ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຕິບັດງານ 204 ເຄື່ອນໄຫວເກັບກຳຂໍ້ມູນການພັດທະນາ 2 ບ້ານ
ເວລາອອກຂ່າວ: 2021-04-21 08:32:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 660 | ຄວາມນິຍົມ:



ໃນຕົ້ນເດືອນເມສາ 2021, ກອງປະຕິບັດງານກໍ່ສ້າງຮາກ ຖານ 204 ທີ່ຂຶ້ນກັບກອງພົນທີ 4, ໄດ້ເຄື່ອນໄຫວລົງເກັບກຳຂໍ້ມູນກ່ຽວກັບການພັດທະນາ 2 ບ້ານ ທີ່ກົມກອງຮັບຜິດຊອບ, ເຊິ່ງນຳໂດຍ ສະຫາຍ ພັນໂທ ວົງໄພບູນ ນີລາວົງ ເລຂາໝ່ວຍ ພັກ ຫົວໜ້າການເມືີອງກອງປະຕິບັດງານກໍ່ສ້າງຮາກຖານ 204 ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ. ສະຫາຍ ພັນໂທ ວົງໄພບູນ ນີລາວົງ ໃຫ້ຮູ້ວ່າ: ການເຄື່ອນ ໄຫວເກັບກຳຂໍ້ມູນການພັດທະ ນາກຸ່ມບ້ານທີ່ກົມກອງຮັບຜິດ ຊອບ ລວມມີ 2 ບ້ານ ຄື: ບ້ານ ຄຳປ່າແໜ ເມືອງຊົນນະບູລີ ແລະ ບ້ານປ່າກ້ວຍ ເມືອງຈໍາພອນ ໃນນີ້ພະນັກງານວິຊາການໄດ້ ເກັບກຳຂໍ້ມູນກຽ່ວກັບວຽກງານ ການເມືອງ-ນຳພາແນວຄິດຂອງ ປະຊາຊົນໃນແຕ່ລະບ້ານ, ການ ປັບປຸງລະບົບການຈັດຕັ້ງຂັ້ນ ບ້ານ, ວຽກງານເສດຖະກິດ-ສັງ ຄົມພາຍໃນບ້ານ, ວຽກງານພັດ ທະນາບ້ານ, ຄອບຄົວ 3 ດີ, ວຽກງານປກຊ-ປກສ ຢູ່ 2 ບ້ານ ໃນນີ້, ບ້ານຄຳປາແໜ ກວມເອົາ ເນື້ອທີ່ທັງໝົດ 92.446 ເຮັກຕາ, ມີ160 ຫຼັງຄາເຮືອນ, ມີຈຳ ນວນພົນທັງໝົດ 909 ຄົນ, ຍິງ 434 ຄົນ ລວມມີ 143 ຄອບ ຄົວ, ບ້ານປ່າກ້ວຍ ກວມເອົາ ເນື້ອທີ່ທັງໝົດ 145.961 ເຮັກ ຕາ, ມີ 124 ຫຼັງຄາເຮືອນ, ມີພົນລະເມືອງ 757 ຄົນ, ຍິງ 374 ຄົນ, ມີ 118 ຄອຍຄົວ, ກອງປະຕິບັດງານກໍ່ສ້າງຮາກ ຖານໄດ້ຈັດຕັ້ງພະນັກງານ-ນັກຮົບຂອງຕົນຊີ້ິນຳ-ນຳພາ ຢ່າງໃກ້ຊິດຕິດແທດກັບປະ ຊາຊົນ 2 ບ້ານດັ່ງກ່າວໃນການ ປູກ-ການລ້ຽງ, ພ້ອມທັງຊຸກ ຍູ້ເພີ່ມທະວີຄວາມດຸໝັ່ນຂະ ຫຍັນພຽນເພື່ອເຮັດໃຫ້ພໍ່ແມ່ປະ ຊົນພາຍໃນບ້ານຫຼຸດພົ້ນຈາກ ຄວາມທຸກຍາກ, ປັດສະຈາກ ສິ່ງເສບຕິດຕ່າງໆ ເພື່ອເຮັດໃຫ້ ບ້ານມີຄວາມສະຫງົບສຸກ ແລະ ວຽກງານອື່ນໆ ເພື່ອປະຕິບັດ 4 ເນື້ອໃນ 4 ຄາດໝາຍຂອງ ວຽກງານກໍ່ສ້າງຮາກຖານ ໂດຍ ຕິດພັນກັບວຽກງານ 3 ສ້າງຂອງ ພັກ, ຕີລາຄາຄືນດ້ານດີ, ດ້ານ ອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດ ຮຽນທີ່ຖອດຖອນໄດ້ເພື່ອສັງ ລວມໃຫ້ຂັ້ນເທິງກວດກາປະເມີນ ຜົນເພື່ອເປັນສ່ວນໜຶ່ງໃນການ ສ້າງຮາກຖານໃຫ້ເປັນບ້ານພັດ ທະນາ, ມີຄວາມເປັນລະບຽບ ຮຽບຮ້ອຍຈົບງາມ, ການຈັດຕັ້ງ ສ້າງກຸ່ມບ້ານປ້ອງກັນຊາດ ຄວາມເຂັ້ມແຂງໃຫ້ເພີ່ມຂຶ້ນທາງ ດ້ານຈໍານວນ ແລະ ຄຸນນະພາບ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ