ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 17 ຈັດຕັ້ງອອກກຳລັງກາຍ ເພື່ອສຸຂະພາບ
ເວລາອອກຂ່າວ: 2021-04-18 15:03:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ:



ຕົ້ນເດືອນເມສາ 2021 ນີ້, ຢູ່ກອງພັນ 17, ກອງພັນໃຫຍ່ 102 ກອງພົນທີ 1 ໄດ້ຈັດຕັ້ງອອກກຳລັງກາຍເພື່ອສຸຂະພາບ ດ້ວຍການແລ່ນຍາວ 3.000 ແມັດ, ໂດຍໄດ້ຮັບການຊີ້ນຳ-ນຳ ພາຂອງຄະນະພັກ-ຄະນະບັນ ຊາກອງພັນ, ມີຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ. ໂດຍປະຕິບັດຕາມຄໍາສັ່ງແຈ້ງ ການຂອງພະແນກເສນາທິການ ກອງພັນໃຫຍ່ 102 ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບ, ລະບອບການນຸ່ງ ຖືຂອງກອງທັບປະຊາຊົນລາວ ຕາມລະດູການ ຫັນເອົາກົມ ກອງເຂົ້າສູ່ລະບຽບແບບແຜນ ແລະ ແລ່ນຍາວອາທິດລະຄັ້ງ ໃນທົົ່ວກອງພັນໃຫຍ່ 102 ກອງ ພົນທີ 1. ກອງພັນ 17 ໄດ້ຈັດ ຂະບວນການແລ່ນຍາວ 3.000 ແມັດ ປະຈຳອາທິດ, ເຊິ່ງໄດ້ ກຳນົດເອົາວັນພະຫັດຂອງທຸກໆ ອາທິດເປັນມື້ຈັດຕັ້ງປະຕິບັດ. ການຈັດຕັ້ງແລ່ນຍາວໃນຄັ້ງນີ້ກໍເພື່ອຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນ, ມີຄວາມ ເປັນລະບຽບຮຽບຮ້ອຍໃນທຸກ ດ້ານ, ເຮັດໃຫ້ພະນັກງານ-ນັກ ຮົບໃນກົມກອງມີສຸຂະພາບທີ່ ແຂງແຮງ, ມີນ້ຳໃຈຟົດຟື້ນປະ ຕິວັດ, ມີນໍ້າໃຈສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະ ຕິບັດຂໍ້ກຳນົດກົດລະບຽບຂອງ ກົມກອງວາງອອກໃຫ້ເຂັ້ມງວດ. ການອອກກຳລັງກາຍນອກຈາກ ຈະເຮັດໃຫ້ມີສຸຂະພາບທີ່ແຂງ ແຮງ ແລະ ມີຈິດໃຈທີ່ແຈ່ມໃສແລ້ວ ຍັງເປັນຂະບວນການທີ່ຊ່ວຍ ໃຫ້ພະນັກງານ-ນັກຮົບຢູ່ໃນກົົມກອງຫ່າງໄກຈາກສິ່ງເສບຕິດຕື່ມອີກ ດັ່ງຄຳຂວັນທີ່ວ່າ: “ເສຍເຫື່ອໃຫ້ກີລາ ດີກວ່າເສຍ ນ້ຳຕາເພາະຢາເສບຕິດ”. ໂດຍ: ສົມບູນ ບົວນ້ອຍສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ