ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງອຸດົມໄຊ ຈັດຕັ້ງສອບເສັງວຽກງານກວດສອບເລຂາ ແລະ ຮອງເລຂາ
ເວລາອອກຂ່າວ: 2021-04-07 11:38:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ໃນວັນທີ 31 ມີນາ 2021, ກອງບັນຊາການທະຫານແຂວງ ອຸດົມໄຊ ໄດ້ຈັດຕັ້ງສອບເສັງ ໃຫ້ນັກເຝິກອົບຮົມວຽກງານ ກວດສອບເລຂາ ແລະ ຮອງ ເລຂາພັກຮາກຖານ ຊຸດທີ IV ໄລຍະ 10 ວັນ, ໂດຍການຊີ້ນຳ-ນຳພາຂອງ ສະຫາຍ ພັນເອກ ຄຳຢີນ ແສງສຸລີ ກຳມະການພັກ ແຂວງ ເລຂາພັກ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງອຸດົມໄຊ, ມີຄະນະຮັບ ຜິດຊອບ ຄູ-ອາຈານຕະຫຼອດ ຮອດນັກເຝິກອົບຮົມເຂົ້າຮ່ວມ. ການຈັດຕັ້ງສອບເສັງຄັ້ງນີ້, ໂດຍອີງຕາມແຜນການຂອງກົມໃຫຍ່ການເມືອງກອງທັບ ແລະ ເພື່ອປະຕິບັດຕາມແຜນການອົບ ຮົມວຽກງານກວດສອບເລຂາ-ຮອງເລຂາພັກຮາກຖານຂອງ ຄະນະພັກກອງບັນຊາການທະ ຫານແຂວງອຸດົມໄຊ. ຄະນະຮັບ ຜິດຊອບໄດ້ແບ່ງເປັນ 3 ຈຸ ສອບເສັງ ມີຈຳນວນ 41 ສະຫາຍ, ມີ 2 ພາກວິຊາ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ວິທີ ການສອບເສັງພາກທິດສະດີ ແມ່ນ ໄດ້ຈົກຄຳຖາມກະກຽມຕອບ ປາກເປົ່າ, ສ່ວນພາກປະຕິບັດ ຕົວຈິງແມ່ນຈົກຄຳຖາມພ້ອມປະຕິບັດຕົວຈິງ. ທັງນີ້, ກໍເພື່ອເປັນການປັບປຸງຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ ເຮັດວຽກງານວິຊາສະເພາະກຳ ໄດ້ທິດສະດີ, ຫຼັກການ, ລະບຽບ ການຕ່າງໆຂອງວຽກງານດັ່ງ ກ່າວໃນຖັນແຖວກອງທັບປະຊາ ຊົນລາວ ເພື່ອຮັບປະກັນໃຫ້ ວຽກງານພັກຢູ່ກອງບັນຊາການ ທະຫານແຂວງອຸດົມໄຊ ໄດ້ຮັບ ຜົນດີ. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ