ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພິທີມອບ-ຮັບ ອຸປະກອນເຄື່ອງມືການແພດ ລະຫວ່າງ ກອງທັບ ປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2021-05-03 18:30:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ວັນທີ 3 ພຶດສະພາ 2021 ນີ້ຢູ່ ດ່ານສາກົນ ນໍ້າພາວ-ເກົາແຈ່ວ ໄດ້ມີພິທີມອບ-ຮັບ ອຸປະກອນເຄື່ອງມືການແພດ ລະຫວ່າງ ກອງທັບ ປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ກ່າວມອບໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ຮຸ່ງຖັງ ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມເສນາທິການ ກົມໃຫຍ່ພະລາທິການ. ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ ພະລາທິການກອງທັບ ມີພາກສ່ວນກ່ຽວຂ້ອງສອງຝາຍເຂົ້າຮ່ວມ. ໂດຍອີງຕາມການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ດັ່ງນັ້ນກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານທາງການແພດ ຈໍານວນ 4 ສະຫາຍ ພ້ອມອຸປະກອນເຄື່ອງມືທາງການແພດຈໍານວນ 12 ໂຕນ ປະກອບມີ: ຜົງ ໂຄຣລາມິນບີ( cloamin b ) 500 ກິໂລ. ຜ້າອັດປາກ N95: 5.000 ອັນ. ຜ້າອັດປາກແພ 100.000 ອັນ. ເຄື່ອງນຸ່ງປ້ອງກັນ PCD ລະດັບ4: 5.000 ຊຸດ. ນໍ້າຢາລ້າງມື 1.000 ຂວດ.ຊຸດກວດຕົວຢ່າງຫາເຊື້ອພະຍາດ 1.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 100 ອັນ. ການມອບເຄື່ອງມືອຸປະກອນການແພດໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງສາຍພົວພັບຮ່ວມມືພິເສດ, ຄວາມສາມັກຄີພິເສດລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງ. ສະຫາຍພົນຕີ ຄໍາເພັດ ສີຊານົນ ຕ່າງໜ້າໃຫ້ລັດຖະບານກໍ່ຄືປະຊາຊົນລາວບັນດາເຜົ່າ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງ ລັດຖະບານກໍ່ຄືກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸປະກອນເຄື່ອງມືທາງການແພດ ແລະ ຄະນະຊ່ຽວຊານທາງການແພດ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້. ໂດຍ: ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ