ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການພົວພັນ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ ພັດທະນາຢ່າງຕໍ່ເນື່ອງ
ເວລາອອກຂ່າວ: 2021-04-13 18:49:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ສຳນັກຂ່າວກຽວໂດ ລາຍ ງານໃນວັນທີ 9 ເມສານີ້ວ່າ: ບົດຂຽນທີ່ໄດ້ລົງໃນເວັບໄຊ Global News ASEAN ຂອງຍີ່ປຸ່ນ ໄດ້ໃຫ້ຂໍ້ສັງເກດວ່າ: ດ້ວຍຄະນະການນຳຊຸດໃໝ່ຂອງ ຫວຽດນາມ, ການພົວພັນຄູ່ຮ່ວມ ມືມິດຕະພາບລະຫວ່າງ ຫວຽດ ນາມ ແລະ ຍີ່ປຸ່ນ ຈະໄດ້ຮັບ ການຊຸກຍູ້ ແລະ ເພີ່ມທະວີຢ່າງແຮງກວ່າເກົ່າອີກໃນໄລຍະຈະມາເຖິງ. ດ້ວຍຖານະເປັນປະທານກຸ່ມສະມາຊິກລັດຖະສະພາມິດ ຕະພາບ ຫວຽດນາມ-ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດ ນາມ ຟ້າມມິງຈິ໊ງ ໄດ້ຕັ້ງໜ້າຊຸກ ຍູ້ການພົວພັນລະຫວ່າງ ຫວຽດ ນາມ-ຍີ່ປຸ່ນ, ພິເສດແມ່ນກັບບັນ ດາການນຳແຖວໜ້າຂອງຍີ່ປຸ່ນ ຄືທ່ານ ໂຍຊິຮີເດະ ຊູກະ ນາຍົກລັດ ຖະມົນຕີ, ອະດີດນາຍົກລັດຖະ ມົນຕີ ຊິນໂຊະ ອາເບະ ແລະ ທ່ານ ໂທຊິຮິໂດະເລຂາທິການໃຫຍ່ ພັກ ປະຊາທິປະໄຕອິດສະຫຼະ ກຳອຳນາດ. ຕາມບົດຂຽນດັ່ງກ່າວແລ້ວ: ພາຍໃຕ້ການຊີ້ນຳ-ນຳພາຂອງ ທ່ານນາຍົກລັດຖະມົນຕີຄົນໃໝ່ ຟ້າມມິງຈິ໊ງ, ລັດຖະບານຫວຽດ ນາມຈະສືບຕໍ່ຖືເປັນສຳຄັນ, ຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທສະສາດກັບຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າເກົ່າອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ