ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການກໍ່ສ້າງຫໍຂ່າວ ກອງຮ້ອຍເອກະລາດ 154 ກອງພົນທີ 4 ສຳເລັດແລ້ວ 70%
ເວລາອອກຂ່າວ: 2021-04-13 18:37:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 250 | ຄວາມນິຍົມ:



ໂດຍປະຕິບັດຕາມກົມໃຫຍ່ ເສນາທິການກອງທັບວາງອອກ ໃນການປັບປຸງກໍ່ສ້າງກຳລັງ ຫຼວງ, ກຳລັງທ້ອງຖິ່ນໃຫ້ມີຄວາມ ແໜ້ນໜາຖາວອນ ແລະ ມີຄວາມ ເປັນລະບຽບຈົບງາມໃນທົ່ວກອງ ພົນ ເວົ້າລວມ, ເວົ້າສະເພາະ ຫໍຂ່າວສຳນັກງານກອງຮ້ອຍເອ ກະລາດ 154 (ເຄມີສາດ) ກອງພົນທີ 4 ຍັງບໍ່ທັນຕອບ ສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງກົມກອງ. ດັ່ງ ນັ້ນ, ຄະນະພັກ-ຄະນະບັນຊາກອງຮ້ອຍໄດ້ເປັນເອກະພາບກັນກໍ່ສ້າງຫໍຂ່າວກອງຮ້ອຍ ເອກະລາດ 154 (ເຄມີສາດ) ແບບຖາວອນຈຳນວນໜຶ່ງຫຼັງ. ສະຫາຍ ພັນຕີ ໄພລິນ ຈັນທະສົມ ຫົວໜ້າການທະຫານກອງຮ້ອຍ ເອກະລາດ 154 (ເຄມີສາດ) ກອງພົນທີ 4 ໃຫ້ຮູ້ເມື່ອວັນທີ 30 ມີນາ 2021 ນີ້ວ່າ: ການກໍ່ ສ້າງຫໍຂ່າວຂອງກອງຮ້ອຍເອ ກະລາດ 154 ຫຼັງດັ່ງກ່າວແມ່ນ ເລີ່ມກໍ່ສ້າງແຕ່ເດືອນ ມັງກອນ 2021, ມີຂະໜາດ 5x10 ແມັດ, ມາຮອດປັດຈຸບັນສ້າງສໍາເລັດ 70%, ຄາດກະວ່າຈະໃຫ້ສໍາ ເລັດໃນທ້າຍ ເດືອນເມສາ 2021 ນີ້, ເຊິ່ງລວມມູນຄ່າໃນການກໍ່ ສ້າງ ທັງໝົດ 45 ລ້ານກີບ. ໂດຍແມ່ນທຶນການກໍ່ສ້າງ ແລະ ແຮງງານແມ່ນພະນັກງານ-ນັກ ຮົບພາຍໃນກົມກອງ 100%. ທັງນີ້, ກໍເພື່ອເປັນການປັບປຸງ ກໍ່ສ້າງກົມກອງໃຫ້ຈົບງາມ ແໜ້ນໜາຖາວອນ ແລະ ເປັນ ລະບຽບຈົບງາມ, ພ້ອມທັງເປັນການສ້າງຂະບວນການສ້າງຜົນງານໄວ້ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ ຂອງກອງທັບ ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງຕໍ່ເນື່ອງ. ໂດຍ: ບົວຄໍາ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ