ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຂະແໜງກະສິກຳ ແລະ ປ່າໄມ້ ຍັງຂາດອຸປະກອນຫຼາຍຢ່າງໃນການວິໄຈດີນ ແລະ ຝຸ່ນ
ເວລາອອກຂ່າວ: 2021-04-21 08:40:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ວຽກງານພັດທະນາຂະແໜງ ກະສິກຳ ແລະ ປ່າໄມ້ ຢູ່ ສປປ ລາວ ຍັງຂາດອຸປະກອນການວິໄຈ ຫຼາຍຢ່າງ ເຊິ່ງເປັນສາເຫດບໍ່ສາມາດຕອບສະໜອງການວິ ໄຈໃຫ້ໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງສັງຄົມ, ອີງຕາມ ຫຼັກການຫ້ອງວິໄຈດິນ-ຝຸ່ນ ຕ້ອງ ປະກອບດ້ວຍ 3 ອົງປະກອບ ຄື: ການວິໄຈດ້ານເຄມີ, ຟີຊິກ ແລະ ການ ວິໄຈດ້ານຊີວະ. ໃນນີ້, ເຫັນ ວ່າການວິໄຈດ້ານເຄມີແມ່ນຍັງ ຂາດການວິໄຈສານພິດ ຕົກຄ້າງ ແລະ ໂລຫະໜັກທີ່ເປັນພິດ. ສຳ ລັບການ ວິໄຈຈຸລິນຊີໃນດິນ ແລະ ຝຸ່ນ ເນື່ອງຈາກເປັນຂະແໜງໃໝ່ ທີ່ບໍ່ ທັນໄດ້ເຄີຍຈັດຕັ້ງປະຕິບັດມາ ກ່ອນ ແລະ ຍັງບໍ່ທັນມີອຸປະກອນ. ທ່ານ ນີວົງ ສີປະເສີດ ຫົວ ໜ້າກົມຄຸ້ມຄອງ ແລະ ພັດທະນາ ດິນກະສິກຳ (ຄພດກ), ກະຊວງ ກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນ ກະສິກຳໄດ້ສ້າງຕັ້ງຂຶ້ນໃນປີ 2012. ແຕ່ຫ້ອງວິ ໄຈດິນໄດ້ ສ້າງຂຶ້ນກ່ອນໜ້າ ແຕ່ຊຸມປີ 1970 ເບື້ອງຕົ້ນແມ່ນຂຶ້ນກັບ ກົມຄຸ້ມຄອງດິນນາ ແລະ ມີວິ ວັດທະນາການເລື້ອຍມາຈົນເຖິງ ປັດຈຸບັນ. ຕະຫຼອດໄລຍະ 50 ກວ່າປີ ທີ່ຜ່ານມາ ຫ້ອງວິໄຈດິນ ໄດ້ໃຫ້ບໍລິການວຽກງານຂອງກະຊວງກະສິກຳເປັນຫຼັກ ເຊັ່ນ: ວິໄຈດິນເພື່ອການປັບປຸງດິນ, ສະໜອງຂໍ້ມູນໃຫ້ພາກສ່ວນ ສຳຫຼວດດິນເພື່ອຈຳແນກ ແລະ ຈັດຄວາມເໝາະສົມຂອງດິນ ຕໍ່ການຜະລິດກະສິກຳ. ນອກ ຈາກນີ້, ຍັງໄດ້ບໍລິການວິໄຈ ດິນໃຫ້ຊາວກະສິກອນ, ຜູ້ປະ ກອບ ການເອກະຊົນປະມານ 1.500 ຕົວຢ່າງຕໍ່ປີ, ພ້ອມທັງ ເປັນບ່ອນສຶກສາໃຫ້ແກ່ນັກຮຽນ ນັກສຶກສາ ຈາກສະຖາບັນຕ່າງໆ. ການວິໄຈດິນ ແລະ ຝຸ່ນ ຂອງກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນ ກະສິກຳໃນໄລຍະຜ່ານມາແມ່ນສາມາດວິໄຈໄດ້ພຽງທາດອາ ຫານຫຼັກເທົ່ານັ້ນ ເມື່ອສົມທຽບ ໃສ່ວຽກງານການພັດທະນາເສດ ຖະກິດ-ສັງຄົມ ໃນປັດຈຸບັນ. ອຸປະ ກອນທີ່ຕ້ອງການເຫຼົ່ານີ້, ຈະຖືກ ນຳໃຊ້ ເຂົ້າໃນການວິໄຈ ເພື່ອຄວບ ຄຸມຄຸນນະພາບ ຝຸ່ນອົງຄະທາດ, ການສຶກສາ-ຄົ້ນຄວ້າ ເພື່ອຂະ ຫຍາຍເຊື້ອຈຸລິນຊີທີ່ເປັນປະ ໂຫຍດໃນດິນ, ສິ່ງເຫຼົ່ານີ້ ແມ່ນມີ ຄວາມຈຳເປັນ ແລະ ສຳຄັນທີ່ສຸດ ຕໍ່ວຽກງານການຜະລິດກະສິກຳ ສະອາດ ແລະ ກະສິກຳອິນຊີ ຜູ້ບໍລິໂພກຈະໄດ້ຮັບຜະລິດຕະພັນກະສິກໍາທີ່ສະອາດປອດໄພ, ເປັນຜົນປະໂຫຍດໃຫ້ແກ່ການຄຸ້ມຄອງນຳໃຊ້ດິນ ແລະ ຄ້ໍ້າປະກັນທາງດ້ານສະບຽງອາ ຫານໃຫ້ມີຄວາມຍືນຍົງໃນອະ ນາຄົດ. ໂດຍ: ສາຍນໍ້າຮາມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ