ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍກອງພົນທີ 1 ເປີດບັ້ນອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-04-21 08:33:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ:



ໃນຕົ້ນເດືອນເມສາ 2021, ໂຮງໝໍກອງພົນທີ 1 ໄດ້ເປີດບັ້ນ ອົບຮົມ-ຫັດແອບ ປັບປຸງລະບຽບ ແບບແຜນ ປະຈໍາປີ 2021 ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນໂທ ດຣ ໄມພຸດ ແສງດາວັນ ເລຂາຄະ ນະພັກ ຫົວໜ້າການທະຫານ ໂຮງໝໍ ກອງພົນທີ 1, ມີຄະນະ ພັກ-ຄະນະບັນຊາ ພ້ອມດ້ວຍ ພະນັກງານ-ນັກຮົບ ທົ່ວກົມ ກອງເຂົ້າຮ່ວມ. ສະຫາຍ ພັນໂທ ດຣ ບຸນຍົງ ແກ້ວດວງສິນ ຮອງຫົວໜ້າການ ທະຫານ ໂຮງໝໍກອງພົນທີ 1 ໄດ້ຂຶ້ນເຜີຍແຜ່ແຜນການອົບຮົມ ເຊິ່ງໃຫ້ຮູ້ວ່າ: ເພື່ອຈັດຕັ້ງຜັນ ຂະຫຍາຍເນື້ອໃນຄໍາສັ່ງແນະ ນໍາ ຂອງກອງພົນທີ 1 ວ່າດ້ວຍ ການຈັດຕັ້ງອົບຮົບ-ຫັດແອບ ຢູ່ພາຍໃນກົມກອງ ເພື່ອເຮັດໃຫ້ ນາຍ ແລະ ພົນທະຫານ ມີແນວ ຄິດການເມືອງໜັກແໜ້ນ, ມີ ຄວາມສາມາດທາງດ້ານການ ເມືອງ, ການທະຫານ, ເຕັກນິກ ວິຊາສະເພາະຕ່າງໆ ໃຫ້ໄດ້ໃນ ລະດັບທີ່ແນ່ນອນ ໂດຍຖືເອົາ ຄຸນນະພາບເປັນຕົ້ນຕໍ, ແນໃສ່ ປັບປຸງລະບຽບແບບແຜນເຝິກ ຝົນກໍາລັງແຮງກາຍ ຮັບປະກັນ ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວ ເຮັດສໍາເລັດທຸກໜ້າທີ່, ພ້ອມ ທັງເປັນການກະຕຸກຊຸກຍູ້ໃຫ້ ນາຍ ແລະ ພົນທະຫານ ປະຕິ ບັດຂໍ້ກໍານົດ, ກົດລະບຽບຂອງ ກົມກອງຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີລະບຽບແບບແຜນ ແລະ ທັນສະໄໝ. ການອົບຮົມ-ຫັດແອບຄັ້ງນີ້ຈະ ໄດ້ດໍາເນີນໄປເປັນເວລາ 65 ວັນ, ເຊິ່ງຈະໄດ້ອົບຮົບພາກການເມືອງ 10 ວັນ, ພາກການທະຫານ 27 ວັນ ແລະ ພາກວິຊາສະເພາະ 25 ວັນ. ໂດຍ: ນາງ ວົງພັນ ຈັນເພັງໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ