ສູນເຝິກອົບຮົມກອງພົນທີ 3 ເປີດຂະບວນການແຂ່ງຂັນກີລາມວນຊົນ
ເວລາອອກຂ່າວ: 2021-04-08 16:24:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:
ກາງເດືອນມີນາ 2021 ນີ້,
ສູນເຝິກອົບຮົມ ກອງພົນທີ 3 ໄດ້ເປີດຂະບວນການແຂ່ງຂັນ ກີລາມວນຊົນເພື່ອຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນ ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ບຸນເສີດ ໂຕນສັນໄຊ ຫົວໜ້າການທະຫານ ສູນເຝິກ-ອົບຮົມ, ມີຄະນະ
ພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທອງ
ແສງລະຄອນ ຮອງຫົວໜ້າພະ
ແນກ ເສນາ-ອົບຮົມ ກໍໄດ້ຂຶ້ນຜ່ານ
ແຜນການແຂ່ງຂັນ, ເຊິ່ງການ
ແຂ່ງຂັນປະກອບມີ 2 ປະເພດ
ກີລາ ຄື : ເຕະບານຍິງ-ຊາຍ ແລະ
ບານສົ່ງຍິງ-ຊາຍ. ໃນນີ້, ກີລາ
ເຕະບານ ທີມອາວຸໂສ ແລະ
ແມ່ຍິງ ມີ 6 ທີມ ແລະ ທີມຊາວ
ໜຸ່ມມີ 5 ທີມ. ສໍາລັບກີລາບານ
ສົ່ງ ທີມອາວຸໂສ ມີ 4 ທີມ ແລະ
ຊາວໜຸ່ມ ມີ 5 ທີມ. ສ່ວນການ
ແຂງຂັນແມ່ນ ແບ່ງເປັນສາຍ
ດ່ຽວພົບກັນໝົດທຸກທີມແລ້ວມາຄິດໄລ່ຄະແນນຊະນະ, ຄະແນນ
ເສຍ, ລູກໄດ້, ລູກເສຍ, ສ່ວນ
ລາງວັນປະເພດ 1 ກີລາເຕະ ບານ ແມ່ນຈະໄດ້ຮັບເງິນສົດ 500.000 ກີບ, ພ້ອມຂັນ 1 ໜ່ວຍ, ປະເພດ 2 ແມ່ນ 300.000 ກີບ, ປະເພດ 3 ແມ່ນ 200.000 ກີບ ແລະ ກີລາບານສົ່ງປະເພດ 1
ໄດ້ຮັບເງິນສົດ 300.000 ກີບ,
ພ້ອມຂັນ 1 ໜ່ວຍ, ປະເພດ 2 ແມ່ນ 200.000 ກີບ ແລະ ປະເພດ 3 ແມ່ນ 100.000 ກີບ,
ເຊິ່ງການແຂ່ງຂັນແມ່ນຈະດຳ ເນີນໄປຈົນເຖິງວັນທີ 8 ເມສາ 2021 ຈຶ່ງຈະສຳເລັດ.
ໂດຍ: ສຸລິພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ