ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທູດປ້ອງກັນຊາດ ສສ ຫວຽດນາມ ອວຍພອນຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-04-13 17:33:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1192 | ຄວາມນິຍົມ:



ວັນທີ 1 ເມສາ ນີ້, ສະຫາຍ ພັນໂທ ຟາມ ແອັງ ຢຸງ ຮອງຫົວ ໜ້າຫ້ອງການທີ່ປຶກສາທູດປ້ອງ ກັນຊາດ ສສ ຫວຽດນາມ ປະຈໍາ ລາວ ພ້ອມດ້ວຍຄະນະ ໄດ້ນຳ ເອົາກະຕ່າຂອງຂວັນເຂົ້າອວຍ ພອນຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໃນໂອກາດ ບຸນປີໃໝ່ລາວ, ເຊິ່ງ ສະຫາຍໄດ້ ກ່າວຄຳອວຍພອນອັນປະເສີດ ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ຈົ່ງມີສຸຂະພາບ ແຂງແຮງ, ເຮັດສຳເລັດໜ້າທີ່ອັນ ມີກຽດທີ່ພັກ-ລັດ, ປະເທດຊາດ ມອບໝາຍໃຫ້. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ ໄດ້ສະແດງຄວາມ ຂອບໃຈຕໍ່ສະຫາຍ ພັນໂທ ຟາມ ແອັງຢຸງ ພ້ອມຄະນະທີ່ເຫັນໄດ້ ຄວາມໝາຍ ຄວາມສຳຄັນຕໍ່ວັນ ດັ່ງກ່າວ ແລະ ນຳເອົາຄຳຢ້ຽມ ຢາມຖາມຂ່າວອັນອົບອຸ່ນມາສູ່ພະນັກງານ-ນັກຮົບພາຍໃນ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ເປັນການ ເສີມສ້າງຮັດແໜ້ນຄວາມສາ ມັກຄີມິດຕະພາບລະຫວ່າງກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນກັບຫ້ອງການ ທີ່ປຶກສາທູດ ປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ໃຫ້ນັບ ມື້ແໜ້ນແຟ້ນຍິ່ງໆຂຶ້ນ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ