ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງຫົວພັນ ສຳເລັດການເຝິກອົບຮົມ-ຫັດແອບ ນັກຮຽນພັນທະ ຊຸດທີ 45
ເວລາອອກຂ່າວ: 2021-05-03 12:28:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1021 | ຄວາມນິຍົມ:



ພິທີປິດຊຸດເຝິກອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໃຫ້ທະຫານພັນທະ ຊຸດທີ 45 ປະຈໍາສົກ 2020-2021 ໄດ້ຈັດຂື້ນໃນວັນທີ 29 ເມສາ 2021 ນີ້, ຢູ່ໂຮງຮຽນການທະຫານທ້ອງຖິ່ນ ທະຫານແຂວງຫົວພັນ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ກຳມະການຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ, ມີຜູ້ຕາງໜ້າອົງການ 5 ຫ້ອງ,ແຂກຖືກເຊີນ, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານສອນ ຕະຫຼອດຮອດ ທະຫານພັນທະເຂົ້າຮ່ວມ. ສະຫາຍ ພັທ ບຸນສຸກ ໄຊສິງຄຳ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ ໄດ້ຂື້ນສະຫຼຸບຕີລາຄາຄືນ ຜົນການອົບຮົມ ໃນໄລຍະ 90 ວັນຜ່ານມາ ໂດຍໄດ້ຍົກໃຫ້ເຫັນເຖິງການເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ,ຖືເອົາການເຊື່ອມຊຶມກຳແໜ້ນ ແນວທາງນະໂຍບາຍຂອງພັກ,ມະຕິ,ຄຳສັ່ງ,ຂໍ້ກຳນົດກົດລະບຽບຂອງລັດ,ວິໄນຂອງກອງທັບ ເຂົ້າໃນການເຝິກອົບຮົມ ເພື່ອເຮັດໃຫ້ນັກອົບຮົມ ໄດ້ກຳແໜ້ນຕໍ່ບັນດາແນວທາງດັ່ງກ່າວ, ພ້ອມນີ້ຍັງສາມາດຕີລາຄາຜົນໄດ້ຮັບຄື: ວິຊາການເມືອງຂັ້ນເກັ່ງ 46 ສະຫາຍ ສະເລ່ຍເທົ່າກັບ 31,29%,ຂັ້ນກາງ 101 ສະຫາຍ ເທົ່າກັບ 68,70%,ວິຊາສິລະປະຍຸດ ຂັ້ນເກັ່ງ 70 ສະຫາຍ ເທົ່າກັບ 47,61%,ຂັ້ນກາງ 58 ສະຫາຍ ເທົ່າກັບ 39,45%,ຄາດໝາຍ 19 ສະຫາຍ ເທົ່າກັບ 12,92%,ວິຊາຍຸດທະວິທີ ຂັ້ນເກັ່ງ 70 ສະຫາຍ ເທົ່າກັບ 47,61%, ຂັ້ນກາງ 77 ສະຫາຍ ເທົ່າກັບ 52,38%,ວິຊາລະບຽບກິລາ ຂັ້ນເກັ່ງ 76 ສະຫາຍ ເທົ່າກັບ 51,70%, ຂັ້ນກາງ 71 ສະຫາຍ ເທົ່າກັບ 48,29%,ວິຊາ 5 ເຕັກນິກແພດ ຂັ້ນເກັ່ງ 83 ສະຫາຍ ເທົ່າກັບ 56,46%, ຂັ້ນກາງ 64 ສະຫາຍ ເທົ່າກັບ 43,53%, ວິຊາຊ່າງແສງ ຂັ້ນເກັ່ງ 104 ສະຫາຍ ເທົ່າກັບ 70,74%,ຂັ້ນກາງ 40 ສະຫາຍ ເທົ່າກັບ 27,21%, ຄາດໝາຍ 3 ສະຫາຍ ເທົ່າກັບ 2,04%, ວິຊາພະລາທິການ-ເຕັກນິກຂັ້ນເກັ່ງ 57 ສະຫາຍ ເທົ່າກັບ 38,77%,ຂັ້ນກາງ 80 ສະຫາຍ ເທົ່າກັບ 54,42%,ຄາດໝາຍ 10 ສະຫາຍ ເທົ່າກັບ 6,80% ສະເລ່ຍລວມໝົດຊຸດອົບຮົມ ຂັ້ນເກັ່ງ 13 ສະຫາຍ ເທົ່າກັບ 8,84%,ຂັ້ນກາງ 134 ສະຫາຍ ເທົ່າກັບ 91,15% ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້, ຈາກຜົນງານດັ່ງກ່າວຍັງສາມາດຄັດເລືອກໄດ້ ບຸກຄົນທີ່ດີເດັ່ນ ປະເພດ I ຈຳນວນ 52 ສະຫາຍ,ປະເພດ II ຈໍານວນ 49 ສະຫາຍ ໄດ້ຮັບຂອງຂວັນຢ່າງໜ້າສັນລະເສີນ. ໂອກາດນີ້ ສະຫາຍ ປະທານພິທີ ຍັງໄດ້ໂອລົມ ຕໍ່ນັກເຝິກອົບຮົມ ທີ່ໄດ້ສຳເລັດຫຼັກສູດການຮຽນ ຂັ້ນພື້ນຖານ ການເມືອງ ການທະຫານ ແລະ ພະລາທິການ-ເຕັກນິກ ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເຮັດໄດ້ ພ້ອມທັງຮຽກຮ້ອງໃຫ້ເສີມຂະຫຍາຍດ້ານດີຜົນງານ ແລະ ແກ້ໄຂບາງດ້ານທີ່ຍັງຄົງຄ້າງ,ຍົກສູງຕໍ່ການກຳແໜ້ນບົດຮຽນທີ່ໄດ້ຮຽນມາ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ພາຍໃນກົມກອງ ແລະ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ ດ້ານຄຸນສົມບັດ ສິນທຳປະຕິວັດ,ເພີ່ມທະວີຄວາມສາມັກຄີ ພາຍໃນ-ພາຍນອກ ໃຫ້ໜັກແໜ້ນ ພ້ອມທັງເປັນແບບຢ່າງນຳໜ້າ ໃຫ້ບຸກຄົນອື່ນ ໄດ້ນຳໄປເປັນບົດຮຽນ. ບົດຂ່າວ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ