ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງບໍ່ແກ້ວປິດບັ້ນອົບຮົມທະຫານໃໝ່ ຊຸດທີ 28
ເວລາອອກຂ່າວ: 2021-04-20 08:13:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ວັນທີ 8 ເມສາ 2021 ນີ້, ໂຮງຮຽນການທະຫານທ້ອງຖິ່ນ ທະຫານແຂວງບໍ່ແກ້ວ ໄດ້ປິດ ບັ້ນອົບຮົມ-ຫັດແອບການເມືອງ-ການທະຫານ ແລະ ພະລາທິການ- ເຕັກນິກໃຫ້ທະຫານໃໝ່ ຊຸດທີ 28 ໂດຍການ ເປັນປະທານຂອງ ສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ສະມາ ຊິກສະພາແຫ່ງຊາດ ປະຈຳ ເຂດເລືອກຕັ້ງທີ 5 ກຳມະການ ປ້ອງກັນຊາດປ້ອງກັນຄວາມ ສະຫງົບແຂວງ, ມີ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະ ປະຈຳພັກແຂວງ ເລຂາຄະນະ ພັກກອງບັນຊາການ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, 2 ກອງພັນ, ກອງຮ້ອຍເອກະລາດ, ໂຮງຮຽນ, ພະແນກການ, ຄູ-ອາຈານ ຕະ ຫຼອດຮອດທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳພັນ ສຸລິ ແສງ ຫົວໜ້າການທະຫານໂຮງ ຮຽນການທະຫານທ້ອງຖິ່ນທະ ຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານ ບົດສະຫຼຸບການຈັດຕັ້ງອົບຮົມທະ ຫານໃໝ່ປະຈຳປີ 2020 ເຊິ່ງ ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ບົດຮຽນທີ່ຖອດຖອນ ໄດ້ໃນໄລຍະຜ່ານມາ, ບັນດາຄູ- ອາຈານແມ່ນມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ຂອງຕົນ, ໃນການ ຂຶ້ນຫ້ອງສິດສອນສົ່ງຄວາມຮູ້ໃຫ້ ນັກຮຽນໃໝ່ເຮັດໃຫ້ນັກຮຽນໃໝ່ມີແນວຄິດການເມືອງໜັກແໜ້ນ, ມີ ຄວາມອົດທົນພະຍາຍາມທາງ ດ້ານຮ່າງກາຍ, ເຂັ້ມແຂງທາງ ດ້ານຈິດໃຈສຸມໃສ່ໃນການເຝິກ ແອບຮໍ່າຮຽນຍົກສູງຄວາມຮູ້ ຄວາມສາມາດທາງດ້ານສິລະ ປະຍຸດ-ຍຸດທະວິທີໃຫ້ມີຄວາມ ຊຳນິ ຊຳນານກຳແໜ້ນເນື້ອໃນບົດ ຮຽນ, ທ່າ ແລະ ຈັງຫວະຂອງ ບົດຮຽນ, ສາມາດເຮັດສຳເລັດ ຕາມລະດັບຄາດໝາຍ ແລະ ມີຄວາມປອດໄພ 100%, ຜ່ານ ການອົບຮົມ-ຫັດແອບຕົວຈິງ 90 ວັນ ແລະ ຈັດຕັ້ງສອບເສັງ ສາມາດຕີລາຄາຜົນໄດ້ຮັບ ພາກວິຊາການເມືອງ ບັນລຸໄດ້ 90%, ພາກການທະຫານປະ ກອບມີ: ວິຊາສິລະປະຍຸດບັນ ລຸໄດ້ 88%, ວິຊາຍຸດທະວິທີ ບັນລຸໄດ້ 89%, ວິຊາລະບຽບ ບັນລຸໄດ້ 85%, ວິຊາກີລາການ ທະຫານບັນລຸໄດ້ 80% ແລະ ພະ ລາທິການ-ເຕັກນິກ 75%. ພິທີສະຫາຍ ຈອມສີ ລັດຕະ ນະປັນ ກໍໄດ້ຕ່າງໜ້າໃຫ້ການນຳ ຂັ້ນແຂວງ ຂຶ້ນມອບລົດ Toyota vigo smart cab 4wd ໃຫ້ ແກ່ໂຮງຮຽນການທະຫານທ້ອງ ຖິ່ນ ເພື່ອເປັນການອຳນວຍຄວາມ ສະດວກໃນການຮັບໃຊ້ເຂົ້າໃນ ໜ້າທີ່ວຽກງານ ໃນກົມກອງ ພ້ອມທັງໃຫ້ທິດຊີ້ນຳຫຼາຍບັນ ຫາສຳຄັນຕໍ່ກັບຄູ-ອາຈານຕ້ອງ ໄດ້ເອົາໃຈໃສ່ສິດສອນສົ່ງຄວາມ ຮູ້, ມີຄວາມຮັບຜິດຊອບສູງຕໍ່ໜ້າ ທີ່ທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍັງໄດ້ເນັ້ນໜັກໃຫ້ທະຫານໃໝ່ຕ້ອງມີແນວຄິດໜັກແໜ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ກຳໃຫ້ແໜ້ນທາງດ້ານທິດສະດີ, ຫຼັກການຂອງບົດຮຽນທີ່ ໄດ້ຮຽນ ມາເພື່ອນຳໄປຈັດຕັ້ງປະຕິບັດເຂົ້າ ໃນວຽກງານຕົວຈິງຢູ່ພາຍໃນ ກົມກອງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຕົນເອງໃຫ້ມີຄຸນສົມບັດສິນທຳປະ ຕິວັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໂດຍ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ