ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ຢ້ຽມຢາມນັກຮຽນນາຍສິບ ຊຸດທີ 24
ເວລາອອກຂ່າວ: 2021-04-21 08:34:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 911 | ຄວາມນິຍົມ:



ຕົ້ນເດືອນ ເມສາ 2021, ຄະ ນະພັກ-ຄະນະອຳນວຍການ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງໂຮງຮຽນກໍ່ສ້າງນາຍ ສິບເລກ 2 ວຽງໄຊ ໄດ້ເຄື່ອນ ໄຫວຢ້ຽມຢາມນັກຮຽນນາຍສິບ ຊຸດທີ 24 ຢູ່ທີ່ສະໜາມຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້, ເຊິ່ງນຳພາໂດຍ ສະຫາຍ ພັນໂທ ແສງເດືອນ ອິນທິສອນ ຮອງຫົວ ໜ້າການເມືອງໂຮງຮຽນ ພ້ອມ ຄະນະ, ເປັນກຽດຕ້ອນຮັບຂອງ ສະຫາຍ ພັນໂທ ເຂັມພອນ ຈັນທະມາລາ ຮອງຫົວໜ້າການ ທະຫານໂຮງຮຽນ ທັງເປັນຄະ ນະຊີ້ນໍາພາກສະໜາມ ພ້ອມຄະ ນະຄູ-ອາຈານ ແລະ ນັກຮຽນ ນາຍສິບ ຊຸດທີ 24. ສະຫາຍ ພັນໂທ ສີອຳພອນ ແກ້ວນະຄອນ ຮອງຫົວໜ້າຫົວ ໜ້າຫ້ອງອົບຮົມ ຄະນະຊີ້ນຳພາກ ສະໜາມ ໄດ້ລາຍງານສະພາບ ການເຄື່ອນໄຫວວຽກງານການ ເຄື່ອນທັບ, ການພັກທັບ ແລະ ການນຳພານັກຮຽນຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ວິຊາຍຸດທະວິທີເປັນຕົ້ນແມ່ນ ໝວດສູ້ຮົບປະທະ, ໝວດບຸກຕີ, ໝວດຫຼອນຕີ ແລະ ໝວດຈັ້ງ ທ່າ. ຜ່ານການຊ້ອມຮົບຕົວຈິງ ສາມາດຕີລາຄາໄດ້ ຄວາມຮັບ ຮູ້ເຂົ້າໃຈຂອງນັກຮຽນໄດ້ 85%, ສ່ວນວິຊາສິລະປະຍຸດແມ່ນ ພວມນໍາພານັກຮຽນໃຫ້ສຳເລັດ ຕາມລະດັບຄາດໝາຍ, ຮັບປະ ກັນໄດ້ຄວາມສະຫງົບປອດໄພ ແລະ ວຽກງານຮັບປະກັນຊີ ວິດການເປັນຢູ່, ພາຫະນະຮັບ ໃຊ້ຕ່າງໆ ແມ່ນມີຄວາມຮັບປະ ກັນສູງ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ