ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງເຊກອງ ຕ້ອນຮັບການເຂົ້າອວຍພອນກອງປະຕິບັດງານ 192 ສສ ຫວຽດນາມ
ເວລາອອກຂ່າວ: 2021-04-21 08:24:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ໃນວັນທີ 13 ເມສາ 2021 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການກອງບັນຊາການທະຫານ ແຂວງເຊກອງໄດ້ຕ້ອນຮັບການ ເຂົ້າອວຍພອນຂອງສະຫາຍ ພັນ ໂທ ຫງວຽນ ຕຽນ ເຈືອງ ຫົວໜ້າ ກອງປະຕິບັດງານ 192 ແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ປະຈຳແຂວງສາລະວັນ ເນື່ອງ ໃນໂອກາດບຸນປີໃໝ່ລາວ ໂດຍ ການຕ້ອນຮັບຂອງ ສະຫາຍ ພົນ ຈັດຕະວາ ສົມທອງ ດອນກັນ ນ້ອຍ ເລຂາຄະນະພັກ ຫົວໜ້າ ການເມືອງ ກອງບັນຊາການທະ ຫານແຂວງເຊກອງ ພ້ອມດ້ວຍ ຄະນະ. ສະຫາຍ ພັນໂທ ຫງວຽນ ຕຽນ ເຈືອງ ໄດ້ກ່າວສະແດງຄວາມດີໃຈທີ່ໄດ້ມິໂອກາດມາອວຍພອນໃນຄັ້ງນີ້. ທັງສອງ ຝ່າຍໄດ້ພ້ອມກັນອວຍພອນເຊິ່ງ ກັນ ແລະ ກັນ ແລະ ເລົ່າຄືນມູນ ເຊື້ອການປະຕິວັດປົດປ່ອຍປະ ເທດຊາດ ລະຫວ່າງ ສອງພັກ-ສອງລັດ ແລະ ສອງກອງທັບ ລາວ-ຫວຽດນາມ ທີ່ໄດ້ພ້ອມກັນ ຕໍ່ສູ້ຄຽງບ່າຄຽງໄຫຼ່ຕໍ່ຕ້ານກັບ ຈັກກະພັດຕະຫຼອດຫຼາຍສິບປີ ທີ່ຜ່ານມາຢ່າງມີໄຊ, ຈາກປະ ຫວັດສາດໄດ້ກາຍເປັນມູນເຊື້ອ ທີ່ໃຫຍ່ຫຼວງໃຫ້ກັບສອງຊາດ ລາວ-ຫວຽດນາມ ດັ່ງນັ້ນພວກ ເຮົາພະນັກງານຮຸ່ນສືບທອດຈົ່ງ ພ້ອມກັນເພີ່ມພູນຄູນສ້າງສາຍ ພົວພັນຮ່ວມມືແບບພິເສດຢ່າງ ສະໜິດແໜ້ນ,ຜູກພັນຮັດແໜ້ນ ຄວາມສາມັກຄີ, ໄມຕີຈິດມິດຕະ ພາບທີ່ເປັນມູນເຊື້ອອັນດີງາມ ຂອງສອງຊາດໃຫ້ຍືນຍົງທະນົງ ແກ່ນຕະຫຼອດໄປ. ສະຫາຍ ພົນຈັດຕະວາ ສົມ ທອງ ດອນກັນນ້ອຍ ກໍໄດ້ສະ ແດງຄວາມຂອບໃຈມາຍັງຄະ ນະພັກກອງປະຕິບັດງານ 192 ແຂວງເທື່ອທຽນເຫວ້ ສສ ຫວຽດ ນາມ ປະຈຳແຂວງສາລະວັນ ທີ່ ເຂົ້າມາອວຍພອນ ໃນຄັ້ງນີ້ ແລະ ໄດ້ໃຫ້ຄຳສັນຍາວ່າຈະສືບຕໍ່ ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ສືບຕໍ່ຮັດແໜ້ນ ຄວາມສາມັກຄີລະຫວ່າງ ກອງ ປະຕິບັດງານ 192 ສສ ຫວຽດ ນາມ ປະຈຳແຂວງສາລະວັນ ກັບ ກອງບັນຊາການ ທະຫານແຂວງ ເຊກອງ ໃຫ້ມີຄວາມໝັ້ນຄົງ ທະນົງແກ່ນກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ. ໂດຍ: ສີອະນຸສັກ ຄຳເຮືອງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ