ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າໜ້າທີ່ ຈະປະຕິບັດມາດຕະການຕ່າງໆໃຫ້ເຖີງທີ່ສຸດ ຕໍ່ ບຸກຄົນທີ່ລັກລອບເຂົ້າເມືອງຜິດກົດໝາຍ ເຂດບ້ານໜາກນາວ-ນາລ້ອງ
ເວລາອອກຂ່າວ: 2021-05-02 13:42:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ທະຫານຊາຍແດນ ໝວດທີ 3 ກອງຮ້ອຍ ຊາຍແດນ 244 ກອງບັນຊາການ ທະຫານນະຄອນຫລວງ ປະຕິບັດ ມາດຕະການຢ່າເຂັ້ມງວດ ໃນການປ້ອງກັນເວນຍາມ ຖ້າບຸກຄົນໃດ ຝ່າຝືນ ແລະ ລັກລອບເຂົ້າເມືອງແບບຜິດກົດໝາຍ ຢູ່ເຂດບ້ານໝາກນາວ-ນາລ້ອງ ເມືອງປາກງື່ມ ຈະຖືກປະຕິບັດມາດຕະການຢ່າງເຂັ້ມງວດ ທີ່ຂັ້ນເທິງວາງອອກ. ສະຫາຍ ຮ້ອຍໂທ ສຸລິຍາ ເລືອງມີໄຊ ຫົວໜ້າໜວດ 3 ກອງຮ້ອຍທະຫານຊາຍແດນ 244 ກອງບັນຊາການທະຫານນະຄອນຫລວງໃຫ້ສໍາພາດວ່າ: ໂດຍປະຕິບັດຕາມມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ເວົ້າລວມເວົ້າສະເພາະ ການເພີ່ມທະວີກໍາລັງເຂົ້າໃນວຽກງານປ້ອງກັນເວນຍາມ ເຂດຊາຍແດນ ຂອງກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ໃຫ້ຈັດຕັ້ງກຳລັງຢ່າງເຂັ້ມງວດເຂົ້າໃນວຽກງານປ້ອງກັນເວນຍາມຕະຫລອດ24 ຊົ່ວໂມງ ໃນແຕ່ລະຈຸດຮັບຜິດຊອບ ເຂດບ້ານໜາກນາວ-ນາລ້ອງ ເຊິ່ງ ເປັນເຂດຊາຍແດນ ຕິດຈອດກັບ ຈັງຫວັດໜອງຄາຍ ຣາຊາອານາຈັກໄທ ໂດຍ ໃນໄລຍະຜ່ານມາ ເຂດດັ່ງກ່າວກໍຍັງມີບຸກຄົນຈຳນວນໜຶ່ງ ທີ່ຝ່າຝືນ ມາດຕະການທີ່ຂັ້ນເທິງວາງອອກ ໂດຍສະເພາະແມ່ນບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ມີຊາວປະຊາຊົນ ຈຳນວນໜຶ່ງ ຝ່າຝືນມາດຕະການໃຫ້ຢຸດຕິການເດີນເຮືອ ຕໍ່ກັບບັນຫາດັ່ງກ່າວໃນໄລຍະຜ່ານມາ ພວກເຮົາກໍໄດ້ ເອົາໃຈໃສ່ ຢ່າງຕັ້ງໜ້າ ສະກັດກັ້ນປະຕິບັດຢ່າງເຂັ້ມງວດໂດຍໄດ້ຈັດຕັ້ງກຳລັງອ້າຍນ້ອງລາດຕະເວນ ທັງເວັນທັງຄືນ ທາງບົກແລະ ທາງນ້ຳ ແລະກໍສາມາດສະກັດກັ້ນໄດ້ບຸກຄົນທີ່ຝ່າຝືນ ແລະ ຜິດລະບຽບກົດໜາຍ ຈຳນວນໜຶ່ງ ພ້ອມນັ້ນ ພວກເຮົາກໍໄດ້ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ ຕໍ່ຜູ້ທີ່ ລອກລອບເຂົ້າເມືອງແບບຜິດກົດໝາຍ ເຖີງຢ່າງໃດກໍຕາມ ພວກເຮົາກໍຈະສຸມທຸກກຳລັງເຂົ້າໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ສະພາບ ມີຄວາມສະຫງົບໂດຍພື້ນຖານ ແນໃສ່ ສະກັດກັ້ນ ແລະ ຕອບຕ້ານ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ -19 ຈາກພາຍນອກ ມາສູ່ປະເທດຂອງພວກເຮົາ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ