ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ ອັດຖິທະຫານອາສາສະຫມັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ
ເວລາອອກຂ່າວ: 2021-05-04 11:26:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:



ວັນທີ 29 ເມສາ 2021 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ໃນສະໄໝສົງຄາມຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນກັບຄືນສູ່ປະເທດຈຳນວນ 3 ອັດຖິ ໂດຍມີ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຄະນະປະຈໍາພັກນະຄອນຫຼວງ, ຫົວໜ້າການເມືອງກອງບັນ ຊາການທະຫານນະຄອນຫຼວງວຽງຈັນ, ສະຫາຍ ພັນເອກ ຮ່າດຶກຮຸ້ງ ຫົວໜ້າໜ່ວຍງານຂຸດຄົ້ນອັດຖິແຂວງຮ່າຕິ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 05 ຫ້ອງ ແລະ ກົມກອງອ້ອມຂ້າງ,ຄະນະປະຕິບັດງານພິເສດທັງສອງຝ່າຍເຂົ້າຮ່ວມ. ໂດຍປະຕິບັດຕາມສັນຍາຂອງ 2 ລັດຖະບານ ແລະ ບົດບັນທຶກຊ່ວຍຈໍາລະຫວ່າງ 2 ຄະນະ ປະຕິບັດງານພິເສດລາວ-ຫວຽດນາມກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາສົງຄາມຢູ່ລາວເວົ້າລວມ, ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ປະສານງານກັນແໜ້ນລະຫວ່າງຄະນະປະຕິບັດງານພິເສດຂອງທະຫານນະຄອນຫຼວງວຽງຈັນ ກັບ ຄະນະປະຕິບັດງານພິເສດແຂວງຮ່າຕິ່ງ ເຊິ່ງເລີ່ມແຕ່ປີ 2000 ມາເຖິງປີ 2020 ສາມາດຂຸດຄົ້ນ ໄດ້ 124 ອັດຖິ ແລະ ໄດ້ມອບ-ຮັບຈັດສົ່ງແລ້ວ. ສໍາລັບປີ 2021 ນີ້, ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນໄດ້ເລີ່ມລົງມືປະຕິບັດນັບແຕ່ເດືອນມີນາ ຫາເດືອນເມສາ ແມ່ນສາມາດຂຸດຄົ້ນໄດ້ຕົວຈິງ ຈຳນວນ 03 ອັດຖິ ແລະ ໄດ້ຈັດສົ່ງຢ່າງເປັນທາງການເຊັ່ນດຽວກັນ. ສັງລວມແລ້ວແຕ່ປີ 2000-2021 ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນ ແມ່ນສາມາດຂຸດຄົ້ນອັດຖິ ໄດ້ທັງໝົດຈຳນວນ 127 ອັດຖິ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ