ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງໜ່ວຍສະຫະພັນແມ່ຍິງ ກົມວິທະຍາສາດ - ປະຫວັດສາດການທະຫານ
ເວລາອອກຂ່າວ: 2018-12-27 09:28:52 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ວັນທີ 19 ທັນວາ 2018 ນີ້, ທີ່ກົມ ວສ-ປສ ການທະຫານ ໄດ້ຈັດກອງປະຊຸມສະຫຼຸບວຽກ ງານການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 3 ດີ ຂອງຫນ່ວຍສະຫະພັນ ແມ່ຍິງຂຶ້ນ ໂດຍການເຂົ້າຮ່ວມ ຂອງ ພັນເອກ ວິຊຽນ ສີສະອາດ ຮອງຫົວຫນ້າກົມ ວສ-ປສ ການ ທະຫານ, ມີບັນດາຄະນະໜ່ວຍ ພະແນກການກ່ຽວຂ້ອງ ແລະ ເອື້ອຍນ້ອງສະຫະພັນແມ່ຍິງ ພາຍໃນຫນ່ວຍເຂົ້າຮ່ວມ. ພັນຕີ ນາງ ນັນທະນາ ພິມມະ ວົງສາ ເລຂາໜ່ວຍໄດ້ຂຶ້ນຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 3 ດີ ເຊິ່ງຜ່ານມາເອື້ອຍ ນ້ອງແມ່ຍິງກໍໄດ້ຄຽງບ່າຄຽງ ໄຫຼ່ກັບເພດຊາຍ ໂດຍສະເພາະ ທຸກການປະກອບສ່ວນເຂົ້າໃນ ຫນ້າທີ່ການເມືອງ, ວິຊາສະ ເພາະ, ການອອກແຮງງານ, ສິ ລະປະ-ວັນນະຄະດີ ແລະ ກີລາ ເອື້ອຍນ້ອງພາຍໃນກົມກໍໄດ້ປະ ກອບສ່ວນສຸດກົກສຸດປາຍ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກ ກົມກອງກໍຄືທາງຫ້ອງການສະ ຫະພັນແມ່ຍິງກອງທັບ. ໜ່ວຍສະຫະພັນແມ່ຍິງກົມ ວສ-ປສ ການທະຫານ ໄດ້ຖືເອົາ ວຽກງານການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 3 ດີ ເປັນວຽກ ງານຈຸດສຸມຄຽງຄູ່ກັບການພັດ ທະນາແມ່ຍິງພາຍໃນ 5 ປີທີ່ທາງ ສູນກາງສະຫະພັນແມ່ຍິງລາວ ວາງອອກທາງຄະນະຫນ່ວຍກໍຄື ບັນດາຫົວໜ້າຈຸແຕ່ລະຈຸກໍໄດ້ເອົາ ໃຈໃສ່ປັບປຸງແບບແຜນການນຳ ພາ ແລະ ປັບປຸງວິທີເກັບກຳຜົນ ງານຂອງເອື້ອຍນ້ອງເຮັດໃຫ້ເອື້ອຍ ນ້ອງແມ່ຍິງມີຄວາມຫ້າວຫັນ ແລະ ເຊື່ອມຊຶມຕໍ່ເນື້ອໃນຂໍ້ແຂ່ງ ຂັນ 3 ດີ ໃນແຕ່ລະດ້ານເຮັດໃຫ້ ເອື້ອຍນ້ອງກາຍເປັນພົນລະເມືອງ ດີ, ພັດທະນາດີ ແລະ ຄອບຄົວດີ. ຜ່ານການລົງມາປະມວນຜົນ ຂອງທາງຫ້ອງການສະຫະພັນ ແມ່ຍິງໃນການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 3 ດີ ພາຍໃຕ້ການຊີ້ນຳ ຂອງຄະນະພັກ-ຄະນະບັນຊາ ຢ່າງໃກ້ຊິດຕິດແທດຫນ່ວຍສະ ຫະພັນແມ່ຍິງກົມ ວສ-ປສ ການ ທະຫານສາມາດຍາດໄດ້ຜົນ ງານດັ່ງນີ້ ພົນລະເມືອງດີ 65 ສະຫາຍ ເທົ່າກັບ 100%, ພັດ ທະນາດີ 60 ສະຫາຍ ເທົ່າກັບ 92%, ບຸກຄົນ 3 ດີປະເພດ I 60 ສະຫາຍ ເທົ່າກັບ 92%, ບຸກຄົນ 3 ດີ ປະເພດ II 7 ສະຫາຍ ເທົ່າ ກັບ 10,14%, ບຸກຄົນຕົວແບບ 2 ສະຫາຍ ເທົ່າກັບ 2,8%,ຄອບ ຄົວຕົວແບບ 6 ສະຫາຍ ເທົ່າກັບ 8,6%, ຄອບຄົວມີຄວາມຜາສຸກ 64 ຄອບຄົວ ເທົ່າກັບ 98%.ໜ່ວຍສະຫະພັນແມ່ຍິງກົມ ວສ- ປສ ການທະຫານໄດ້ມີກອງທຶນ ພັດທະນາ ແລະ ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນອີກດ້ວຍ. ໂດຍ: ວົງວິໄລ ບຸນລືໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ