ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍແຫ່ງປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-28 09:19:58 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 13623 | ຄວາມນິຍົມ:



ໃນທ້າຍເດືອນທັນວານີ້, ຢູ່ຫຼາຍແຫ່ງຕ່າງກໍໄດ້ຈັດຕັ້ງຮັບ ຟັງການປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີຢ່າງ ເປັນຂະບວນ, ໃນນັ້ນ, ມີຄະນະ ນິຕິສາດ-ລັດຖະສາດມະຫາວິ ທະຍາໄລແຫ່ງຊາດ, ວິທະຍາໄລ ເຕັກນິກສັບພະວິຊາ ແລະ ກອງ ບັນຊາການທະຫານແຂວງ ຫຼວງ ນໍ້າທາ. ໃນນັ້ນ, ຢູ່ຄະນະນິຕິສາດ-ລັດ ຖະສາດມະຫາວິທະຍາໄລແຫ່ງ ຊາດແມ່ນທ່ານ ພົນຈັດຕະວາ ບຸນຍົງ ດາດົງໄຊ, ຮອງປະທານ ສານປະຊາຊົນສູງສຸດ, ຫົວໜ້າ ອົງການສານທະຫານຂັ້ນສູງ, ຢູ່ວິທະຍາໄລເຕັກນິກສັບພະວິ ຊາແມ່ນທ່ານ ພົນຈັດຕະວາ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການ ຄະນະພັກກະຊວງປ້ອງກັນປະ ເທດ, ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ຢູ່ກອງບັນຊາການທະຫານແຂວງຫຼວງນໍ້າທາ ແມ່ນ ພັນເອກ ໄມ່ຈັນ ພັດທະລັດ ເປັນຜູ້ປາຖະກະຖາ. ຢູ່ແຕ່ລະແຫ່ງ, ຜູ້ປາຖະກະ ຖາໄດ້ຍົກໃຫ້ເຫັນມູນເຊື້ອ, ການ ກໍາເນີດ, ເຕີບໃຫຍ່ຂະຫຍາຍ ຕົວ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວຕະຫຼອດ 70 ປີທີ່ຜ່ານມາ. ນັບແຕ່ມື້ກໍາເນີດ ເປັນຕົ້ນມາກອງທັບປະຊາຊົນ ລາວ ໄດ້ເປັນກໍາລັງຫຼັກແຫຼ່ງ ພ້ອມກັບປະຊາຊົນລາວບັນດາ ເຜົ່າດໍາເນີນການຕໍ່ສູ້ຕ້ານກັບຈັກ ກະພັດຜູ້ຮຸກຮານ ແລະ ລູກມືຂອງ ພວກມັນ, ຍິ່ງຕີຍິ່ງເຕີບໃຫຍ່, ຍິ່ງຕີກໍຍິ່ງເຂັ້ມແຂງ, ສາມາດ ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະ ນະໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ພ້ອມກັບປວງຊົນລາວທັງຊາດເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ. ຈາກນັ້ນ ກໍໄດ້ ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະ ສາດຂອງພັກ: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສາມາດ ປົກປັກຮັກສາເອກະລາດ ອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ. ການຈັດຕັ້ງປາຖະກະຖາດັ່ງ ກ່າວແມ່ນໜຶ່ງໃນກິດຈະກໍາເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທັງນີ້ກໍ ເພື່ອເຮັດໃຫ້ປະຊາຊົນຊັ້ນຄົນ ຕ່າງໆມີຄວາມຮັບຮູ້ ແລະ ເຫັນ ໄດ້ທາດແທ້ມູນເຊື້ອອັນດີງາມ ຂອງກອງທັບເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ