ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງບີງດິງ ມອບທຶນຊ່ວຍເຫຼືອທະຫານແຂວງຈຳປາສັກ ແລະ ແຂວງອັດຕະປື
ເວລາອອກຂ່າວ: 2021-04-21 08:27:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງບີງດິງ ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງວຽນ ເຕີນ ຢຸ້ງ ຮອງກອງບັນຊາການ ຫົວໜ້າການທະຫານກອງບັນຊາການທະຫານແຂວງບີງດິງ ພອ້ມຄະນະ ໄດ້ນຳເອົາທຶນຊ່ວຍ ເຫຼືອການກໍ່ສ້າງອາຄານ ຈຳ ນວນ 1,6 ຕື້ດົງ ມາມອບໃຫ້ ແກ່ກອງບັນຊາການທະຫານ ແຂວງຈໍາປາສັກ ແລະ ແຂວງອັດ ຕະປື ໃນຕົ້ນເດືອນ ເມສາ 2021 ຢູ່ທີ່ດ່ານສາກົນ ພູເກືອ ແຂວງ ອັດຕະປື ໃຫ້ກຽດກ່າວຮັບໂດຍ ສະຫາຍ ພັນເອກ ແຫວນຄຳ ຈະ ເລີນວົງ ຮອງເລຂາຄະນະພັກ ຫົວໜ້າການ ເມືອງກອງບັນຊາ ການທະຫານແຂວງຈຳປາສັກ ພ້ອມດ້ວຍຄະນະ. ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ໄດ້ຕາງໜ້າໃຫ້ທັງ ສອງພາກສ່ວນກ່າວສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈ ຢ່າງສູງ ຕໍ່ ສະຫາຍ ພັນເອກ ຫງວຽນ ເຕີນ ຢຸ້ງ ກໍຄືກອງບັນຊາ ການທະຫານແຂວງບີງດິງ ທີ່ຍາມໃດກໍມີຄວາມເປັນຫວ່ງ ເປັນໄຍ ແລະ ໃຫ້ທຶນຊ່ວຍເຫຼືອ ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ແລະ ແຂວງອັດ ຕະປື, ເຖິງວ່າການໄປມາຫາສູ່ ກັນມີຄວາມຫຍຸ້ງຍາກເນື່ອງ ຈາກສະພາບການລະບາດຂອງ ພະຍາດໂຄວິດ-19 ແຕ່ກໍ່ມີສະຕິ ແລະ ມີຄວາມຮັບຜິດຊອບສູງ ໃນການປ້ອງກັນ ແລະ ໃຫ້ຄໍາ ໝັ້ນສັນຍາວ່າຈະນໍາເອົາທຶນ ການຊ່ວຍເຫຼືອຈາກເພື່ອນໄປພັດ ທະນາກົມກອງເຮັດໃຫ້ກົມກອງ ມີຄວາມໝັ້ນຄົງ, ມີຄວາມກ້າວ ໜ້າ ເພື່ອປົກປັກຮັກສາ ແລະ ພັດທະນາແຂວງ ໃຫ້ມີຄວາມ ສີວິໄລຂຶ້ນເລື້ອຍໆ. ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຍັງໄດ້ກ່າວຕື່ມອີກ ວ່າ: ການມອບທຶນຊວ່ຍເຫຼືອໃນ ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມ ຮັກແພງອັນເລິກເຊິ່ງ ມີສາຍພົວ ພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ, ສອງກອງທັບ ກໍຄືປະ ຊາຊົນລາວ-ຫວຽດນາມ,ຫວຽດ ນາມ-ລາວ ເວົ້າລວມ ເວົ້າສະ ເພາະແມ່ນຄວາມສາມັກຄີລະ ຫວ່າງກອງບັນຊາການທະຫານ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ກອງທັບປະຊາຊົນລາວ ກັບ ກອງບັນຊາການທະຫານ ແຂວງບີງດິງ ກອງທັບປະຊາ ຊົນຫວຽດນາມໃຫ້ໝັ້ນຄົງທະ ນົງແກ່ນ ແລະ ນັບມື້ເພີ່ມພູນຄູນ ສ້າງຈະເລີນງອກງາມຍິ່ງໆຂຶ້ນ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ