ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດຮັບຮອງເອົາກອງພັນ 424 ເປັນກອງວັດທະນະທຳ - ນັກຮົບວັດທະນະທຳ ສະໄໝທີ II
ເວລາອອກຂ່າວ: 2021-04-22 08:17:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ໃນວັນທີ 21 ເມສາ 2021 ນີ້, ຢູ່ກອງພັນ 424 ຂຶ້ນກັບ ກອງພັນໃຫຍ່ 497 ໄດ້ຈັດພິທິ ປະກາດຮັບຮອງເອົາກອງພັນ 424 ເປັນກອງວັດທະນະທຳ-ນັກຮົບວັດທະນະທຳ, ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ຄຳເພັງ ເເກ້ວວົງສາ ຫົວ ໜ້າການເມືອງກອງພັນໃຫຍ່ 497, ມີສະຫາຍ ພັນເອກ ວິລະ ໄຊ ສົມສັກ ຮອງຫົວໜ້າກົມໂຄ ສະນາກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ ແຂກທີ່ຖືກເຊີນຈາກກົມກອງ ອ້ອມຂ້າງ, ພະນັກງານປະຕິວັດ ອາວຸໂສ ແລະ ອຳນາດການປົກ ຄອງທ້ອງຖິ່ນ ຕະຫຼອດຮອດພະ ນັກງານ-ນັກຮົບ ແລະ ນ້ອງນ້ອຍ ເຍົາວະຊົນ-ຊາວໜຸ່ມເຂົ້າຮ່ວມ. ສະຫາຍ ພັນໂທ ພອນວັນ ແຄລິ ວອນ ຫົວໜ້າການເມືອງກອງ ກອງພັນ 424 ໄດ້ຜ່ານບົດສະ ຫຼຸບຜົນສຳເລັດໃນການຈັດຕັ້ງ ປະຕິບັດການກໍ່ສ້າງກອງວັດ ທະນະທຳ-ນັກຮົບວັດທະນະທຳ ໄດ້ຮູ້ວ່າ:ໂດຍປະຕິບັດຕາມທິດ ຊີ້ນຳຂອງຄະນະພັກກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ປັບປຸງກໍ່ສ້າງກອງທັບປະຊາຊົນລາວເປັນກອງທັບປະຕິວັດ ແລະ ມີເເບບເເຜນທັນສະໄໝ, ປະຕິບັດຕາມຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການສ້າງກົມກອງວັດ ທະນະທຳ-ນັກຮົບວັດທະນະທຳ ໃນກອງທັບປະຊາຊົນລາວ ເຊິ່ງ ຢູ່ກອງພັນພວກເຮົາໄດ້ຮັບການ ຊີ້ນໍາ-ນຳພາ ຈາກຄະນະພັກ-ຄະ ນະບັນຊາກອງພັນໃຫຍ່ໂດຍກົງ ເຮັດໃຫ້ລະບົບການຈັດຕັ້ງພາຍ ໃນມີຄວາມເຂັ້ມແຂງ, ຄ້າຍຄູມີ ຄວາມສະອາດງາມຕາ, ກົມກອງ ມີຄວາມສະຫງົບປອດໄພ, ຂະ ບວນການເພີ່ມພູນຜະລິດຜົນພາຍ ໃນກົມກອງຟົດຟື້ນແຂງແຮງ, ກົມກອງມີເງິນຄັງສະສົມປະ ກອບສ່ວນສ້າງບັນດາພື້ນຖານ ໂຄງລ່າງຂອງກົມກອງໄດ້ຈຳ ນວນໜຶ່ງ, ໄດ້ຮັບການຢັ້ງຢືນ ເປັນກອງວັດທະນະທໍາຕິດຕໍ່ ກັນ 2 ສະໄໝ, ພະນັກງານ-ນັກ ຮົບທຸກຄົນ ໄດ້ບຸກບືນຫ້າວຫັນ ມີຄວາມອຸ່ນອຽນທຸ່ນທ່ຽງ ເປັນ ເຈົ້າການປະຕິບັດບັນດາຂໍ້ກຳ ນົດ ກົດລະບຽບຂອງກົມກອງ ແລະ ກອງທັບ, ກົດໝາຍຂອງ ລັດຢ່າງເຂັ້ມງວດ ບຸກບືນສ້າງ ຕົນເອງ ເປັນກາຍນັກຮົບວັດທະ ນະທຳ. ປັດຈຸບັນທົ່ວກອງພັນມີ ນັກຮົບວັດທະທຳທັງໝົດ 158 ສະຫາຍ ກວມເອົາ 95% ຂອງ ຈໍານວນພົນພາຍໃນກົມກອງ, ການປັບປຸງກໍ່ສ້າງສະຖານທີ່ຄ້າຍ ຄູໄດ້ມີຫ້ອງການກອງພັນ 1 ຫຼັງ, ຫ້ອງການກອງຮ້ອຍ 2 ຫຼັງ, ເຮືອນຄົວເເຕ່ງກິນ 1 ຫຼັງ, ຫ້ອງ ສະໝຸດ 1 ຫຼັງ, ຮ້ານຕັດຜົມ 1 ຫຼັງ, ຫໍຂ່າວກອງພັນ 2 ຫຼັງ, ເຮືອນນອນຖາວອນ 2 ຫຼັງ, ເຮືອນນອນໂສດສຳນັກ 1 ຫຼັງ, ຫ້ອງນໍ້າຖາວອນ 5 ຈຸດ, ມີເດີ່ນ ເຄົາລົບທຸງ 1 ແຫ່ງ, ມີເດີ່ນບານ ສົ່ງ ແລະ ເຕະບານ 1 ແຫ່ງ, ມີ ເດີ່ນເປຕັງ 2 ແຫ່ງ, ສວນກ້າ ເບ້ຍໄມ້ 1 ແຫ່ງ ລະບົບເສັ້ນທາງ ອ້ອມຄ້າຍມີປະໂນ 9 ຈຸດ ມີຫຼັກ ມ້າລາຍສອງຝາກຂ້າງແຕ່ປະ ຕູໂຂງເຖິງສໍານັກງານກອງ ພັນ, ມີເນື້ອທີ່ນາ 3 ເຮັກຕາ, ມີ ເນື້ອທີ່ສວນ 5 ໄລ່, ມີໜອງປາຈຳ ນວນ 3 ໜອງ, ມີກຳແພງອ້ອມ ຄ້າຍຍາວທັງໝົດ 300 ແມັດ, ມີປະຕູໂຂງ 1 ແຫ່ງ, ມີລະບົບໄດ ດູດນ້ຳບາດານ 3 ຈຸດ, ມີອ່າງ ເກັບນ້ຳໃຊ້ຂະໜາດ 16 ແມັດ ກ້ອນ 2 ອ່າງ, ລະບົບນໍ້າພຸ 1 ແຫ່ງ, ຫໍຂ່າວກອງຮ້ອຍ 3 ຫຼັງ, ມີລົດຮັບໃຊ້ຫ້ອງການ 1 ຄັນ, ມີລົດໄຖນາຂະໜາດນ້ອຍ 2 ຄັນ, ມີບັນດາຕົ້ນໄມ້ກິນໝາກ ເເລະ ຕົ້ນໄມ້ອຸດສາຫະກໍາຈໍານວນໜຶ່ງ, ແຕ່ລະວັນຮັບປະກັນປ້ອນຜັກ ເຂົ້າເຮືອນ ຄົວໄດ້ 90%, ດ້ານ ຊີ້ນສາມາດກຸ້ມຕົນເອງໄດ້ 30%. ເຊິ່ງໃນປີຜ່ານມາສາມາດສ້າງ ລາຍຮັບຈາກການປູກ, ການ ລ້ຽງ ແລະ ການບໍລິການຕ່າງໆ ໄດ້ທັງໝົດ 78.795.000 ກີບ, ນອກຈາກ ການປັບປຸງກົມກອງ ແກ້ໄຂຊີວິດການເປັນຢູ່ເຝິກ ແອບຮໍ່າຮຽນການເມືອງ, ການ ທະຫານວິຊາສະເພາະຕ່າງໆ ແລ້ວຍັງໄດ້ປັບປຸງກົມກອງວັດ ທະນະທຳ-ນັກຮົບວັດທະນະທຳ ໂດຍຕິດພັນກັບການຮັກສານາມ ມະຍົດກອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ. ພ້ອມນີ້ຍັງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍ ການຮັບຮອງຢັ້ງຢືນເອົາກອງ ພັນນ້ອຍ 424 ພ້ອມດ້ວຍກອງ ຮ້ອຍ 17, 18, 19 ແລະ ໝວດ ສຳນັກກອງພັນ 424 ທີ່ຂຶ້ນກັບ ກອງພັນໃຫຍ່ 497 ເປັນກອງວັດ ທະນະທຳ-ນັກຮົບວັດທະນະ ທໍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ