ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວໝຸ່ມ-ແມ່ຍິງກອງພັນໃຫຍ່ 279 ເຂົ້າຊົມຫໍພິພິທະພັນ ແລະ ອານຸສອນສະຖານ
ເວລາອອກຂ່າວ: 2021-04-21 08:33:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ:



ຕົ້ນເດືອນເມສາ 2021, ຊາວໝຸ່ມ-ແມ່ຍິງກອງພັນໃຫຍ່ 279 ໄດ້ຈັດຕັ້ງເຂົ້າຊົມຫໍພິພິທະ ພັນປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານຄຸກກັກ ຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ, ເຊິ່ງນຳພາໂດຍ ສະຫາຍ ຮ້ອຍເອກ ອຳພອນ ສີຈຳປາ ຊ່ວຍວຽກຂະແໜງຊາວໝຸ່ມ ກອງພັນໃຫຍ່ 279, ການເຂົ້າ ຮັບຊົມຫໍພິພິທະພັນໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດສຳຄັນຂອງຊາດ, ໂດຍສະເພາະວັນສ້າງຕັ້ງພັກ ແລະ ວັນສ້າງຕັ້ງຊາວໝຸ່ມປະຊາຊົນປະຕິວັດລາວຄົບຮອບ 66 ປີ, ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍຄວາມໝາຍ, ຄວາມ ສຳຄັນເລິກເຊິ່ງ. ການເຂົ້າຮັບຊົມຫໍພິພິທະ ພັນປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານຄຸກກັກ ຂັງຜູ້ນຳພັກ-ແນວລາວຮັກ ຊາດ 16 ທ່ານ, ໃນຄັ້ງນີ້ສະມາ ຊິກຊາວໝຸ່ມ-ແມ່ຍິງ ໄດ້ຮັບຮູ້ເຖິງ ປະຫວັດຄວາມເປັນມາ, ຄຸນສົມ ບັດສິນທຳປະຕິວັດ, ຜົນງານ ການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ແລະ ຜູ້ ນຳແນວລາວຮັກຊາດຈຳນວນ 16 ທ່ານ, ທີ່ເພິ່ນໄດ້ເສຍສະຫຼະ ເລືອດເນື້ອເພື່ອຊາດ, ເພື່ອປະຊາ ຊົນຢ່າງແທ້ຈິງ, ໃນການຕໍ່ກູ້ຊາດ ຕ້ານພວກຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ໃໝ່. ການ ປະຕິບັດສອງໝ້າທີ່ຍຸດທະສາດຂອງພັກໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນແຕ່ ລະໄລຍະ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ