ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງສາລະວັນ ມອບເຄື່ອງຊວ່ຍເຫຼືອໃຫ້ຄອບຄົວທີ່ຖືກໄຟໄໝ້ເຮືອນ
ເວລາອອກຂ່າວ: 2021-04-22 08:13:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ:



ໃນຕົ້ນເດືອນ ເມສາ 2021, ກອງບັນຊາການທະຫານ ແຂວງສາລະວັນ ນໍາໂດຍ ສະຫາຍ ພັນໂທ ສຸກສະຫວັນ ສີງຂາວເພັດ ກຳມະການຄະນະພັກ ຮອງຫົວ ໜ້າຫ້ອງພະລາທິການ ກອງ ບັນຊາການທະຫານແຂວງ ສາລະວັນ ພ້ອມດ້ວຍຄະນະ ໄດ້ ນຳເອົາວັດຖຸສິ່ງຂອງຕ່າງໆ ຊ່ວຍ ເຫຼືອຄອບຄົວທີ່ຖືກປະສົບເຫດໄຟໄໝ້ເຮືອນ ໃນຄັ້ງວັນທີ 22 ມີນາ 2021 ຢູ່ບ້ານລະມຶກ ເມືອງ ຕຸ້ມລານ ແຂວງສາລະວັນ ໂດຍມີອຳນາດການປົກຄອງ ບ້ານ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸກສະຫວັນ ສີງຂາວເພັດ ໄດ້ກ່າວມອບເຄື່ອງ ໃຫ້ຄອບຄົວດັ່ງກ່າວ ພ້ອມທັງສະ ແດງຄວາມເສຍໃຈ, ເປັນຫວ່ງ, ເປັນໄຍຕໍ່ຄອບຄົວທີ່ຖືກເຄາະ ຮ້າຍຈາກໄຟໄໝ້ເຮືອນໃນຄັ້ງນີ້ ວ່າ: ເຫດການດັ່ງກ່າວ, ເປັນ ການສູນເສຍຊັບສົມບັດອັນມະ ຫາສານຢ່າງໃຫຍ່ຫຼວງຂອງ ຄອບຄົວ, ແຕ່ຢ່າງໃດກໍດີຂໍໃຫ້ ຄອບຄົວ ທີ່ຖືກເຄາະຮ້າຍຈາກ ເຫດໄຟໄໝ້ເຮືອນ ຈົ່ງອົດທົນ ຜ່ານຜ່າວິກິດດັ່ງກ່າວນີ້ໄປດ້ວຍ ດີ ແລະ ອຳນາດການປົກຄອງຂັ້ນ ບ້ານຕ້ອງໃຫ້ການຊ່ວຍເຫຼືອ ເບິ່ງແຍງເຊິ່ງ ແລະ ກັນ. ໂດຍ ການຕາງໜ້າຄອບຄົວກ່າວຮັບ ຂອງ ທ່ານ ຄຳວຽງ ຫຼວງແສງ ເລຂາພັກ ນາຍບ້ານໆ ລະມຶກ ພ້ອມທັງກ່າວສະແດງຄວາມ ຂອບໃຈເປັນຢ່າງສູງ ຕໍ່ຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງ ສາລະວັນ ກໍຄື ສະຫາຍ ພັນໂທ ສຸກສະຫວັນ ສີງຂາວເພັດ ທີ່ໄດ້ມີຄວາມເປັນ ຫວ່ງ, ເປັນໄຍຕໍ່ຄອບຄົວທີ່ຖືກ ເຄາະຮ້າຍ ແລະ ໄດ້ນຳເອົາວັດ ຖຸສິ່ງຂອງຕ່າງໆ ມາມອບໃຫ້ ຄັ້ງນີ້, ສຳລັບເຄື່ອງທີ່ນໍາມາ ມອບ ລວມມີມູນຄ່າ ທັງໝົດ 1 ລ້ານກວ່າກີບ. ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດດຽວກັນນີ້, ສະຫາຍ ພັນຕີ ຄຳເຫຼັກໄຫຼ ຄຸນສົມບັດ ເລ ຂາຄະນະບໍລິຫານງານຊາວໝຸ່ມ ຫ້ອງພະລາທິການ ກອງບັນຊາ ການທະຫານແຂວງສາລະວັນ ກໍໄດ້ນຳເອົາເຄື່ອງກີລາ ຈຳນວນ 15 ຊຸດ,ກະຕໍ້ຫວາຍ 1 ໜ່ວຍ ແລະ ຕາໜ່າງ 1 ດ່າງ ລວມມູນຄ່າ 6 ແສນກີບ, ມາມອບໃຫ້ຊາວ ໝຸ່ມຢູ່ສູນລ້ຽງສັດຕະເຢີກ ເຊັ່ນ ດຽວກັນອີກດ້ວຍ. ໂດຍ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ