ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ ໜ້າທີ່ຫົວໜ້ານການເມືອງກອງພັນໃຫຍ່ 302 ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2021-04-13 18:19:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ມອບ-ຮັບໜ້າທີ່ຫົວໜ້າການ ເມືອງກອງພັນໃຫຍ່ 302 ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນ ທີ 9 ເມສາ 2021 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ສໍຍັນ ລໍອິນສອນ ຮອງເລ ຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 3, ມີຄະນະພັກ-ຄະ ນະບັນຊາກອງພັນໃຫຍ່, 5 ພະ ແນກການ, 2 ກອງພັນນ້ອຍ, ຂະ ແໜງການ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສາຍ ທອງ ປີຊາຈັນ ກຳມະການຄະ ນະພັກກອງພົນທີ 3 ເລຂາຄະນະ ພັກ ຫົວໜ້າການເມືອງກອງພັນ ໃຫຍ່ 302 ຜູ້ເກົ່າໄດ້ຂຶ້ນຜ່ານບົດ ສະຫຼຸບວຽກງານຮອບດ້ານຜ່ານ ການຊີ້ນຳ-ນຳພາເຄື່ອນໄຫວປະ ຕິບັດໜ້າທີ່ຕະຫຼອດໄລຍະຜ່ານ ມາເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ ໄຂໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ, ປະກອບສ່ວນເຂົ້າໃນໜ້າທີ່ວຽກ ງານລວມຂອງກົມກອງດ້ວຍ ຄວາມຮັບຜິດຊອບສູງ, ເປັນຕົ້ນ ແມ່ນຫຼັກການ ເຮັດວຽກເປັນໝູ່ຄະ ນະແບ່ງໃຫ້ບຸກຄົນຮັບຜິດຊອບ ປັບປຸງກໍ່ສ້າງກົມກອງໃຫ້ມີ ຄວາມເຂັ້ມແຂງ ໜັກແໜ້ນໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກ, ເປັນ ໄມ້ຫຼາວັດແທກຄຸນທາດການ ເມືອງຂອງພະນັກງານສະມາຊິກ ພັກ, ຮັບປະກັນໄດ້ທາງດ້ານປະລິ ມານ ແລະ ຄຸນນະພາບ, ພ້ອມດຽວ ກັນນີ້ກໍໄດ້ຜ່ານບັນບົດທຶກການ ມອບ-ຮັບໜ້າທີ່ຫົວໜ້າການ ເມືອງກອງພັນໃຫຍ່ 302 ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ອີງຕາມ ກົດໝາຍນາຍທະຫານກອງທັບ ປະຊາຊົນລາວ (ສະບັບປັບປຸງ) ວ່າດ້ວຍການແຕ່ງຕັ້ງຍົກຍ້າຍ ນາຍທະຫານ, ປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາຢູ່ ກອງພັນໃຫຍ່ 302 ໃຫ້ມີຄວາມ ເຂັ້ມແຂງ, ໜັກແໜ້ນຮອບດ້ານ ໃນສະເພາະໜ້າ ແລະ ຍາວນານ, ກະຊວງປ້ອງກັນປະເທດຕົກ ລົງແຕ່ງຕັ້ງ ສະຫາຍ ພັນໂທ ສາຍ ທອງ ປີຊາຈັນ ກຳມະການຄະ ນະພັກກອງພົນທີ 3 ເລຂາຄະນະ ພັກຫົວໜ້າການເມືອງກອງພັນ ໃຫຍ່ 302 ຜູ້ເກົ່າ ໄປຮັບໜ້າທີ່ ໃໝ່ເປັນຮອງຫົວໜ້າຫ້ອງການ ເມືອງກອງພົນທີ3 ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ຈອມໃຈ ໄຊພະ ວົງ ຫົວໜ້າພະແນກການເມືອງ ຂຶ້ນເປັນຫົວໜ້າການເມືອງ ກອງ ພັນໃຫຍ່ 302 ຜູ້ໃໝ່. ໂດຍ: ພອນແກ້ວ ວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ