ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 1 ປະກາດຊັບຊ້ອນໜ້າທີ່ຄະນະນຳໂຮງໝໍກອງພົນ
ເວລາອອກຂ່າວ: 2021-04-20 08:21:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:



ໃນວັນທີ 7 ເມສາ 2021 ນີ້, ກອງພົນທີ 1 ປະກາດການຈັດ ຕັ້ງຊັບຊ້ອນໜ້າທີ່ຄະນະບັນຊາ ໂຮງໝໍກອງພົນ ແລະ ວິຊາສະ ເພາະພະລາທິການຫຼາຍຕໍາແໜ່ງ, ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ວົງຈັນ ພັນຈັນທະ ມານ ຫົວໜ້າການເມືອງກອງ ພົນທີ 1, ມີຄະນະນໍາກອງພົນ, ພາກສ່ວນທີ່ກ່ຽວຂ້ອງ, ພ້ອມ ດ້ວຍພະນັກງານທີ່ໄດ້ຮັບການ ແຕ່ງຕັ້ງເຂົ້ນຮ່ວມ. ໃນພິທີ ສະຫາຍ ພັນໂທ ວຽງ ສະຫວັນ ໄຊສະຫວັນ ຮອງຫົວ ໜ້າພະແນກພະນັກງານ ກອງພົນ ທີ 1 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າ ດ້ວຍການແຕ່ງຕັ້ງ ແລະ ຊັບຊ້ອນ ໜ້າທີ່ຄະນະບັນຊາໂຮງໝໍ ກອງ ພົນທີ 1, ເພື່ອ ພ້ອມກັນເຮັດ ສຳເລັດໜ້າທີ່ອັນສຳຄັນ ແລະ ມີກຽດສະຫງ່າຂອງພັກ-ລັດ ມອບໝາຍໃຫ້ກົມໃຫຍ່ການເມືອງ ກອງທັບຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ໄມພຸດ ແສງດາວັນ ຫົວ ໜ້າການທະຫານໂຮງໝໍ ເປັນຫົວ ໜ້າການເມືອງໂຮງໝໍ, ສະຫາຍ ພັນໂທ ບຸນຍົງ ແກ້ວດວງສິນ ຮອງຫົວໜ້າການທະຫານຂຶ້ນ ເປັນ ຫົວໜ້າການທະຫານ, ສະ ຫາຍ ພັນໂທ ຄໍາແສນ ໝື່ນວໍລະ ວົງ ເປັນຮອງຫົວໜ້າການທະ ຫານ. ນອກນັ້ນ ກອງພົນທີ 1 ຕົກລົງແຕ່ງຕັ້ງໜ້າທີ່ວິຊາສະ ເພາະສາຍພະລາທິການ ອີກຈຳ ນວນໜຶ່ງ ໃນນີ້ມີ: ສະຫາຍ ພັນຕີ ສອນແກ້ວ ຄໍາວົງສາ ເປັນວິຊາ ການວາງຢາສະຫຼົບໂຮງໝໍກອງ ພົນ, ສະຫາຍ ພັນຕີ ນາງ ສີລາ ວັນ ແສງລາວັນ ເປັນຊ່ວຍວຽກ ຂະແໜງການເມືອງໂຮງໝໍກອງ ພົນ, ສະຫາຍ ພັນຕີ ນາງ ບົວທອງ ຜຸຍຮອງວອນ ເປັນແພດປະຈໍາ ກອງພັນ 435, ສະຫາຍ ພັນຕີ ຊາຍພອນ ທໍາມະເສນ ເປັນຫົວ ໜ້າການເງິນຫ້ອງເສນາທິການ, ສະຫາຍ ພັນຕີ ບົວຈັນ ຂຸນເພັດ ໄພວັນ ເປັນຊ່ວຍວຽກຂະແໜງ ການເງິນ ກອງພັນໃຫຍ່ 102, ສະຫາຍ ຮ້ອຍເອກ ຄໍາຫຼ້າ ພົມມະ ແກ້ວ ເປັນຫົວໜ້າການເງິນ ກອງ ພັນ17 ກອງພັນໃຫຍ່102, ສະຫາຍ ຮ້ອຍເອກ ຍອດຊໍາ ແສງ ພະຈັນ ເປັນຊ່ວຍວຽກການເງິນ ກອງພັນ 701 ກອງພັນໃຫຍ່ 102, ສະຫາຍ ຮ້ອຍເອກ ນາງ ນ້ອຍ ລິນທອງຄໍາ ເປັນຊ່ວຍວຽກ ຂະແໜງການຢາໂຮງໝໍກອງ ພົນ, ສະຫາຍ ຮ້ອຍເອກ ວິທູນ ໂພສະລາດ ເປັນຊ່ວຍວຽກຂະ ແໜງການເງິນ ກອງພັນໃຫຍ່ 101, ສະຫາຍ ຮ້ອຍເອກ ແຫຼມ ທອງ ວົງໄຊ ເປັນການເງິນ ກອງ ພັນ 596 ກອງພັນໃຫຍ່ 101, ສະຫາຍ ຮ້ອຍເອກ ຄໍາປະສົງ ສິນທະວົງ ເປັນການເງິນກອງ ຮ້ອຍ 114 ກອງພັນໃຫຍ່101, ສະຫາຍ ຮ້ອຍໂທ ວຽງເພັດ ເທບ ໄກສອນ ເປັນຊ່ວຍວຽກຂະແໜງ ການເງິນ ກອງພັນໃຫຍ່101, ສະ ຫາຍ ຮ້ອຍໂທ ແສງຈັນ ພິມມະ ວົງສາ ເປັນການເງິນ ກອງຮ້ອຍ ຊ່າງແສງ ກອງພັນໃຫຍ່ 101, ສະຫາຍ ຮ້ອຍໂທ ອໍາມະຕະ ພິມ ຄໍາພັນ ເປັນການເງິນ ພະແນກ ບໍລິຫານ-ພະແນກການເມືອງ ກອງພັນໃຫຍ່ 101, ສະຫາຍ ຮ້ອຍໂທ ໄກ່ແກ້ວ ວິໄລສັກ ເປັນ ການເງິນພະແນກພະລາທິການ-ເຕິກນິກ ກອງພັນໃຫຍ່ 101, ສະ ຫາຍ ຮ້ອຍໂທ ພິລາ ພົມມະລິນ ເປັນຫົວໜ້າຂະແໜງອຸປະໂພກ ກອງພັນໃຫຍ່ 101, ສະຫາຍ ຮ້ອຍຕີ ບຸນງອນ ແກ້ວສີບຸນ ເຮືອງ ເປັນການເງິນ ກອງຮ້ອຍ ປືນໃຫຍ່ກອງພັນໃຫຍ່101. ໂດຍ: ກໍ ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ