ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫວຽດນາມ ເປັນປະທານວາລະປະຊຸມສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນຫາລູກລະເບີດ
ເວລາອອກຂ່າວ: 2021-04-18 15:19:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ສຳນັກຂ່າວຫວຽດນາມນີວ ລາຍງານໃນວັນທີ 16 ເມສາ ນີ້ ວ່າ: ກອງປະຊຸມປຶກສາຫາລືເປີດ ຂັ້ນລັດຖະມົນຕີຂອງສະພາ ຄວາມໝັ້ນຄົງ ດ້ວຍຫົວຂໍ້ “ແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ບໍ່ທັນແຕກ ແລະ ຮັກສາສັນຕິພາບ ແບບຍືນຍົງ: ເພີ່ມທະວີຄວາມສະ ໜິດຕິດພັນເພື່ອເຄື່ອນໄຫວຢ່າງມີປະສິດທິຜົນກວ່າ” ພາຍໃຕ້ຮູບ ການອອນລາຍປະສົມກັບການ ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງ ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີກະຊວງການ ຕ່າງປະ ເທດ ຫວຽດນາມ ໃນຖານະເປັນ ປະທານສະພາຄວາມໝັ້ນຄົງ, ສປຊ ເດືອນເມສາ ປີ 2021 ໃນສະພາບການສາກົນຄືປັດ ຈຸບັນ, ທ່ານລັດຖະມົນຕີການຕ່າງ ປະເທດຫວຽດນາມ ຖືວ່າບັນດາ ປະເທດຕ້ອງຮ່ວມມືກັນໃຫ້ດີ ກວ່າອີກ ເພື່ອບັນລຸໄດ້ໝາກຜົນ ທີ່ຍືນຍົງກວ່າໃນການແກ້ໄຂຜົນ ຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ ທັນແຕກ, ໂດຍຜ່ານການສະ ໜອງດ້ານການເງິນ, ໜູນຊ່ວຍ ດ້ານເຕັກນິກ, ຍົກສູງກຳລັງ ຄວາມສາມາດ, ຄວາມຮັບຮູ້ ແລະ ແບ່ງປັນປະສົບການໃຫ້ແກ່ບັນ ດາປະເທດຖືກຜົນກະທົບ. ເນື່ອງໃນໂອກາດນີ້, ສະ ພາຄວາມໝັ້ນຄົງ, ສປຊ ໄດ້ ຮັບຮອງເອົາຖະແຫຼງການປະ ທານທຳອິດຂອງສະພາຄວາມ ໝັ້ນຄົງ ສປຊ ໂດຍຫວຽດນາມ ສະເໜີໃຫ້ປຶກສາຫາລືສະເພາະ ກ່ຽວກັບບັນຫາແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກລູກລະເບີດບໍ່ທັນ ແຕກ. ຢູ່ນອກວາລະປະຊຸມ, ທ່ານ ຫົວໜ້າອົງການເຄື່ອນໄຫວກ່ຽວ ກັບລູກລະເບີດ ສປຊ (UNMAS) ຖືວ່າ: ຫວຽດນາມ ໄດ້ຍົກບັນ ຫານີ້ໃນສະພາຄວາມໝັ້ນຄົງ ສປຊ ຖືກຈຸດເວລາທີ່ສຸດ ແລະ ຫວຽດນາມ ກໍບັນລຸໄດ້ຄວາມຄືບ ໜ້າຫຼາຍຢ່າງໃນການແກ້ໄຂບັນຫາລູກລະເບີດບໍ່ທັນແຕກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ