົບ ຕິດເຊື້ອພະຍາດດັ່ງກ່າວຫຼືມີຄວາມສ່ຽງໃນການຕິດເຊື້ອ, ທັງນີ້ມັນໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງ-ເປັນໄຍ ຄວາມເອົາໃຈໃສ່ ຂອງຄະນະພັກ-ຄະນະບັນຊາ ແລະ ທິມງານແພດໝໍກໍ່ຄືຄະນະພັກທຸກຂັ້ນ ແລະ ບໍ່ໃຫ້ພະນັກງານ-ນັກຮົບ ເກີດການຕິດເຊື້ອຢູ່ໃນກົມກອງຂອງຕົນ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ