ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດ ການຢາ ເອັນເອັນຊີ ຈຳກັດ ມອບເຄື່ອງອຸປະກອນການແພດ ລວມມູນຄ່າ 23 ລ້ານກ່ວາກີບໃຫ້ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-05-04 13:44:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ວັນທີ 4 ພຶດສະພາ ນີ້, ທ່ານ ດາລາວອນ ເຄືອບຄຳວອນ ຮອງຜູ້ອຳນວຍການ ບໍລິສັດ ການຢາ ເອັນເອັນຊີ ຈຳກັດ ພ້ອມຄະນະ ໄດ້ນໍາເອົາເຄື່ອງອຸປະກອນການແພດ ລວມມູນຄ່າ 23 ລ້ານກ່ວາກີບ ມາມອບໃຫ້ໂຮງໝໍສູນກາງ 103 ກອງທັບ, ໂດຍການກ່າວຮັບຂອງທ່ານ ພົນຈັດຕະວາ ດຣ ຄຳແພງ ພູມມາແກ້ວ ຫົວໜ້າອຳນວຍການໂຮງໝໍສູນກາງ 103 ກອງທັບ ພ້ອມຄະນະ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຈວລ້າງມືຊະນິດກະປ໋ອງໃຫຍ່ ຈຳນວນ 11 ແກັດ, ເຈວລ້າງມືກະປ່ອງກາງ ຈຳນວນ 20 ແກັດ, ຜ້າອັດປາກ-ດັງ ຈຳນວນ 4 ແກັດ, ເຈວຊະນິດພົກພາ ຈຳນວນ 20 ແກັດ ລວມມູນຄ່າທັງໝົດ 23 ລ້ານກ່ວາກີບ. ຈຸດປະສົງກໍເພື່ອນໍາໃຊ້ເຂົ້າໃນວຽກງານ ປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດໃນເວລານີ້ ເພື່ອໃຫ້ພະນັກງານແພດໝໍທຸກຄົນໄດ້ນຳໃຊ້ປ້ອງກັນຕົນເອງໃນເວລາປະຕິບັດໜ້າທີ່ໃກ້ຊິດປິ່ນປົວຜູ້ຕິດເຊື້ອໂຄວິດ-19. ໂອກາດນີ້, ທ່ານ ພົນຈັດຕະວາ ດຣ ຄຳແພງ ພູມມາແກ້ວ ໄດ້ຕາງໜ້າຄະນະພັກ-ຄະນະອຳນວຍການ, ໜ່ວຍງານສະເພາະກິດ ແລະ ພະນັກງານແພດໝໍໃນທົ່ວໂຮງໝໍສູນກາງ 103 ກອງທັບ ສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານ ດາລາວອນ ເຄືອບຄຳວອນ ຮອງຜູ້ອຳນວຍການ ບໍລິສັດ ການຢາ ເອັນເອັນຊີ ຈຳກັດ ພ້ອມຄະນະ ທີ່ໄດ້ແບ່ງປັນນ້ຳໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງມັນສະແດງເຖິງຄວາມເສຍສະຫຼະ ຄວາມເປັນຫ່ວງເປັນໄຍ, ທັງເປັນກຳລັງໃຈໃຫ້ແກ່ພະນັກງານແພດໝໍທຸກຄົນທີ່ກຳລັງເຮັດໜ້າທີ່ໃນເວລານີ້ ແລະ ຂໍອວຍພອນໄຊແດ່ທ່ານພ້ອມຄະນະຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສໍາເລັດໃນການດໍາເນີນທຸລະກິດ. ໂດຍ: ສີຈັນ ເພັດວິໄຊ ພາບ: ເລີດວິໄລ ວົງຈຳປາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ