ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນະຄອນຫຼວງວຽງຈັນ ກວດພົບຜູ້ຕິດເຊື້ອໃໝ່ ມື້ດຽວເຖິງ 26 ກໍລະນີ
ເວລາອອກຂ່າວ: 2021-04-21 13:59:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ວັນທີ 21 ເມສາ ປີ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ລາຍງານ: ສະພາບການລະບາດຂອງພະຍາດ COVID-19 ແລະ ການເຝົ້າລະວັງ ຢູ່ ສປປ ລາວ ໃນວັນທີ 20 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 656 ຄົນ. ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ໃນນັ້ນ ມີຜູ້ຕິດເຊ້ືອຈາກ ນະຄອນຫລວງວຽງຈັນ 26 ຄົນ ແລະ ແຂວງຈຳປາສັກ 2 ຄົນ. ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານກ່ຽວກັບສະຖານທີ ແລະ ຈຳນວນຜູ້ຕິດເຊື້ອຄື : 1. ຮ້ານນວດ 1111 ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 2 ຄົນ; 2. ຮ້ານ Diamond Karaoke ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 0 ຄົນ; 3. ຮ້ານ Marina Night Club ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 3 ຄົນ; 4. ຮ້ານອາຫານ Funny89 ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 1 ຄົນ; 5. ຮ້ານ Bar and Karaoke 8118 ມີຜູ້ຕິດເຊື້ອ 01 ຄົນ, ເພດຍິງ: 0 ຄົນ; 6. ກິນເຫຼົ້າຊຸມແຊວຢູ່ສະຖານທີຕ່າງໆ (ອູ່ລົດໂພນຕ້ອງ, ຊຸມແຊວບ້ານໂພນທັນ, ບ້ານໜອງທາໃຕ້, ບ້ານສີໄຄ, ບ້ານໜອງພະຍາ ແລະ ບ້ານສະພານທອງໃຕ້) ມີຜູ້ຕິດເຊື້ອ 15 ຄົນ. ຜູ້ຕິດເຊ້ືອຈາກ ແຂວງຈຳປາສັກ ຈໍານວນ 02 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ຖືກຕາມລະບຽບຫຼັກການ ແລະ ໄດ້ເຂົ້າຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດແຂວງກຳນົດໄວ້ ກ່ອນຖືກເກັບຕົວຢ່າງກວດ. ປະຈຸບັນ ຜູ້ຕິດເຊື້ອທັງ 28 ຄົນ ໄດ້ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງຈຳປາສັກ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. ເພື່ອຍົກລະດັບ ການເຝົ້າລະວັງ ແລະ ຄົ້ນຫາຜູ້ຕິດເຊື້ອໄດ້ໄວ, ພວກເຮົາໄດ້ຂະຫຍາຍຈຸດກວດວິເຄາະ ເພິ່ມອີກ 4 ຈຸດ ໃນນະຄອນຫຼວງວຽງຈັນ ຄື: - ເດີ່ນກິລາໃນຮົ່ມບຶງຂະຫຍອງ, ເມືອງສີສັດຕະນາກ - ສະໜາມກິລາເດີ່ນເຈົ້າອານຸວົງ, ເມືອງຈັນທະບູລີ - ມສ ໂຮຈີມີນ, ເມືອງສີໂຄດຕະບອງ - ມສ ລາວຫວຽດ, ເມືອງໄຊເສດຖາ ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 149,401 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 60 ຄົນ. ປັດຈຸບັນ ສປປ ລາວ ເກີດມີການລະບາດໃນຊຸມຊົນ ໂດຍສະເພາະ ໃນນະຄອນຫຼວງວຽງຈັນ ທີ່ກວດພົບຜູ້ຕິດເຊື້ອໃໝ່ ພາຍໃນມື້ດຽວເຖິງ 26 ກໍລະນີ ເຊິ່ງມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອນ້ຳເບີ 59, ເນື່ອງຈາກ ຜູ້ກ່ຽວໄດ້ໄປເຄື່່ອນໄຫວຢູ່ສັງຄົມຕາມປົກກະຕິ ທັ້ງໆທີ່ມີປະຫວັດພົວພັນກັບຜູ້ທີ່ລັກລອບເຂົ້າມາ ສປປ ລາວ ລວມທັງ ເດີນທາງໄປຍັງສະຖານທີ່ຮ້ານບັນເທິງຕ່າງໆ ທີ່ມີຄົນເຂົ້າຮ່ວມເປັນຈຳນວນຫຼາຍ ເຮັດໃຫ້ການລະບາດແຜ່ລາມໄປໃນວົງກວ້າງ; ພວກເຮົາເຫັນໄດ້ວ່າ ການເຂົ້າມາ ສປປ ລາວ ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນໃຫ້ເກີດມີຄວາມສ່ຽງ ແລະ ຜົນກະທົບທີ່ຕາມມາ. ດັ່ງນັ້ນ, ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ ຍັງມີກໍລະນີໃໝ່ທຸກມື້, ພວກເຮົາທຸກຄົນ ຈົ່ງພ້ອມໃຈກັນປະຕິບັດມາດຕະການຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເພື່ອປ້ອງກັນໂຕເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນ ຈາກພະຍາດໂຄວິດ-19; ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ; ສຳລັບຜູ້ທີ່ສຳຜັດໃກ້ຊິດ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ທີ່ ທ່ານ ດຣ ພອນປະດິດ ສັງໄຊຍະລາດ ໄດ້ກ່າວມາຂ້າງເທິງນັ້ນ ໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ