ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມແລກປ່ຽນສະພາບການ ລະຫວ່າງກອງພົນທີ 4 ກັບກອງພົນ 986 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2021-04-08 16:03:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ໃນວັນທີ 5 ເມສາ 2021 ຢູ່ທີ່ດ່ານສາກົນຊາຍແດນ ລາວ ບາວ ກອງພົນ 968 ກອງທັບ ປະຊາຊົນຫວຽດນາມ ໄດ້ຮັບ ກຽດເປັນເຈົ້າພາບ ຈັດຕັ້ງກອງ ປະຊຸມແລກປ່ຽນສະພາບການລະ ຫວ່າງກອງພົນທີ 4 ກອງທັບ ປະຊາຊົນລາວ ກັບ ກອງພົນ 968 ກອງທັບປະຊາຊົນ ຫວຽດ ນາມ, ມີ ສະຫາຍ ພັນເອກ ຕາງ ຕາ ຕາດເວີນຄຳ ຫົວໜ້າການ ທະຫານກອງພົນ, ພ້ອມດ້ວຍ ຄະນະພັກ-ຄະນະບັນຊາກອງພົນທີ 4 ມີ ສະຫາຍ ພັນເອກ ຫງວຽນແທງຮຸ່ງ ຫົວໜ້າການ ເມືອງກອງພົນ 968 ສສ ຫວຽດ ນາມ ພ້ອມດ້ວຍຄະນະ, ຕະຫຼອດ ຮອດພະນັກງານ ວິຊາການທັງ 2 ກອງພົນເຂົ້າຮ່ວມຢ່າງພ້ອມ ພຽງ. ໃນກອງປະຊຸມຫົວໜ້າການ ທະຫານທັງ 2 ກົມກອງໄດ້ຜັດປ່ຽນກັນຂຶ້ນຜ່ານບົດລາຍງານ ຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານແລກປ່ຽນສະ ພາບລະຫວ່າງກອງພົນທີ 4 ກອງທັບປະຊາຊົນລາວ ກັບກອງ ພົນ 968 ກອງທັບ ປະຊາຊົນ ຫວຽດນາມ, ຄະນະພັກ-ຄະນະ ບັນຊາທັງ 2 ກົມກອງໄດ້ເປັນເຈົ້າ ການ ໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຕາມຂອບ ເຂດກົມກອງຮັບຜິດຊອບ, ໃນ ໄລຍະຜ່ານມາ ໄດ້ມີການພົວພັນ ເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ໄດ້ຮັບການຊ່ວຍເຫຼືອວິຊາ ການເຕັກນິກ ແລະ ໂຄງການອື່ນໆ ເປັນເຈົ້າການສືກສາອົບຮົມການ ເມືອງ-ນໍາພາແນວຄິດສອດຫ້ອຍ ເຂົ້າໃນທຸກຂົງເຂດວຽກງານ ຕ່າງໆຂອງກົມກອງດ້ວຍຫຼາຍ ວິທີການ ໂດຍນຳເອົາແນວ ທາງຂອງພັກ-ລັດ, ມະຕິຄຳສັ່ງ ມູນເຊື້ອອັນສຳຄັນຂອງພັກ- ຂອງຊາດ, ຂອງກອງທັບ ມາຈັດ ຕັ້ງເຜີຍແຜ່ເຊື່ອມຊຶມເຮັດໃຫ້ພະ ໜັກງານ - ນັກຮົບ ມີຄຸນທາດ ການ ເມືອງນັກແໜ້ນເຊື່ອໝັ້ນຕໍ່ການ ນຳພາຂອງພັກ, ພ້ອມກັນນັ້ນ ໄດ້ສຸມໃສ່ພັດທະນາພື້ນຖານໂຄງ ລ່າງເສດຖະກິດມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ສະພາບການ ແຜ່ລະບາດພະຍາດໂຄວິດ - 19, ໄພພິບັດທາງທຳມະຊາດ, ເສດ ຖະກິດ - ການຄ້າ, ການຮ່ວມມືພົວ ພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບັນຫາການ ຂັດແຍ່ງ ຕາມຊາຍແດນ, ສາດສະໜາ, ແຕ່ຍ້ອນຄວາມເອົາໃຈໃສ່ຂອງ ຄະນະພັກ-ຄະນະບັນຊາທັງ ສອງກົມກອງໄດ້ເປັນຈິດໜຶ່ງ ໃຈດຽວກັນ ຈຶ່ງເຮັດໃຫ້ການ ປະຕິບັດໜ້າທີ່ວຽກງານໃນແຕ່ ລະດ້ານ, ການຮ່ວມມືໃນດ້ານ ຕ່າງໆມີຜົນສຳເລັດຢ່າງຈົບ ງາມ, ພະນັກງານ-ນັກຮົບມີຄວາມສາ ມັກຄີປອງດອງເຊິ່ງກັນ ແລະ ກັນ, ມີຄວາມຫ້າວຫັນຮ່ວມມືແບບ ພິເສດ, ເສີມຂະຫຍາຍສາຍພົວ ພັນແບບພິເສດ ເຮັດສຳເລັດໜ້າທີ່ວຽກງານທີ່ສອງພັກ, ສອງລັດ, ສອງກອງທັບກໍຄືສອງກົມກອງ ປະຕິບັດໃນໄລຍະທີ່ຜ່ານມາ ແລະ ຮັດແໜ້ນຄວາມສາມັກຄີຂອງ ສອງກອງທັບໃຫ້ຍືນຍົງຕະຫຼອດ ໄປ. ເພື່ອສືບຕໍ່ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງ ກອງພົນທີ 4 ກອງທັບ ປະຊາ ຊົນລາວ ກັບກອງພົນ 968 ກອງທັບ ປະຊາຊົນຫວຽດ ນາມ ປະຈຳປີ 2021 ແລະ ຊຸມປີ ຕໍ່ ໜ້າທັງສອງກົມກອງໄດ້ພ້ອມ ກັນເຮັດບົດບັນທຶກຊ່ວຍຈຳຕື່ມ ອີກ, ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບຮ່ວມມືແບບພິ ເສດ, ເພີ່ມທະວີຄວາມເຂົ້າອົກ -ເຂົ້າໃຈ ເຊິ່ງກັນ ແລະ ກັນ, ທາງ ດ້ານການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ວຽກ ງານອື່ນໆ. ພ້ອມກັນຜັດປ່ຽນ ເປັນເຈົ້າພາບກອງປະຊຸມແລກ ປ່ຽນສະພາບໃນຊຸມປີຕໍ່ໜ້າກອງ ພົນທີ 4 ໄດ້ຮັບກຽດເປັນເຈົ້າ ພາບ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ