ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຝິກອົບຮົມ ການປຸກລະດົມຂົນຂວາຍ ຜູ້ບໍລິຈາກເລືອດ ຢູ່ທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2021-04-13 17:32:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 799 | ຄວາມນິຍົມ:



ນວັນທີ 1 ເມສານີ້, ກອງບັນ ຊາການທະຫານແຂວງບໍລິຄຳ ໄຊ ໄດ້ຈັດເຝິກອົບຮົມ ແລະ ປຶກ ສາຫາລືກ່ຽວກັບການປຸກລະ ດົມຂົນຂວາຍຜູ້ບໍລິຈາກເລືອດ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ຄຳສາຍ ພັນດານຸວົງ ຄະນະພັກກອງບັນຊາການ ຫົວ ໜ້າຫ້ອງການເມືອງ ກອງບັນ ຊາການທະຫານແຂວງບໍລິຄຳ ໄຊ, ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງ ແຂວງ ບໍລິິຄຳໄຊ, ມີຄະນະຮັບຜິດຊອບ ວຽກງານກາແດງ ແລະ ບັນດາ ອະນຸກຳມະການ, ຄະນະພັກ-ຄະນະບັນຊາກົມກອງທີ່ກ່ຽວ ຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ບຸນຍົງ ປັນຍານຸວົງ ຮອງຫົວໜ້າອົງ ການກາແດງ ແຂວງບໍລິຄຳໄຊ ໄດ້ ສະເໜີສະພາບລວມການຈັດຫາ ເລືອດ, ຄວາມຮູ້ກ່ຽວກັບເລືອດ ແລະ ເງື່ອນໄຂການບໍລິຈາກ ເລືອດ, ຜົນດີຂອງການບໍລິຈາກ ເລືອດດ້ວຍຄວາມສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ການ ປະຕິບັດນະໂຍບາຍຕໍ່ຜູ້ບໍລິຈາກ ເລືອດ ແລະ ໜ້າທີ່, ບົດບາດຂອງ ຄະນະປຸກລະດົມ, ຈາກນັ້ນ, ແຕ່ລະພາກສ່ວນໄດ້ແລກປ່ຽນ ຄໍາຄິດເຫັນກ່ຽວກັບບັນຫາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ໃນໄລຍະ ຜ່ານມາ ທັງນີ້ ເພື່ອເຮັດໃຫ້ ວຽກງານບໍລິຈາກເລືອດແບບ ສະໝັກໃຈໂດຍບໍ່ຫັວງສິ່ງຕອບ ແທນໄດ້ຮັບການຈັດຕັ້ງປະຕິ ບັດຢ່າງທົ່ວເຖິງ ແລະ ປະສົບຜົນ ສໍາເລັດຕາມລະດັບຄາດໝາຍ ທີ່ວາງໄວ້. ໂດຍ: ນາງ ນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ