ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍກົມກອງສຸມໃສ່ອົບຮົມ-ຫັດແອບ ປີ 2021
ເວລາອອກຂ່າວ: 2021-04-08 16:26:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 425 | ຄວາມນິຍົມ:



ໃນໄລຍະເດືອນມີນາຜ່ານ ມາ, ມີຫຼາຍກົມກອງໄດ້ສຸມໃສ່ ຈັດຕັ້ງອົບຮົມ-ຫັດແອບ ປີ 2021, ເພື່ອເປັນການຍົກລະດັບ ຄວາມຮູ້ຄວາມສາມາດໃຫ້ພະ ນັກງານ-ນັກຮົບ ກຳໄດ້ແໜ້ນທິດ ສະດີຫຼັກການ ລວມທັງການປະ ຕິບັດຕົວຈິງ ທາງດ້ານວຽກງານ ວິຊາສະເພາະ, ມີຄວາມຊໍານານ ຄ່ອງແຄ້ວດ້ານສິລະປະຍຸດ-ຍຸດ ທະວິທີ ເພື່ອຮັບປະກັນໃຫ້ແກ່ການ ກຽມພ້ອມສູ້ຮົບໃນສະພາບການ ໃໝ່ ພ້ອມກັນນັ້ນ, ເພື່ອປຸກລະ ດົມຊຸກຍູ້ພະນັກງານ-ນັກຮົບ ໃຫ້ ມີສະຕິຕໍ່ການຈັດຕັ້ງປະຕິບັດ ຂໍ້ກຳນົດ, ກົດລະບຽບຕ່າງໆຂອງ ກອງທັບ, ປັບປຸງກົມກອງໃຫ້ມີລະບຽບວິໄນເຂັ້ມງວດ, ອີກດ້ານໜຶ່ງ ກໍເພື່ອເປັນການເຝິກຝົນຫຼໍ່ຫຼອມ ກຳລັງແຮງກາຍຂອງພະນັກ ງານ-ນັກຮົບໃຫ້ມີສຸຂະພາບ ແຂງແຮງ ກຽມພ້ອມເຮັດສໍາ ເລັດໜ້າທີ່ການເມືອງຂອງກົມ ກອງໃນທຸກສະພາບການ. ໃນນີ້, ຢູ່ວິທະຍາຄານປ້ອງ ກັນຊາດ ໄກສອນ ພົມວິຫານ: ໄດ້ເປີດຊຸດອົບຮົມ-ຫັດແອບໃຫ້ ທະຫານໃໝ່ ປີ 2021, ໂດຍ ບັ້ນອົບຮົມຈະໄດ້ສຸມໃສ່ອົບຮົມ ພາກການເມືອງ, ພາກພະລາທິ ການ-ເຕັກນິກ, ພາກສິລະປະຍຸດ- ຍຸດທະວິທີ ແລະ ພາກການນຳ ໃຊ້ປືນໃຫຍ່ໜ້າດິນ, ເຊິ່ງຈະໃຊ້ເວ ລາໃນການອົບຮົມທັງໝົດ 160 ວັນ, ແບ່ງອອກເປັນ 2 ໄລຍະ, ໄລ ຍະທີໜຶ່ງຈະໄດ້ອົບຮົມພາກທິດ ສະດີທົ່ວໄປ ແລະ ໄລຍະທີສອງແມ່ນພາກປະຕິບັດຕົວຈິງຍິງລູກປືນແທ້, ມີທະຫານໃໝ່ເຂົ້າຮ່ວມເຝິກອົບຮົມທັງໝົດ 26 ສະຫາຍ. v ໃນນີ້, ກອງພັນໃຫຍ່ 101 ທີ່ຂຶ້ນກັບກອງພົນທີ 1: ໄດ້ເປີດບັ້ນ ອົບຮົມ-ຫັດແອບ, ເຝິກຝົນກໍາ ລັງແຮງກາຍ ປີ 2021 ໃຫ້ ພະນັກງານ-ນັກຮົບພາຍໃນ ກົມກອງຂອງຕົນ, ຕາມແຜນ ການອົບຮົມ-ຫັດແອບ ພາກການ ເມືອງຈະໄດ້ອົບຮົມ 5 ວັນ, ພາກ ການທະຫານ 130 ວັນ, ພາກພະ ລາທິການ-ເຕັກນິກ 5 ວັນ ແລະ ພາກເຫຼົ່າຮົບວິຊາສະເພາະ 10 ວັນ. v ກອງພັນ 419 ທະຫານ ແຂວງບໍ່ແກ້ວ: ໄດ້ເປີດຊຸດອົບ ຮົມ-ຫັດແອບ ການເມືອງ, ການ ທະຫານ ປີ 2021, ແນໃສ່ ຍົກລະດັບຄວາມຮູ້ ຄວາມສາ ມາດດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບ ມີຄວາມ ຊຳນານຄ່ອງແຄ້ວ, ຮູ້ໝູນໃຊ້ ເຂົ້າໃນສະພາບການຕົວຈິງ, ເພື່ອ ຮັບປະກັນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງໃນສະເພາະໜ້າ ແລະ ຍາວນານ. v ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ: ໄດ້ເປີດຊຸດ ອົບຮົມ-ຫັດແອບ ປີ 2021, ຕາມແຜນການອົບຮົມຂອງໂຮງ ຈະໄດ້ສຸມໃສ່ອົບຮົມວຽກງານ ການເມືອງ, ຫັດແອບການທະ ຫານ ແລະ ພະລາທິການ-ເຕັກ ນິກ, ໄດ້ແບ່ງອອກເປັນ 3 ໄລຍະ ແລະ ຈະໃຊ້ເວລາໃນການອົບຮົມ 160 ວັນຈຶ່ງຈະສໍາເລັດ. + ກອງພັນ 17 ຂຶ້ນກັບກອງ ພັນໃຫຍ່ 102 ກອງພົນທີ 1: ໄດ້ເປີດຊຸດອົບຮົມ-ຫັດແອບປັບ ປຸງລະບຽບແບບແຜນເຝິກຝົນ ກຳລັງແຮງກາຍ ໄລຍະທີ 1 ປີ 2021, ຕາມແຜນການອົບ ຮົມໄດ້ແບ່ງອອກເປັນ 3 ພາກ ຄື: ພາກການເມືອງ, ພາກການ ທະຫານ 67 ວັນ ແລະ ພາກ ພະລາທິການ-ເຕັກນິກ, ບັ້ນອົບ ຮົມ-ຫັດແອບຈະໄດ້ຈະດຳເນີນ ເປັນເວລາ 75 ວັນຈຶ່ງຈະສຳ ເລັດ. v ໂຮງຮຽນການທະຫານທ້ອງ ຖິ່ນແຂວງເຊກອງ: ໄດ້ເປີດບັ້ນ ອົບຮົມບຳລຸງການທະຫານຂັ້ນ ພື້ນຖານ ລະບົບ 6 ເດືອນ ຊຸດທີ I ປະຈຳສົກ 2020-2021, ເປົ້າ ໝາຍເພື່ອແນໃສ່ຍົກລະດັບຄວາມ ຮູ້, ຄວາມສາມາດທາງດ້ານ ການທະຫານ ໃຫ້ພະນັກງານ ຮຽນຈົບວິຊາສະເພາະຈາກສາຍ ລັດ ທີ່ບໍ່ທັນໄດ້ຜ່ານໂຮງຮຽນ ນາຍສິບ ແລະ ວິຊາສະເພາະ ຂັ້ນ ຕ່າງໆໃນກອງທັບ, ເຮັດໃຫ້ເຂົາ ເຈົ້າມີຄຸນທາດການເມືອງໜັກ ແໜ້ນ, ມີຄວາມຊໍານານດ້ານສິລະ ປະຍຸດ-ຍຸດທະວິທີ, ຮູ້ນຳພາ-ບັນ ຊາຂັ້ນໝູ່-ໝວດ. ເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ສະເພາະໜ້າ ແລະ ຍາວນານ. ບັ້ນ ອົບຮົມໃນຄັ້ງນີ້ ຈະໄດ້ສຸມໃສ່ອົບ ຮົມພາກການເມືອງ, ພາກລະ ບຽບ-ກີລາ, ຄວາມຮູ້ພື້ນຖານ ດ້ານການທະຫານ ແລະ ພາກພະ ລາທິການ. + ກອງພັນ 408 ທີ່ຂຶ້ນກັບ ກອງພົນທີ 3: ໄດ້ເປີດຊຸດອົບ ຮົມ-ຫັດແອບປີ 2021, ໃນພິ ທີໄດ້ສະຫຼຸບຖອດຖອນບົດຮຽນ ຜ່ານການອົບຮົມ-ຫັດແອບປີ 2020 ຜ່ານມາ, ພ້ອມທັງ ຜ່ານແຜນການອົບຮົມ-ຫັດ ແອບ ປີ 2021, ໂດຍມີ 4 ພາກ ອົບຮົມຄື: ພາກການເມືອງ, ການ ທະຫານ, ພະລາທິການ-ເຕັກ ນິກ ແລະ ພາກວິຊາສະເພາະຮັບ ໃຊ້ສູ້ຮົບຂອງເຫຼົ່າຮົບຕີພິເສດ, ແບ່ງອອກເປັນ 2 ໄລຍະ ຄື: ໄລ ຍະທີ 1 ເລີ່ມແຕ່ເດືອນມັງກອນ ເຖິງເດືອນມິຖຸນາ ແລະ ໄລຍະທີ 2 ເລີ່ມແຕ່ເດືອນກໍລະກົດເຖິງ ເດືອນທັນວາ 2021. v ກອງພັນ 468 ທີ່ຂຶ້ນກັບ ກອງພົນທີ 1: ໄດ້ເປີດບັ້ນອົບຮົມ-ຫັດແອບປັບປຸງລະບຽບແບບ ແຜນເຝິກຝົນກຳລັງແຮງກາຍປີ 2021, ບັ້ນອົບຮົມຈະໄດ້ເລັ່ງ ໃສ່ອົບຮົມພາກການເມືອງ 10 ວັນ, ການທະຫານ 130 ວັນ, ພະ ລາທິການ ແລະ ເຕັກນິກ 10 ວັນ ແລະ ວິຊາສະເພາະຂອງເຫຼົ່າຮົບ 10 ວັນ, ແບ່ງອອກເປັນ 2 ໄລ ຍະຄື: ໄລຍະທີ 1 ເລີ່ມແຕ່ເດືອນ ມີນາ-ເດືອນມິຖຸນາ, ໄລຍະທີ 2 ເລີ່ມແຕ່ເດືອນກໍລະກົດ-ເດືອນຕຸ ລາ 2021. v ກອງພັນໃຫຍ່ 702: ໄດ້ ເປີດບັ້ນອົບຮົມ-ຫັດແອບໃຫ້ທະ ຫານໃໝ່, ບັ້ນອົບຮົມຈະໄດ້ສຸມ ໃສ່ອົບຮົມພາກທິດສະດີການ ເມືອງ, ຫັດແອບການທະຫານ, ພະລາທິການ-ເຕັກນິກ, ອົບຮົມ ກຽດສັກສີ ແລະ ຄວາມຮັບຜິດ ຊອບຂອງພະນັກງານ-ນັກຮົບ ໃນກອງທັບປະຊາຊົນລາວ, ຄໍາ ປະຕິຍານ 8 ຂໍ້, ວິໄນ 8 ຂໍ້ ແລະ ລະບຽບ 12 ຂໍ້ຕໍ່ປະຊາຊົນ, ຈະ ໃຊ້ເວລາໃນການອົບຮົມ 90 ວັນ ຈຶ່ງຈະສໍາເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ