ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກຸ່ມສີໄຄເມືອງສີໂຄດເອົາໃຈໃສ່ກວດກາຢ່າງເຂັ້ມງວດ
ເວລາອອກຂ່າວ: 2021-04-23 16:39:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ:



ປະຕິບັດຕາມຄຳສັ່ງແນະນໍາຂອງທ່ານ ນາຍົກລັດຖະມົນຕີ ເລກທີ15/ນຍ,ດັ່ງນັ້ນເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກຄໍາແນະນໍາໃຫ້ກອງບັນຊາການທະຫານ,ກອງບັນຊາການຕໍາຫຼວດ,ພະແນການ,ອົງການທ່ຽງເທົ່າ,ເຈົ້າເມືອງ,ນາຍບ້ານ,ພະນັກງານລັດຖະກອນ,ປະຊາຊົນບັນດາເຜົ່າ,ຊາວຕ່າງດ້າວ,ທີ່ດຳລົງຊິວິດຢູ່ນະຄອນຫຼວງວຽງຈັນຈົ່ງພ້ອມກັນປະຕິບັດຕາມຄໍາສັ່ງຂອງນາຍຍົກລັດຖະມົນຕີຢ່າງເຂັ້ມງວດ,ດັ່ງນັ້ນຄະນະສະເພາະກິດກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ກຸ່ມສີໄຄຈື່ງໄດ້ສົມທົບກັບ ປກຊ-ປກສເມືອງ,ໜ່ວຍແພດຕັ້ງຈຸດກວດກາພາຫານະ ແລະ ວັດແທກອຸນຫະພູມຜູ້ທີສັນຈອນໄປມາ ທີ່ຜ່ານເສັ້ນທາງເຂດບ້ານນາແຮ່ເມືອງສີໂຄດຕະບອງ, ສະຫາຍ ຮ້ອຍເອກ ດອກແກ້ວ ບົວໄລວັນ ທະຫານເມືອງສີໂຄດຕະບອງ ໃຫ້ສໍາພາດນັກຂ່າວໜັງສືພິມ ກອງທັບໃນວັນທີ່23ເມສາ2021ນີ້ວ່າ:ເພື່ອເປັນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.ດັ່ງນັ້ນອຳນາດການປົກຄອງເມືອງກໍ່ຄືນະສະເພາະກິດຂັ້ນເມືອງໄດ້ມອບໝາຍໃຫ້ກຸ່ມສີໄຄພວກເຮົາຕັ້ງຈຸດກວດກາ,ຄັດກອງແລະໃຫ້ຄໍາແນະນໍາປະຊາຊົນຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຄໍາສັ່ງແນະນໍາ ເລກທີ 15/ນຍ ຂອງທ່ານ ນາຍົກລັດຖະມົນຕີ ຢ່າງເຂັ້ມງວດ ຖ້າບໍ່ຈໍາເປັນແມ່ນບໍ່ໃຫ້ອອກຈາກບ້ານເດີນທາງໄປມາ, ຖ້າຈະເດີນທາງໄປມາຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ຫຼື ອໍານາດການປົກຄອງແລະຄວນສວມໃສ່ຜ່າປິດປາກເພື່ອຄວາມປອດໄພໃນສັງຄົມ. ໂດຍ:ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ