ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສອງອົງການສາກົນ ສະໜອງທຶນປົກປ້ອງ ແລະ ບໍລິການຜູ້ຕັ້ງພູມລຳເນົາໃໝ່ ຢູ່ ສປປ ລາວ
ເວລາອອກຂ່າວ: 2021-04-21 08:42:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ອົງການຮ່ວມມືເພື່ອການພັດ ທະນາສະວິດ (SDC) ໄດ້ສະ ໜອງທຶນ 998.970 ໂດລາ ແລະ ອົງການສະຫະປະຊາຊາດ (UN) ຈຳນວນ 390.500 ໂດລາ ລວມ ທັງໝົດ 1.389.470 ໂດລາໃຫ້ ສປປ ລາວ ເພື່ອປົກປ້ອງ ແລະ ໃຫ້ ບໍລິການ ສຳລັບຜູ້ຕັ້ງພູມລຳເນົາ ໃໝ່, ແຮງງານເຄື່ອນຍ້າຍ ແລະ ໄວໜຸ່ມ ຢູ່ ແຂວງ ສະຫວັນນະເຂດ ແລະ ຈຳປາສັກ ເຊິ່ງເປັນແຂວງ ທີ່ມີປະ ຊາກອນ ຈຳນວນຫຼາຍ, ມີ ຜູ້ອົບພະຍົບ ກັບຄືນທ້ອງຖິ່ນຫຼາຍ ໂດຍໄລຍະຈັດຕັ້ງປະຕິບັດໂຄງ ການແມ່ນ 18 ເດືອນ ເຊິ່ງຈະເລີ່ມ ໃນໄວໆນີ້ ແລະ ຄາດວ່າ ຜູ້ໄດ້ຮັບ ຜົນປະໂຫຍດໂດຍກົງປະມານ 172.000 ຄົນ, ໃນນັ້ນ ມີແມ່ຍິງ 101.160 ຄົນ. ກະຊວງແຜນການ ແລະ ການລົງທຶນຮ່ວມ ກັບ ສາມອົງ ການຂອງສະຫະປະຊາຊາດ ໄດ້ຈັດກອງປະຊຸມ ກ່ຽວກັບໂຄງ ການດັ່ງກ່າວຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອແນໃສ່ຕິດຕາມບັນຫາສຸຂະ ພາບ ແລະ ເສດຖະກິດ-ສັງຄົມ ທີ່ເປັນຜົນສືບເນື່ອງມາຈາກການ ແຜ່ລະບາດຂອງພະຍາດໂຄວິດ- 19, ໂດຍຜ່ານການສະໜັບສະ ໜູນ ແລະ ເສີມສ້າງຄວາມສາ ມາດ ໃຫ້ແກ່ລັດຖະບານ ແລະ ຊຸມ ຊົນໃນ ສປປ ລາວ ເພື່ອຮັບມື ແລະ ປັບສະພາບວິກິດການດັ່ງກ່າວ ນີ້ໄດ້ຢ່າງທັນການ ລວມເຖິງການ ແກ້ໄຂຄວາມຕ້ອງການນໍ້າສະ ອາດ, ສຸຂາພິບານ ແລະ ສຸຂະອະ ນາໄມ . ທ່ານ ນາງ ສີສົມບູນ ອຸ່ນ ນະວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງ ທຶນ ກ່າວວ່າ: ເພື່ອປັບປຸງການບໍ ລິການໃຫ້ແກ່ຜູ້ທີ່ຕ້ອງການ ຄວາມຊ່ວຍເຫຼືອ, ພວກເຮົາຕ້ອງ ມີການວາງແຜນທີ່ດີຂຶ້ນ ແລະ ມີການຮ່ວມມືທີ່ເຂັ້ມແຂງກວ່າເກົ່າ. ສາມອົງການຂອງ UN ຕ້ອງໄດ້ ນຳໃຊ້ທ່າແຮງຂອງຕົນ ເຮັດວຽກ ຮ່ວມກັບລັດຖະບານຢ່າງໃກ້ຊິດ ເຊັ່ນ: ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ລັດວິສາຫະກິດ ນ້ຳປະປາ, ສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ, ສູນກາງ ສະຫະພັນແມ່ຍິງລາວ ແລະ ຄູ່ຮ່ວມພັດທະນາທາງສັງຄົມ ອື່ນໆ. ພາຍໃຕ້ການຮ່ວມມືດັ່ງ ກ່າວນີ້, ຜູ້ທີ່ໄດ້ຮັບຜົນປະໂຫຍດ ໂດຍກົງປະມານ 172.000 ຄົນ ຍິງ 101.160 ຄົນ ລວມມີ ຜູ້ອົບ ພະຍົບທີ່ຖືກຍົກຍ້າຍ ຫຼື ຕົກຄ້າງ ແລະ ຜູ້ຖືກເຄາະຮ້າຍຈາກການ ຄ້າມະນຸດ, ໄວໜຸ່ມ, ຜູ້ປະສົບເຄາະ ຮ້າຍ ຈາກການໃຊ້ຄວາມຮຸນ ແຮງທາງເພດ. ນອກຈາກນັ້ນ, ຄາດວ່າຈະມີປະມານ 600.000 ຄົນ ໄດ້ຮັບຜົນປະໂຫຍດທາງ ອ້ອມຈາກໂຄງການຮ່ວມມືດັ່ງ ກ່າວນີ້. ທ່ານ ຊອງ-ຟອງຊົວ ກຸຍເອ ໂນດ ຜູ້ອໍານວຍການຝ່າຍຮ່ວມມືພາກພື້ນຂອງ SDC ກ່າວວ່າ: ໂຄງການນີ້ ແມ່ນໜຶ່ງໃນບັນດາ ໂຄງການສຳຄັນທີ່ສະໜັບສະ ໜູນໂດຍ SDC ເພື່ອຕອບສະ ໜອງຕໍ່ຜົນກະທົບໃນໄລຍະສັ້ນ ແລະ ຍາວຈາກການລະບາດ ພະຍາດ ໂຄ ວິດ-19, SDC ຫວັງ ຢ່າງຍິ່ງວ່າຈະໄດ້ເຫັນບັນດາ ພາກສ່ວນກ່ຽວຂ້ອງນຳໃຊ້ປະ ໂຫຍດສູງສຸດໃນການເຮັດວຽກ ຮ່ວມກັນຄັ້ງນີ້ ເພື່ອໃຫ້ໄດ້ຜົນໄດ້ ຮັບທີ່ມີປະສິດທິພາບ ແລະ ມີ ຄວາມຍືນຍົງ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ