ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ
ເວລາອອກຂ່າວ: 2021-04-08 16:17:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:



ວັນທີ 7 ເມສາ 2021 ນີ້, ຢູ່ທີ່ຫໍວັດທະນະທຳແຫ່ງຊາດ ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາ ຄະນະພັກ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ ໃໝ່) ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ພັນຄຳ ວິພາວັນ ກໍາ ມະການກົມການເມືອງສູນກາງ ພັກ ນາຍົກລັດຖະມົນຕີ, ມີຜູ້ ຕາງໜ້າຈາກຄະນະຈັດຕັ້ງສູນ ກາງພັກ, ຮອງລັດຖະມົນຕີ, ຫົວ ໜ້າກົມ, ຮອງກົມ ແລະ ບັນດາ ພະນັກງານຫຼັກແຫຼ່ງຂອງກະ ຊວງ ຖວທ ເຂົ້າຮ່ວມ. ທ່ານ ນາງ ບຸດສະດີ ທະນະ ເມືອງ ຕາງໜ້າຄະນະຈັດຕັ້ງສູນ ກາງພັກ ຜ່ານບັນດານິຕິກຳ ຕ່າງໆ ເປັນຕົ້ນແມ່ນຄຳສັ່ງຂອງ ກົມການເມືອງສູນກາງພັກ ວ່າ ດ້ວຍການຍົກຍ້າຍພະນັກງານ ການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ໂດຍໄດ້ຕົກລົງຍົກຍ້າຍ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການ ກົມການເມືອງສູນກາງພັກ, ເລ ຂາຄະນະບໍລິຫານພັກ ກະຊວງ ຖວທ ໄປຮັບໜ້າທີ່ໃໝ່; ມະຕິຕົກ ລົງຂອງກົມການເມືອງສູນກາງ ພັກ ວ່າດ້ວຍການແຕ່ງຕັ້ງເລຂາ ຄະນະບໍລິຫານງານພັກກະຊວງ ຖວທ ໂດຍແຕ່ງຕັ້ງທ່ານ ນາງ ສວນສະຫວັນ ວິຍະເກດ ເປັນເລ ຂາຄະນະບໍລິຫານງານພັກກະ ຊວງ ຖວທ ແລະ ລັດຖະດຳລັດ ປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການແຕ່ງຕັ້ງລັດຖະມົນ ຕີກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໂດຍແຕ່ງ ຕັ້ງໃຫ້ ທ່ານ ນາງ ສວນສະຫວັນ ວິຍະເກດ ເປັນ ລັດຖະມົນຕີ ກະ ຊວງ ຖວທ (ຄົນໃໝ່). ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ໄດ້ຕັ້ງໃຈປະຕິບັດໜ້າທີ່ຕາມ ຄວາມຮູ້ຄວາມສາມາດ ແລະ ຄວາມຫ່ວງໄຍເຂົ້າໃສ່ວຽກງານ ທີ່ພັກ-ລັດມອບໝາຍ ແລະ ຮ່ວມກັບບັນດາຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ເຮັດສໍາ ເລັດໜ້າທີ່ການເມືອງ, ການເຄື່ອນ ໄຫວວຽກງານ ຖະແຫຼງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນແມ່ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ນຳພາກໍ່ສ້າງພັກດ້ານ ແນວຄິດ: ເປັນຕົ້ນໄດ້ເອົາໃຈໃສ່ ຈັດຕັ້ງສຶກສາອົບຮົມການເມືອງ-ນຳພາແນວຄິດ ແນໃສ່ປັບປຸງຍົກ ສູງຄຸນທາດການເມືອງ, ຄຸນສົມ ບັດສິນທຳປະຕິວັດຂອງພະນັກ ງານສະມາຊິກພັກ; ຈັດຕັ້ງການ ເຝິກອົບຮົມຍົກລະດັບທາງດ້ານ ທິດສະດີການເມືອງ-ການປົກ ຄອງໄປຄຽງຄູ່ກັບການຍົກລະ ດັບວິຊາສະເພາະ ແລະ ຄວາມ ຊຳນານງານ; ຈັດຕັ້ງຍົກສູງ ຄວາມສາມາດ ຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານ; ນຳພາປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ການປັບ ປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກໂດຍກຳແໜ້ນຫຼັກ ການແຫ່ງການກໍ່ສ້າງພັກ, ໄດ້ ນຳພາ ແລະ ຕົກລົງບັນຫາຕ່າງໆ ເປັນໝູ່ຄະນະ ແລະ ໄດ້ຕັ້ງໜ້າຂະ ຫຍາຍພັກ ແລະ ເຮັດວຽກງານ ກວດກາໄດ້ເປັນຢ່າງດີຕະຫຼອດ ມາ. ທ່ານ ພັນຄຳ ວິພາວັນ ໄດ້ ເນັ້ນໜັກໃຫ້ສືບຕໍ່ສຸມໃສ່ວຽກງານ ວິຊາສະເພາະຂອງຕົນເປັນຕົ້ນ ແມ່ນເອົາໃຈໃສ່ສ້າງ ແລະ ພັດທະ ນາວຽກງານຖະແຫຼງຂ່າວ-ສື່ ມວນຊົນ ໃຫ້ກ້າວສູ່ຄຸນນະພາບ ໃໝ່, ທັນສະໄໝ, ວ່ອງໄວ ເປັນກະ ບອກສຽງອັນແຫຼມຄົມຂອງພັກ ແລະ ລັດຖະບານທີ່ເຂັ້ມແຂງ ຂຶ້ນກວ່າເກົ່າ ເພື່ອໂຄສະນາແນວ ທາງຂອງພັກ-ລັດ ແລະ ເປັນກໍາ ລັງແຮງໂຄສະນາຕອບຕ້ານອິດ ທິກໍາລັງປໍລະປັກ ແລະ ກຸ່ມຄົນ ບໍ່ດີທີ່ຍາມໃດກໍຍັງບໍ່ລົດລະເຄື່ອນ ໄຫວໂຄສະນາໃສ່ຮ້າຍປ້າຍສີຕໍ່ ແນວທາງນະໂຍບາຍຂອງພັກ-ລັດ ແລະ ຕໍ່ລະບອບໃໝ່ຂອງພັກ ສຸມໃສ່ປົກປັກຮັກສາ ແລະ ພັດທະ ນາວັດທະນະທໍາອະນຸລັກ, ສືບ ທອດ ແລະ ເສີມຂະຫຍາຍມູນ ເຊື້ອວັດທະນະທຳອັນດີງາມ ຂອງຊາດ ແລະ ພູມປັນຍາ ເພື່ອ ສົ່ງເສີມການຜະລິດ ແລະ ການບໍ ລິການອື່ນໆ ສ້າງມູນຄ່າເພີ່ມໂດຍ ການຫັນເປັນອຸດສາຫະກໍາ ວັດ ທະນະທໍາໃນໄລຍະໃໝ່ສ້າງວຽກ ເຮັດງານທໍາໃຫ້ປະຊາຊົນບັນດາ ເຜົ່າ, ເດັດດ່ຽວຕ້ານສະກັດກັ້ນ ວັດທະນະທໍາທີ່ບໍ່ສອດຄ່ອງ; ເອົາ ໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມພັດ ທະນາການທ່ອງທ່ຽວທຳມະ ຊາດ, ທ່ອງທ່ຽວປະຫວັດສາດ, ທ່ອງທ່ຽວວັດທະນະທຳ ແລະ ທ່ອງທ່ຽວກະສິກຳ ໃຫ້ມີຄຸນນະ ພາບ, ຕາມທິດສີຂຽວ ແລະ ຍືນ ຍົງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ສ້າງເປັນແຫຼ່ງລາຍ ຮັບທີ່ໝັ້ນຄົງໃຫ້ກັບປະເທດຊາດ ທັງທາງກົງ ແລະ ທາງອ້ອມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ