ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອາເມຣິກາ ຈະຍົກເລີກການຂວ້ຳບາດຕໍ່ອີຣານ ແລະ ເຂົ້າຮ່ວມສັນຍານິວເຄລຍຄືນໃໝ່
ເວລາອອກຂ່າວ: 2021-04-13 18:47:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ສຳນັກຂ່າວ ຟອກສນີວ ລາຍ ງານໃນວັນທີ 8 ເມສານີ້ວ່າ: ກະ ຊວງການຕ່າງປະເທດອາເມ ຣິກາໄດ້ຖະແຫຼງວ່າ: ອາເມຣິກາ ຍິນດີຍົກເລີກການ ຂວໍ້າບາດ ຕໍ່ອີຣານ, ລວມທັງການຂວໍ້າ ບາດທີ່ບໍ່ຖືກຕ້ອງຕາມ “ແຜນ ການດຳເນີນງານຮອບດ້ານ ປະສົມ” ໃນປີ 2015 ຫຼືJCPOA ເພື່ອເຂົ້າຮ່ວມສັນຍານີວເຄລຍອີຣານຄືນໃໝ່, ແຕ່ຍັງບໍ່ທັນເປີດ ເຜີຍຂໍ້ມູນລະອຽດ. ໂຄສົກກະຊວງການຕ່າງປະ ເທດອາເມຣິກາກ່າວວ່າ: ພວກ ເຮົາຈະນຳໃຊ້ມາດຕະ ການທີ່ຈຳ ເປັນ, ລວມທັງຍົກເລີກການ ຂວໍ້າບາດທີ່ບໍ່ຖືກຕ້ອງຕາມ ແຜນການ JCPOA, ຟື້ນຟູການ ຈັດຕັ້ງປະຕິບັດຕາມແຜນການ JCPOA. ແຕ່ຂ້າພະເຈົ້າບໍ່ສາມາດອະທິບາຍຢ່າງລະອຽດໄດ້ ວ່າອາດຈະມີມາດຕະການໃດແດ່. ກອງປະຊຸມຂອງຝ່າຍທີ່ກ່ຽວຂ້ອງກັບສັນຍາຮອບດ້ານກ່ຽວ ກັບນີວເຄລຍອີຣານໄດ້ຈັດຂຶ້ນ ຢູ່ນະຄອນຫຼວງວຽນປະເທດ ໂອຕຣິດ ເພື່ອປຶກສາຫາລືບັນຫາ ທີ່ອາເມຣິກາ ແລະ ອີຣານຟື້ນຟູການຈັດຕັ້ງປະຕິບັດສັນຍາ. ເຈົ້າ ໜ້າທີ່ທີ່ກ່ຽວຂ້ອງຂອງຣັດເຊຍ, ອັງກິດ, ຝຣັ່ງ ແລະປະເທດອື່ນໆ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ເພື່ອສັງເກດການພາຍຫຼັງການ ປຶກສາ ຫາລື, ມີຫຼາຍຝ່າຍເຫັນວ່າ: ກອງປະຊຸມຄັ້ງນີ້ມີລັກສະນະສ້າງສັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ