ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສາລະວັນ ປິດຊຸດອົບຮົມ ວຽກງານແຜນທີ່ ຈີພີເອັດ ໄລຍະສັ້ນ
ເວລາອອກຂ່າວ: 2021-04-20 08:18:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:



ໃນຕົ້ນເດືອນເມສາ 2021, ກອງບັນຊາການທະຫານ ເມືອງ ສາລະວັນ ແຂວງສາລະວັນ ໄດ້ ປິດຊຸດອົບຮົມວຽກງານແຜນທີ່ ຈີພີເອັດ ໄລຍະສັ້ນປະຈຳປີ 2021 ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ສຸດໃຈ ແສນຄຳບົວທອນ ກຳມະການ ຄະນະພັກ ຫົວໜ້າຫ້ອງເສນາ ທິການ ກອງບັນຊາການທະ ຫານແຂວງສາລະວັນ, ມີຄະ ນະພັກ-ຄະນະບັນຊາອົງການ 5 ຫ້ອງ, ມີພະແນການທີ່ກ່ຽວ ຂ້ອງ ພ້ອມດ້ວຍບັນດາພະນັກ ງານ-ຄູອາຈານ ຕະຫຼອດຮອດ ນັກເຝິກອົບຮົມທີ່ມາຈາກບັນດາ ກົມກອງ-ເມືອງເຂົ້າຮ່ວມ. ສະຫາຍ ພັນຕີ ທອງດີ ໄຊຍະເພັດ ຮັກສາການຮອງຫົວ ໜ້າພະແນກແຜນທີ່ ຫ້ອງເສນາ ທິການ ກອງບັນຊາການທະຫານ ແຂວງສາລະວັນ ໄດ້ຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດແຜນ ການອົບຮົມວຽກງານແຜນທີ່ ຈີພີເອັດ ໄລຍະສັ້ນ ໃຫ້ບັນດາ ກົມກອງ-ເມືອງ ປະຈຳປີ 2021, ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ ຖອດຖອນໄດ້, ໂດຍພື້ນຖານ ແລ້ວຕະຫຼອດໄລຍະການຈັດ ຕັ້ງ ອົບຮົມ-ຫັດແອບໄດ້ຮັບການ ຊີ້ນໍາຢ່າງໃກ້ຊິດຈາກ ຄະນະ ພັກ-ຄະນະບັນຊາ ກອງບັນຊາ ການທະຫານແຂວງສາລະວັນ, ເຮັດໃຫ້ຊຸດອົບຮົມບັນລຸຕາມແຜນ ການ, ພ້ອມກັນນັ້ນບັນດາຄະນະ ຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມ ກໍໄດ້ເອົາໃຈໃສ່ ຄົ້ນຄວ້າຮໍ່າຮຽນແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ, ມີ ຄວາມສາມັກຄີ, ພ້ອມກັນອົດ ທົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ເອົາໃຈໃສ່ປະຕິບັດບັນດາຂໍ້ກໍາ ນົດກົດລະບຽບຢູ່ພາກສະໜາມ ຮັກສາຄວາມເປັນລະບຽບຮຽບ ຮ້ອຍໄດ້ເປັນຢ່າງດີ. ຜ່ານການ ຈັດຕັ້ງອົບຮົມ-ຫັດແອບ ມາເປັນ ໄລຍະເວລາ 15 ວັນ, ສາມາດຕີ ລາຄາ ແລະ ສະເລ່ຍຜົນໄດ້ຮັບ ແຕ່ລະພາກຄື: ພາກແຜນທີ່-ເຂັມທິດ ເສັງໄດ້ຂັ້ນເກັ່ງ 25 ສະຫາຍ, ກາງ 5 ສະຫາຍ ສະ ເລ່ຍຄະແນນເທົ່າກັບ 99,09% ແລະ ພາກ ຈີພີເອັດ ເສັງໄດ້ຂັ້ນ ເກັ່ງ 15 ສະຫາຍ, ກາງ 15 ສະຫາຍ ສະເລ່ຍຄະແນນ ເທົ່າ ກັບ 80,79%. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ