ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນເຝິກອົບຮົມກອງພົນທີ 3 ເປີດຂະບວນການແຂ່ງຂັນກີລາມວນຊົນ
ເວລາອອກຂ່າວ: 2021-04-08 16:24:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ:



ກາງເດືອນມີນາ 2021 ນີ້, ສູນເຝິກອົບຮົມ ກອງພົນທີ 3 ໄດ້ເປີດຂະບວນການແຂ່ງຂັນ ກີລາມວນຊົນເພື່ອຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນ ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ບຸນເສີດ ໂຕນສັນໄຊ ຫົວໜ້າການທະຫານ ສູນເຝິກ-ອົບຮົມ, ມີຄະນະ ພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທອງ ແສງລະຄອນ ຮອງຫົວໜ້າພະ ແນກ ເສນາ-ອົບຮົມ ກໍໄດ້ຂຶ້ນຜ່ານ ແຜນການແຂ່ງຂັນ, ເຊິ່ງການ ແຂ່ງຂັນປະກອບມີ 2 ປະເພດ ກີລາ ຄື : ເຕະບານຍິງ-ຊາຍ ແລະ ບານສົ່ງຍິງ-ຊາຍ. ໃນນີ້, ກີລາ ເຕະບານ ທີມອາວຸໂສ ແລະ ແມ່ຍິງ ມີ 6 ທີມ ແລະ ທີມຊາວ ໜຸ່ມມີ 5 ທີມ. ສໍາລັບກີລາບານ ສົ່ງ ທີມອາວຸໂສ ມີ 4 ທີມ ແລະ ຊາວໜຸ່ມ ມີ 5 ທີມ. ສ່ວນການ ແຂງຂັນແມ່ນ ແບ່ງເປັນສາຍ ດ່ຽວພົບກັນໝົດທຸກທີມແລ້ວມາຄິດໄລ່ຄະແນນຊະນະ, ຄະແນນ ເສຍ, ລູກໄດ້, ລູກເສຍ, ສ່ວນ ລາງວັນປະເພດ 1 ກີລາເຕະ ບານ ແມ່ນຈະໄດ້ຮັບເງິນສົດ 500.000 ກີບ, ພ້ອມຂັນ 1 ໜ່ວຍ, ປະເພດ 2 ແມ່ນ 300.000 ກີບ, ປະເພດ 3 ແມ່ນ 200.000 ກີບ ແລະ ກີລາບານສົ່ງປະເພດ 1 ໄດ້ຮັບເງິນສົດ 300.000 ກີບ, ພ້ອມຂັນ 1 ໜ່ວຍ, ປະເພດ 2 ແມ່ນ 200.000 ກີບ ແລະ ປະເພດ 3 ແມ່ນ 100.000 ກີບ, ເຊິ່ງການແຂ່ງຂັນແມ່ນຈະດຳ ເນີນໄປຈົນເຖິງວັນທີ 8 ເມສາ 2021 ຈຶ່ງຈະສຳເລັດ. ໂດຍ: ສຸລິພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ