ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳແຂວງຈຳປາສັກ ວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິລະນາມ
ເວລາອອກຂ່າວ: 2021-04-07 11:16:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ໃນວັນທີ 5 ເມສາ 2021 ນີ້, ການນຳພັກ-ລັດ ແຂວງຈຳປາສັກ ນຳໂດຍ ສະຫາຍ ສາຍທອງ ໄຊ ຍະວົງ ຮອງເລຂາພັກແຂວງ ປະ ທານສະພາປະຊາຊົນແຂວງຈຳ ປາສັກ, ມີ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈຳ ພັກແຂວງ ເລຂາຄະນະພັກກອງ ບັນຊາການ ຫົວໜ້າານທະຫານ ກອງບັນຊາການທະຫານແຂວງ ຈຳປາສັກ ພ້ອມດ້ວຍຄະນະພັກ-ຄະນະບັນຊາຈາກກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຂວງ ແລະ ພະແນກການອ້ອມ ຂ້າງແຂວງຈຳປາສັກ ໄດ້ເຂົ້າ ວາງພວງມາລາຢູ່ທີ່ອະນຸສາວະ ລີນັກຮົບນິລະນາມ ແລະ ວາງ ກະຕ່າດອກໄມ້ທີ່ອະນຸສອນສະ ຖານ ປະທານ ໄກສອນ ພົມວິ ຫານ, ຢູ່ທີ່ເດີ່ນສະໝາມແດງ ນະຄອນປາກເຊ ແຂວງຈຳປາ ສັກ ເນື່ອງໃນໂອກາດວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະ ຫງົບ ຄົບຮອບ 60 ປີ (5/4/ 1961-5/4/2021). ການວາງພວງມາລາ ແລະ ກະ ຕ່າດອກໄມ້ຄັ້ງນີ້ ແມ່ນເພື່ອໄຫວ້ ອາໄລ ເຖິງດວງວິນຍານຂອງບັນ ວິລະຊົນປະຕິວັດ. ພ້ອມທັງສະ ແດງຄວາມເຄົາລົບ ແລະ ລະນຶກ ເຖິງຄຸນງາມຄວາມດີຄວາມກະ ຕັນຍູຮູ້ບຸນຄຸນອັນສູງສົ່ງຕໍ່ທ່ານຜູ້ນຳການປະຕິວັດ,ນັກຮົບນິລະ ນາມ ພ້ອມດ້ວຍປະຊາຊົນບັນດາ ເຜົ່າທີ່ເສຍສະຫຼະເລືອດເນື້ອອຸ ທິດໃຫ້ແກ່ປະເທດຊາດ ໃນພາລະ ກິດການຕໍ່ສູ້ກູ້ຊາດ ຍາດເອົາເອກະ ລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ ປະຊາຊົນ ເພື່ອຄວາມສົມບູນພູນ ສຸກຂອງປະຊາຊົນບັນດາເຜົ່າ ໃຫ້ ໄດ້ຢູ່ເຢັນຈົນມາເຖີງທຸກວັນນີ້.ເຊິ່ງບຸນຄຸນ ແລະ ຄຸນງາມຄວາມ ດີດັ່ງກ່າວຈະຢືນຍົງຄົງຢູ່ໃນພາ ລະກິດການປະຕິວັດລາວຕະ ຫຼອດໄປ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ