ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 60 ຄົນ
ເວລາອອກຂ່າວ: 2021-05-04 15:51:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ອີງຕາມການລາຍງານຂອງ ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ່ວ່າ: ໃນວັນທີ 03 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.463 ຕົວຢ່າງ ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 60 ຄົນ, ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 8 ຄົນ, ແຂວງຈໍາປາສັກ 30 ຄົນ, ບໍ່ແກ້ວ 20 ຄົນ, ສະຫວັນນະເຂດ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ. ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1.026 ຄົນ (ໃໝ່ 60) ບໍ່ມີຜູ້ເສຍຊີວີດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ 60 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານຕ່າງໆທີ່ຄະນະສະເພາະກິດກຳນົດໄວ້ ໃນແຕ່ລະແຂວງ ຈຳນວນ 966 ຄົນ ເຊັ່ນ: ນະຄອນຫຼວງວຽງຈັນ 606 ຄົນ (ໃໝ່ 8), ແຂວງຈຳປາສັກ 151 ຄົນ (ໃໝ່ 30), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ 118 ຄົນ (ໃໝ່ 20), ແຂວງສະຫວັນນະເຂດ 32 ຄົນ (ໃໝ່ 1), ແຂວງຫຼວງພະບາງ 13 ຄົນ, ແຂວງວຽງຈັນ 14 ຄົນ (ໃໝ່ 1), ແຂວງສາລະວັນ 7 ຄົນ, ແຂວງຫຼວງນ້ຳທາ 6 ຄົນ, ແຂວງອຸດົມໄຊ 8 ຄົນ, ແຂວງຜົ້ງສາລີ 3 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 3 ຄົນ, ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ເຊີ່ງຄົນເຈັບທຸກຄົນແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບຸນປົກກະຕິ ແລະ ທຸກຄົນແຂງແຮງດີ. ປະຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 57 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.769 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19. ສໍາລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 60 ຄົນ (ກໍລະນີຢັ້ງຢືນທີ 967-1.026) ມີຄື: ຄົນເຈັບກໍລະນີໃໝ່ 8 ຄົນ ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ. ສ່ວນກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ ແລະ ແຂວງວຽງຈັນ ແມ່ນມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າຄືກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ