ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 4 ເຜີຍແຜ່ຜນສຳເລັດ ກອງປະຊຸມວຽກງານປ້ອງກັນພາຍໃນທົ່ວກອງທັບ ຄັ້ງທີ IX
ເວລາອອກຂ່າວ: 2021-04-13 18:41:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 340 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ກອງພົນທີ 4 ໄດ້ຈັດຕັ້ງເຜີຍແຜ່ຜົນສໍາເລັດ ກອງປະຊຸມວຽກງານປ້ອງກັນພາຍໃນທົ່ວກອງທັບ ຄັ້ງທີ IX, ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະ ບັນຊາກອງພົນ, ອົງການ 5 ຫ້ອງ, ພະແນກການ ແລະ ກົມ ກອງຮາກຖານເຂົ້າຮ່ວມ. ສຳລັບເອກະສານຜົນສໍາເລັດ ກອງປະຊຸມວຽກງານປ້ອງກັນ ພາຍໃນທົ່ວກອງທັບ ຄັ້ງທີ IX ທີ່ນຳມາເຜີຍແຜ່ໃນຄັ້ງນີ້ ລວມມີ ຂໍ້ກໍານົດຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍ ມາດຖານກອງ ປອດໃສ, ປອດໄພ, ປອດຄະດີ ໃນທົ່ວກອງທັບ, ຂໍ້ກຳນົດຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການຕີລາຄາແບ່ງປະເພດຄຸນ ນະພາບການເມືອງພາຍໃນຕໍ່ ນາຍ ແລະ ພົນທະຫານໃນກອງ ທັບ, ຄໍາສັ່ງແນະນໍາຂອງກົມໃຫຍ່ ການເມືອງກອງທັບ ແລະ ຄໍາສັ່ງ ແນະນໍາຂອງກອງພົນທີ 4 ກ່ຽວ ກັບການສະຫຼຸບຕີລາຄາການ ແບ່ງປະເພດການເມືອງພາຍໃນ ຂອງນາຍ ແລະ ພົນທະຫານ ແລະ ສະຫຼຸບປະເມີນຜົນກົມກອງປອດ ໃສ ປອດໄພ ປອດຄະດີ ປະຈຳ ປີ 2021. ເປົ້າໝາຍເພື່ອເຮັດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ ເຖິງຄວາມໝາຍ, ຄວາມສໍາຄັນ ຂອງວຽກງານປ້ອງກັນພາຍໃນ, ເຮັດໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນ ທໍາປະຕິວັດ, ມີຄວາມບໍລິສຸດ ສັດຊື່, ຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ, ມີສະຕິເຄົາລົບການ ຈັດຕັ້ງ, ລະບຽບວິໄນຂອງກອງ ທັບ, ກົດໝາຍຂອງລັດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນກັບຕົນເອງ ກໍຄື ກົມກອງ ເຮັດໃຫ້ກົມກອງມີຄວາມສະ ຫງົບໜັກແໜ້ນໂດຍພື້ນຖານ. ໃນກອງປະຊຸມຍັງໄດ້ມອບໃບ ຢັ້ງຢືນກອງ 3 ປອດໃຫ້ 7 ຫົວ ໜ່ວຍກົມກອງທົ່ວກອງພົນທີ 4 ຢ່າງສົມກຽດ. ສະຫາຍ ພັນເອກ ສົມຈິດ ກິດ ຕິຍະລາດ ໄດ້ມີຄຳເຫັນຫຼາຍບັນ ຫາສຳຄັນ ພ້ອມທັງຮຽກຮ້ອງ ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດໃຫ້ພະນັກງານ-ນັກຮົບຂອງຕົນຢ່າງຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີໃຫ້ ກວ້າງຂວາງ, ການເຮັດວຽກ ຕ້ອງປະຕິບັດຫຼັກການລວມສູນ ປະຊາທິປະໄຕເປັນໝູ່ຄະນະແບ່ງ ວຽກໃຫ້ບຸກຄົນຮັບຜິດຊອບ, ຕໍາ ນິກໍ່ສ້າງເຊິ່ງກັນ ແລະ ກັນ, ເພື່ອ ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດ ອ່ອນຂໍ້ຄົງຄ້າງ, ສືບຕໍ່ປັບປຸງແບບ ແຜນວິທີເຮັດວຽກໃຫ້ສອດຄ່ອງ, ປະຕິບັດຂໍ້ກໍານົດ, ກົດລະບຽບ ຂອງກອງທັບ, ເດັດດ່ຽວຮັກສາ ຄວາມລັບຂອງຊາດ, ຂອງກອງ ທັບ, ເປັນເຈົ້າການຕ້ານ, ສະກັດ ກັ້ນບັນຫາປະກົດການຫຍໍ້ທໍ້ ຕ່າງໆບໍ່ໃຫ້ເກີດຂຶ້ນກັບກົມກອງ ເພື່ອຮັກສາມູນເຊື້ອກົມກອງ 3 ປອດໃຫ້ໄດ້ໃນຊຸມປີຕໍ່ໜ້າ. ໂດຍ: ໂພຄໍາ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ