ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະບານຮຽກຮ້ອງ ໃຫ້ປະຕິບັດ 6 ມາດຕະການຢ່າງເຂັ້ມງວດ
ເວລາອອກຂ່າວ: 2021-04-13 18:32:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ໃນວັນທີ 12 ເມສາ2021 ທີ່ສໍານັກນາຍົກລັດຖະມົນຕີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ ໄດ້ຖະແຫຼງການກ່ຽວ ກັບສະພາບການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງ ພະຍາດໂຄວິດ-19 ຢູ່ ສປປ ລາວ ເຊິ່ງມີບາງຕອນສໍາຄັນວ່າ: ໃນປີຜ່ານມານີ້ ບັນດາປະເທດ ໃນທົ່ວໂລກ, ລວມທັງ ສປປ ລາວ ຂອງພວກເຮົາ ໄດ້ປະເຊີນ ກັບ “ການແຜ່ລະບາດຢ່າງຮ້າຍ ແຮງຂອງພະຍາດໂຄວິດ-19” ເຊິ່ງໄດ້ແຜ່ລາມເປັນວົງກວ້າງ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ. ເພື່ອຮັບມືກັບສະພາບການດັ່ງ ກ່າວລັດຖະບານເຮົາ ໄດ້ກະກຽມ ຄວາມພ້ອມ ແລະ ວາງມາດຕະ ການປ້ອງກັນແຕ່ຫົວທີໂດຍໄດ້ ອອກຄໍາສັ່ງເລກທີ 06/ນຍ ໄດ້ ທົບທວນ ແລະ ປັບປຸງໃຫ້ສອດຄ່ອງກັບສະພາບການແຜ່ລະ ບາດຂອງພະຍາດເປັນແຕ່ລະໄລ ຍະ; ທຸກພາກສ່ວນໃນສັງຄົມ ຕ້ອງເປັນເຈົ້າການໃຫ້ຄວາມ ຮ່ວມມື ແລະ ຈັດຕັ້ງປະຕິບັດມາດ ຕະການຕ່າງໆເຫຼົ່ານັ້ນຢ່າງເຂັ້ມ ງວດ, ພ້ອມກັນນີ້ ກໍໄດ້ຮັບການ ຊ່ວຍເຫຼືອສະໜັບສະໜູນຈາກ ສັງຄົມ, ອົງການຈັດຕັ້ງ ແລະ ບັນ ດາປະເທດເພື່ອນມິດ ຈຶ່ງເຮັດ ໃຫ້ພວກເຮົາສາມາດເອົາຊະນະ ສັດຕູ ໂຕຮ້າຍກາດນີ້ໄດ້ໃນລະ ດັບໃດໜຶ່ງ ເຊິ່ງສະແດງອອກ ບໍ່ມີຜູ້ຕິດເຊື້ອພະຍາດໂຄ ວິດ-19 ພາຍໃນປະເທດເລີ່ມແຕ່ກາງ ເດືອນເມສາ 2020 ເປັນຕົ້ນ ມາ. ໄປຄຽງຄູ່ກັນນີ້ ລັດຖະ ບານ ກໍໄດ້ຈັດຕັ້ງສັກຢາ ໃຫ້ກຸ່ມ ເປົ້າໝາຍ, ເຊິ່ງມາຮອດປັດຈຸບັນ ໄດ້ສຳ ເລັດເຂັມທີ 1 ຈຳ ນວນ 140.000 ກວ່າຄົນ ແລະ ເຂັມທີ 2 ໄດ້ ເກືອບ 28.000 ຄົນ. ປັດຈຸບັນໂຄວິດ-19 ຍັງສືບ ຕໍ່ເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ນັບມື້ນັບເພີ່ມຂຶ້ນ ເຊິ່ງບໍ່ທັນສາມາດສະກັດກັ້ນໄດ້ ຢ່າງຂາດຕົວເທື່ອ, ເຊື້ອພະຍາດ ໄດ້ກາຍພັນມີຄວາມສາມາດທຳ ລາຍຮ້າຍແຮງກວ່າເກົ່າເຮັດໃຫ້ ການຕິດເຊື້ອເພີ່ມຂຶ້ນໄວຢູ່ປະເທດ ຕ່າງໆໃນທົ່ວໂລກ, ຫຼາຍປະເທດ ມີການລະບາດຮອບ 2, ຮອບ 3 ແລ້ວ, ມາຮອດມື້ນີ້ ພະຍາດດັ່ງ ກ່າວ ຍັງສືບຕໍ່ແຜ່ເຊື້ອໄປທົ່ວ ເຂດແຄວ້ນຂອງໂລກ, ມີຜູ້ຕິດ ເຊື້ອເກືອບ136 ລ້ານຄົນ, ມີຜູ້ ເສຍຊີວິດ ທັງໝົດເກືອບ 3 ລ້ານ ຄົນ. ໃນນີ້ ຢູ່ປະເທດອ້ອມຂ້າງ ຂອງພວກເຮົາ ກໍກຳລັງມີການລະ ບາດຮຸນແຮງຂຶ້ນ, ມີການລະ ບາດໃນຮອບໃໝ່ ເຊິ່ງໄດ້ຂະ ຫຍາຍອອກສູ່ວົງກວ້າງ ແລະ ຍາກທີ່ຈະສະກັດກັ້ນ ແລະ ຄວບ ຄຸມໄວ້ໄດ້, ເຊິ່ງມີຄວາມສ່ຽງສູງ ທີ່ອາດຈະແຜ່ລະບາດເຂົ້າມາ ປະເທດເຮົາ ເນື່ອງຈາກສັງຄົມ ເລີ່ມມີການລະເຫຼີງ, ຖືເບົາຕໍ່ມາດ ຕະການທີ່ຄະນະສະເພາະກິດ ວາງອອກ ແລະ ຍັງມີສະພາບ ການເຂົ້າເມືອງຜິດກົດໝາຍ ແລະ ກໍຍ້ອນວ່າພວກເຮົາໄດ້ຜ່ອນຜັນ ມາດຕະການຈຳນວນໜຶ່ງເພື່ອ ຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ເຊິ່ງໄດ້ມີການອະນຸຍາດໃຫ້ເດີນ ທາງເຂົ້າ-ອອກ ສປປ ລາວ ຈຶ່ງໄດ້ພົບຜູ້ຕິດເຊື້ອທີ່ເດີນທາງ ມາຈາກຕ່າງປະເທດ. ມາຮອດມື້ ນີ້ເຖິງວ່າ ຢູ່ ສປປ ລາວມີຜູ້ຕິດ ເຊື້ອສະສົມ ລວມທັງໝົດ 52 ຄົນ (ກໍລະນີໃໝ່ 3 ກໍລະນີ), ໃນນີ້ ປີ່ນປົວຫາຍດີ 47 ຄົນ ແລະ ຍັງ ສືບຕໍ່ປິ່ນປົວ 05 ຄົນ ແຕ່ມາຮອດ ວັນທີ 11 ເມສາ 2021 ໄດ້ພົບ ຄົນເຈັບຕິດເຊື້ອພາຍໃນປະເທດ ເປັນຄັ້ງທຳອິດໃນໄລຍະ 1 ປີ ຜ່ານມາ. ອີງໃສ່ສະພາບການແຜ່ລະບາດ ຢູ່ບັນດາປະເທດໃນໂລກ ໂດຍ ສະເພາະປະເທດທີ່ີມີຊາຍແດນ ຕິດຈອດກັບປະເທດເຮົາ, ສົມ ທົບກັບໄລຍະນີ້ ຍັງມີແຮງງານ ທີ່ເດີນທາງຈາກປະເທດທີ່ມີການ ລະບາດຂອງພະຍາດເຂົ້າມາໃນ ປະເທດເຮົາ, ດັ່ງນັ້ນ ແຕ່ນີ້ ຕໍ່ໄປ ພວກເຮົາຕ້ອງພ້ອມກັນມີ ສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປະຕິບັດ ຢ່າງເຂັ້ມງວດຕໍ່ກົດລະບຽບດັ່ງ ກ່າວ, ມາດຕະການທີ່ຄະນະສະ ເພາະກິດວາງອອກ ດັ່ງນີ້: 1. ສືບຕໍ່ປະຕິບັດ ຄຳສັ່ງ, ຄຳ ແນະນຳ, ແຈ້ງການ ທີ່ອອກມາ ແລ້ວໃຫ້ເຂັ້ມງວດ ໂດຍສະເພາະ ຄຳສັ່ງເພີ່ມເຕີມກ່ຽວກັບການເພີ່ມ ທະວີການປະຕິບັດບັນດາມາດ ຕະການ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະ ຍາດໂຄວິດ-19ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວຫາທ້າຍ ເດືອນເມສາ. 2. ຈັດຕັ້ງການສັກວັກຊີນກັນ ພະຍາດ ໂຄວິດ-19 ຢ່າງເລັ່ງ ດ່ວນໂດຍສະເພາະສຸມໃສ່ສັກໃຫ້ ກຸ່ມອາຊີບທີ່ໃຫ້ການບໍລິການສາທາລະນະ ແລະ ຂະຫຍາຍໄປທຸກ ສາຂາອາຊີບຕາມແຜນທີ່ວາງ ໄວ້. ສະນັ້ນ, ຈຶ່ງຮຽກຮ້ອງທຸກ ພາກສ່ວນໃນສັງຄົມຕື່ນຕົວ ສະໝັກໃຈໃນການສັກວັກ ຊີນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ ຊຶ່ງຢາວັກຊີນ ແມ່ນໄດ້ຮັບການຢັ້ງຢືນຈາກອົງ ການສາກົນ, ຫຼາຍປະເທດໃນ ໂລກກໍໄດ້ນຳໃຊ້. ຜ່ານການສັກ ຢາວັນຊີນໃຫ້ກຸ່ມເປົ້າໝາຍໃນ ໄລຍະຜ່ານມາ ບໍ່ມີການລາຍງານ ກ່ຽວກັບຜົນຂ້າງຄຽງທີ່ຮ້າຍ ແຮງເກີດຂຶ້ນ. 3. ພ້ອມກັນນີ້ ກໍສະເໜີໃຫ້ພາກ ທຸລະກິດເປັນເຈົ້າການປະກອບ ສ່ວນສະໜັບສະໜູນແຜນການສັກ ວັກຊີນ ໂດຍຜ່ານກະຊວງສາທາ ລະນະສຸກ. 4. ເພີ່ມທະວີການຕິດຕາມ, ກວດກາບໍລິເວນລຽບຕາມຊາຍ ແດນຢ່າງເຄັ່ງຄັດເພື່ອສະກັດກັ້ນ ການລັກລອບເຂົ້າປະເທດຂອງ ພົນລະເມືອງລາວ ແລະ ຊາວຕ່າງ ຊາດໂດຍສະເພາະຈຸດຂ້າມລອຍ ລະຫວ່າງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນເພື່ອ ໃຫ້ສາມາດນຳເອົາຜູ້ລັກລອບເຂົ້າ ເມືອງຜິດກົດໝາຍມາກວດວິ ເຄາະຊອກຫາເຊື້ອໂຄວິດ-19 ແລະ ຈຳກັດບໍລິເວນຢູ່ສູນທີ່ຄະ ນະສະເພາະກິດກຳນົດໄວ້ໃຫ້ຄົບ 14 ວັນຕາມລະບຽບການ. ພ້ອມກັນນີ້, ກໍຈະປະຕິບັດມາດຕະ ການເດັດຂາດຕໍ່ຜູ້ທີ່ລັກລອບ ເຂົ້າ-ອອກເມືອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ກຳນົດ. 5. ສືບຕໍ່ໂຄສະນາເຜີຍແຜ່ໃຫ້ ປະຊາຊົນເພີ່ມທະວີໃນການປະ ຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄ ວິດ-19 ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ. 6. ປັບປຸງມາດຕະຖານສູນຈຳ ກັດບໍລິເວນ, ກວດວິເຄາະຫາ ເຊື້ອພະຍາດໃນກຸ່ມຄົນທີ່ມີອາ ການສົງໃສ ແລະ ມີຄວາມສ່ຽງ. ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານມີແຜນສືບຕໍ່ສັກ ຢາ ວັກຊີນໃຫ້ພົນລະເມືອງໃນປີ 2021 ໃຫ້ໄດ້ 22% ແລະ ປີ 2022 ໃຫ້ໄດ້ 70% ຂອງຈຳ ນວນພົນລະເມືອງທັງໝົດ. ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ພໍ່ແມ່ພີ່ນ້ອງ, ປະຊາຊົນລາວທຸກ ຖ້ວນໜ້າ, ພະນັກງານ, ທະຫານ, ຕຳຫຼວດໃນຂອບເຂດທົ່ວປະເທດ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ ກຳນົດໄວ້ໂດຍສະເພາະພະນັກ ງານຫຼັກແຫຼ່ງແກ່ນສານຈົ່ງເປັນ ແບບຢ່າງນຳໜ້າ ພ້ອມພຽງໜ້າ ກັນໄປຮັບການສັກຢາວັກຊີນ ຢ່າງຮີບດ່ວນໃຫ້ຄົບຖ້ວນ ເພື່ອຮັບ ປະກັນໃນການປ້ອງກັນການຕິດ ເຊື້ອ. ຂໍຮຽກຮ້ອງມາຍັງທຸກການຈັດ ຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງ ການຈັດຕັ້ງມະຫາຊົນ, ການຈັດ ຕັ້ງທາງສັງຄົມ ຈົ່ງເປັນກຳລັງ ແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້. ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຂອບ ໃຈມາຍັງຄະນະສະເພາະກິດ, ປະເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະ ໜັບສະໜູນ,ໃຫ້ການປຶກສາແກ່ ພວກເຮົາຕະຫຼອດມາ. ໃນໂອກາດປີໃໝ່ລາວ ທີ່ຈະ ມາເຖິງນີ້, ຂໍໃຫ້ທຸກຄົນສະເຫຼີມ ສະຫຼອງປີໃໝ່ຕາມລະບຽບຫຼັກ ການ, ມີຄວາມປອດໄພ ແລະ ມີສະຕິໃນການປະຕິບັດມາດຕະ ການປ້ອງກັນພະຍາດໂຄວິດ- 19. ຂໍອວຍພອນໃຫ້ທຸກໆຄົນຈົ່ງ ມີສຸຂະພາບແຂງແຮງ, ມີຄວາມ ສຸກໃນຊີວິດສ່ວນຕົວ ແລະ ຄອບ ຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ