ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ 705 ທະຫານເຂດ 2 ສສ ຫວຽດນາມ ເຂົ້າອວຍພອນຄະນະພັກ - ຄະນະບັນຊາ ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2021-04-20 08:26:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ໃນວັນທີ 9 ເມສາ 2021 ນີ້, ສະຫາຍ ພັນເອກ ຫງຽນວັນ ບາວ ຫົວໜ້າບໍລິສັດ 705 ທະ ຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໄດ້ນຳເອົາເຄື່ອງໃຊ້ຫ້ອງການ ເຂົ້າອວຍພອນຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງໄຊຍະບູລີ ເນື່ອງໃນໂອ ກາດປີໃໝ່ລາວ ພສ 2564 ໂດຍ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ຈາກ ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ. ສະຫາຍ ພັນເອກ ຫງຽນວັນ ບາວ ໄດ້ກ່າວຄຳອວຍພອນໃຫ້ ຄະນະພັກ-ຄະນະບັນຊາຕະຫຼອດ ຮອດພະນັງງານ-ນັກຮົບທຸກສະ ຫາຍ ຈົ່ງມີສຸຂະພາບແຂງແຮງ ມີພະລານາໄມສົມບູນເພື່ອພ້ອມ ກັນເຮັດສຳເລັດໜ້າທີ່ທີ່ຂັ້ນເທິງ ມອບໝາຍໃຫ້ ແລະ ຊີ້ນຳ-ນຳພາ ກອງບັນຊາການທະຫານແຂວງ ໄຊຍະບູລີ ໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶ້ນໄປເລື້ອຍໆ. ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ໄດ້ຕາງໜ້າໃຫ້ຄະ ນະພັກ-ຄະນະບັນຊາ ໄດ້ກ່າວສະ ແດງຄວາມຂອບໃຈມາຍັງ ສະ ຫາຍ ພັນເອກ ຫງຽນວັນ ບາວ ພ້ອມຄະນະ ຕະຫຼອດຮອດພະ ນັກງານ-ນັກຮົບທີ່ຢູ່ບໍລິສັດ 705 ທະຫານເຂດ 2 ກອງທັບປະຊາ ຊົນຫວຽດນາມ ທີ່ຍາມໃດກໍເປັນ ຫ່ວງເປັນໃຍຢູ່ສະເໝີ ພ້ອມທັງ ອວຍພອນອັນ ໃຫ້ສະຫາຍ ພ້ອມ ຄະນະຕະຫຼອດຮອດພະນັກງານ-ນັກຮົບບໍລິສັດ 705 ຈົ່ງມີສຸ ຂະພາບແຂງແຮງ, ມີຄວາມຜາ ສຸກໃນຊີວິດສ່ວນຕົວ, ຄອບຄົວ ທຸກປະການມີຜົນສຳເລັດໃນໜ້າ ທີ່ການງານ ພ້ອມກັນຮ່ວມມືສ້າງ ສາຍພົວພັນມິດຕະພາບການ ຮ່ວມມືແບບພິເສດລະຫວ່າງ 2 ຊາດ 2 ກອງທັບໃຫ້ໜັ້ນຄົງ ແລະ ມີຄວາມພັດທະນາກ້າວຂຶ້ນໄປ ຢ່າງບໍ່ຢຸດຢັ້ງ. ໂອກາດນີ້ ຍັງໄດ້ ມີການຫົດສົງນຳ້ໃຫ້ຄະນະບໍ ລິສັດ 705 ດ້ວຍ ນໍ້າອົບນໍ້າຫອມ ແລະ ມັດແຂນອວຍພອນເຊິ່ງກັນ ແລະ ກັນຕາມຮີດຄອງປະເພນີ ຂອງລາວ. ໂດຍ: ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ