ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍກົມກອງ ປະກາດການເລື່ນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2021-04-13 16:01:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 504 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ຫຼາຍກົມ ກອງໄດ້ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ກົມກອງຂອງຕົນ, ໃນນີ້, ຢູ່ສາງ ອ5 ເຂົ້າຮ່ວມເປັນທານໂດຍ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກຳມະການຄະນະ ພັກ ກະຊວງ ຮອງຫົວໜ້າກົມໃຫຍ່ເຕັກ ນິກກອງທັບ, ທະຫານແຂວງສາລະວັນເຂົ້າຮ່ວມເປັນທານໂດຍ ສະຫາຍ ພັນເອກ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນ ຊາການທະຫານແຂວງສາລະ ວັນ, ກອງພົນທີ 5 ເຂົ້າຮ່ວມເປັນ ທານໂດຍ ສະຫາຍ ພັນໂທ ສຳລີ ຈັນທະວົງ ຮອງຫົວໜ້າຫ້ອງການ ເມືອງກອງພົນທີ 5, ກອງພົນທີ 1 ເຂົ້າຮ່ວມເປັນທານໂດຍ ສະຫາຍ ພັນໂທ ສອນໄຊ ຈັນຍາລາດ ຫົວ ໜ້າຫ້ອງການເມືອງກອງພົນທີ 1, ທະຫານນະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນທານໂດຍ ສະຫາຍ ພັນເອກ ບົວເງິນ ຫົງໄຂຄຳ ຫົວ ໜ້າຫ້ອງການເມືອງກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ແລະ ກອງພັນໃຫຍ່ 302 ເຂົ້າ ຮ່ວມເປັນປະທານໂດຍ ສະຫາຍ ພັນໂທ ຄໍາສອນ ໄຊສົງຄາມ ຫົວໜ້າການທະຫານກອງພັນ ໃຫຍ່ 302 ກອງພົນທີ 3. ໃນນີ້, ຢູ່ສາງ ອ.5: ໄດ້ເລື່ອນ ຊັ້ນຮ້ອຍເອກຂຶ້ນພັນຕີຈຳນວນ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ 3 ສະຫາຍ, ເລື່ອນ ຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະ ຫາຍ, ເລື່ອນຊັ້ນ ສິບໂທ ຂຶ້ນເປັນ ຊັ້ນ ສິບເອກ 5 ສະຫາຍ, ປະດັບ ທຽບ ຊັ້ນຮ້ອຍຕີ ໃຫ້ນັກຮຽນຈົບ ວິຊາສະເພາະ ຈຳນວນ 1 ສະ ຫາຍ, ຮ້ອຍໂທ ຈໍານວນ 6 ສະ ຫາຍ. v ທະຫານແຂວງສາລະວັນ: ໄດ້ເລື່ອນຊັ້ນຮ້ອຍເອກຂຶ້ນພັນຕີ 22 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ 68 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນຊັ້ນຮ້ອຍໂທ 32 ສະຫາຍ ແລະ ເລື່ອນຊັ້ນ ວາທີຂຶ້ນຮ້ອຍຕີ 13 ສະຫາຍ, ພ້ອມດຽວກັນນີ້ໃນພິທີກໍ່ຍັງໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າ ດ້ວຍການ ອະນຸມັດໃຫ້ນາຍທະ ຫານພັກການເຂົ້າຮັບເບ້ຍບຳ ນານ ແລະ ອອກອຸດ ໜູນເທື່ອ ດຽວຈຳນວນ 14 ສະຫາຍ. v ກອງພົນທີ 5 : ໄດ້ປະດັບທຽບ ຊັ້ນໃຫ້ນັກຮຽນທີ່ຮຽນຈົບວິຊາ ສະເພາະຈາກສາຍລັດ ຈຳນວນ 14 ສະຫາຍ ໃນນີ້ປະດັບທຽບ ຊັ້ນຮ້ອຍໂທ ຈຳນວນ 10 ສະ ຫາຍ ຍິງ 2 ສະຫາຍ , ປະດັບທຽບ ຊັ້ນຮ້ອຍຕີ ຈຳນວນ 4 ສະຫາຍ. v ກອງພົນທີ 1: ໄດ້ປະດັບ ທຽບ ຊັ້ນ ຮ້ອຍໂທ ໃຫ້ນັກຮຽນຈົບ ຂັ້ນປະລິນຍາຕີ, ຊັ້ນສູງ ຈໍານວນ 5 ສະຫາຍ, ປະດັບທຽບຊັ້ນ ຮ້ອຍຕີ ໃຫ້ນັກຮຽນຈົບຊັ້ນກາງ ຈຳນວນ 1 ສະຫາຍ, ປະກາດ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 1 ສະຫາຍ ແລະ ໃນພິ ທີ ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດໃຫ້ນາຍທະຫານ ຢູ່ກອງພົນທີ 1 ພັກການເພື່ອ ກຽມຮັບເບ້ຍບໍານານ ຈໍານວນ 3 ສະຫາຍຕື່ມອີກ. v ທະຫານນະຄອນຫຼວງວຽງ ຈັນ: ໄດ້ປະດັບທຽບຊັ້ນຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບຂັ້ນປະ ລິນຍາຕີ, ຊັ້ນສູງ ຈໍານວນ 12 ສະຫາຍ, ຍິງ 06 ສະຫາຍ. v ກອງພັນໃຫຍ່ 302: ໄດ້ ເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນ ພັນຕີ 5 ສະຫາຍ, ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ 1 ສະຫາຍ ແລະ ວາທີ ຂຶ້ນຊັ້ນ ຮ້ອຍຕີ 1 ສະຫາຍ, ຊັ້ນ ທຽບ 1 ສະຫາຍ, ໂອກາດດຽວກັນ ນີ້ໃນພິທີຍັງໄດ້ມອບຫຼຽນໄຊພິ ລະອາດຫານຊັ້ນ lll ໃຫ້ແກ່ກອງ ພັນໃຫຍ່ 302 ຈຳນວນ 1 ໜ່ວຍ, ມອບໃບຍ້ອງຍໍກະຊວງປ້ອງກັນ ປະເທດ ແລະ ໃບຍ້ອງຍໍກົມໃຫຍ່ ການເມືອງກອງທັບໃຫ້ແກ່ກົມ ກອງ ລວມໝູ່ 6 ກົມກອງ, ທີ່ມີຜົນ ງານດີເດັ່ນໃນການລົງກໍ່ສ້າງ ຮາກຖານການເມືອງ ແລະ ພັດ ທະນາຊົນນະບົດຮອບດ້ານຕາມ ທິດ 3 ສ້າງໃນໄລຍະ 5 ປີ ແຕ່ປີ 2016-2020 ໃຫ້ແກ່ 2 ກອງ ພັນ146, ກອງພັນ 403 ແລະ ກອງຮ້ອຍທີ່ຂຶ້ນກັບ 2 ກອງພັນ ຈຳນວນ 6 ກອງຮ້ອຍອີກດ້ວຍ. ໂດຍ: ເພັດສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ