ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງວາລະສານປ້ອງກັນຊາດ ສະຫຼຸບການເຝິກອົບຮົມ ວຽກງານວິຊາສະເພາະໄລຍະສັ້ນ
ເວລາອອກຂ່າວ: 2021-04-08 16:23:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1078 | ຄວາມນິຍົມ:



ໃນວັນທີ 30 ມີນາ ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ທິມສາວ ດວງຈຳປາ ຫົວໜ້າບັນນາທິການ ກອງວາລະ ສານປ້ອງກັນຊາດ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບ, ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ຄຳແສນ ສຸວັນນະຜ່ອງໃສ ຮອງຫົວໜ້າ ບັນນາທິການ ກອງວາລະສານ ປ້ອງກັນຊາດ ໄດ້ຂຶ້ນຜ່ານບົດ ສະຫຼຸບຕີລາຄາຜົນການເຝິກອົບຮົມວຽກງານວິຊາສະເພາະໄລ ຍະສັ້ນ ເຊິ່ງໄດ້ຍົກໃຫ້ເຫັນດ້ານ ດີ, ດ້ານຄົງຄ້າງ ແລະ ຜົນໄດ້ຮັບ ໃນການເຝິກອົບຮົມ ເປັນຕົ້ນດ້ານ ທິດສະດີ, ຫຼັກການ ແລະ ພາກ ປະຕິບັດຕົວຈິງ ເຫັນໄດ້ວ່ານັກ ເຝິກອົບຮົມສາມາດຮັບຮູ້ ແລະ ເຂົ້າໃຈບົດຮຽນໄດ້ເປັນຢ່າງດີ, ວິຊາທີ່ນຳມາເຝິກອົບຮົມໃນ ຄັ້ງນີ້, ມີຫຼັກການຂຽນບົດ-ຂ່າວ ເຊັ່ນ: ບົດວຽກດີຄົນເດັ່ນ, ບົດ ລາຍງານ, ຫຼັກການຂຽນຂ່າວ, ຫຼັກການຖ່າຍຮູບ ແລະ ວິທີ ເອົາຂໍ້ມູນ, ຊຸດເຝິກອົບຮົມວຽກ ງານວິຊາສະເພາະໄລຍະສັ້ນ ຊຸດນີ້ ແມ່ນບັນລຸຄາດໝາຍ 70% ຂຶ້ນໄປ. ທັງນີ້, ເພື່ອເປັນ ການຍົກລະດັບຄວາມຮູ້ກຽມ ພ້ອມ, ໃຫ້ແກ່ການຜະລິດ ແລະ ຈຳໜ່າຍວາລະສານປ້ອງກັນຊາດອອກລາຍເດືອນໃນຕົ້ນປີ 2022. ສະຫາຍ ພັນເອກ ທິມສາວ ດວງຈຳປາ ໄດ້ຍ້ອງຍໍຊົມເຊີຍຜົນ ສຳເລັດໃນການເຝິກອົບຮົມໃນ ຄັ້ງນີ້ ແລະ ໄດ້ເນັ້ນໜັກຄະນະພັກ-ຄະນະບັນຊາ ແລະ ນັກເຝິກອົບ ຮົມຈົ່ງພ້ອມກັນນຳເອົາບົດຮຽນ, ທິດສະດີ, ຫຼັກການທີ່ໄດ້ຮຽນມາ ໝູນໃຊ້ເຂົ້າໃນການຂຽນບົດ-ຂ່າວ ໃຫ້ມີລັກສະນະພັກ ແລະ ລັກສະນະມະຫາຊົນຢ່າງກວ້າງ ຂວາງໃນວຽກງານຕົວຈິງຂອງ ກົມກອງ ແລະ ພ້ອມກັນຍົກສູງ ຄວາມຮັບຜິດຊອບເຮັດສຳ ເລັດໜ້າທີ່ ທີ່ການຈັດຕັ້ງມອບ ໝາຍໃຫ້. ໂດຍ: ນາງ ລິດສະໝອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ