ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປາຣີ ແຊງແຊກແມງ ບຸກຊະນະ ບາເຢີນ ແຊັມເກົ່າ ຢູຟາແຊັມປ້ຽນລີກ
ເວລາອອກຂ່າວ: 2021-04-13 17:38:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ການແຂ່ງຂັນເຕະບານ ຢູ ຟາ ແຊັມປ້ຽນລີກ ລະດູການ 2020-21 ຮອບ 8 ທີມສຸດທ້າຍ ນັດທີ 1 ເມື່ອຄືນວັນທີ 7 ເມສາ ຜ່ານມາ, ບາເຢິນ ມິວນິກ ແຊັມ ເກົ່າ ເປີດບ້ານພົບກັບ ປາຣີ ແຊງແຊກແມງ (PSG) ຮອງ ແຊັມ. ຜົນປະກົດວ່າ ປາຣີ ແຊງແຊກ ແມງ ໄດ້ປະຕູອອກນຳກ່ອນໃນ ນາທີ 3 ຈາກ ຄີລຽນ ເອັມບັບເປ ຕໍ່ມານາທີ 28 ມາກິນຢອດ ມາຍິງອີກ 1 ປະຕູ ຊ່ວຍ ປາຣີ ແຊງແຊກແມງ ນຳ 2-0 ປະຕູ ຫຼັງຈາກນັ້ນ ເອຣິກ ແມກຊິມ ກໍມາຍິງໃຫ້ທີມບາເຍີນໄລ່ຕາມ 1-2 ປະຕູ ໃນນາທີ 37 ແລະ ຈົບເຄິ່ງເວລາທີ່ໜຶ່ງ ແຊັມເກົ່າ ຕາມຫຼັງຮອງແຊັມ 1-2. ມາເຄິ່ງຫຼັງ ເຈົ້າບ້ານຄຸມ ບານ ແລະ ເດີນເກມບຸກຕໍ່ເນື່ອງ ແລະ ມາໄດ້ປະຕູຕີສະເໝີຈາກ ໂທມັດ ມຸນເລີ ໃນນາທີ 60 ແຕ່ ມາເສຍປະຕູທີສາມໃຫ້ ປາຣີ ແຊງແຊກແມງ ໃນ ນາທີ 68 ຈາກ ເອັມບັບເປ, ຈົບເກມ ປາຣີ ແຊງແຊກແມງ ຮອງແຊັມ ບຸກ ຊະນະ ບາເຢິນ ແຊັມເກົ່າ 3-2 ປະຕູນັດທີ 2 ກັບໄປຫລິ້ນທີ່ ບ້ານຂອງ ປາຣີ ແຊງແຊກແມງ ໃນວັນທີ 13 ເມສານີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ